ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຢູ​ແກຼນ ປະ​ເຊີນ​ໜ້າ​ກັບ​ຄວາມ​ສົງ​ໄສ​ຈາກ​ນະ​ໂຍ​ບາຍ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ກອງປະຊຸມທີ່ຈັດຂຶ້ນໃນວັນທີ 6 ມັງກອນຢູ່ປາຣີ, ຝລັ່ງ ຂອງສຳພັນທະມິດອາສາສະໝັກ ລວມມີບັນດາປະເທດຝ່າຍຕາເວັນຕົກ ສະໜັບສະໜູນຢູແກຼນ, ບັນລຸໄດ້ບາດກ້າວ ໃນການສ້າງບັນດາຄຳໝັ້ນສັນຍາຄວາມໝັ້ນຄົງອະນາຄົດໃຫ້ແກ່ຢູແກຼນຫຼາຍພໍສົມຄວນ. ເຖິງຢ່າງໃດກໍຕາມ, ບັນດາການກະທຳດ້ານການທະຫານ ແລະ ການຕ່າງປະເທດຄັ້ງຫຼ້າສຸດຂອງ ອາເມລິກາ ໃນໂລກ ເຮັດໃຫ້ບັນດາຄຳໝັ້ນສັນຍານີ້ປະເຊີນໜ້າກັບຄວາມສົງໄສຫຼາຍຢ່າງ.



ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຢູ​ແກຼນ ປະ​ເຊີນ​ໜ້າ​ກັບ​ຄວາມ​ສົງ​ໄສ​ຈາກ​ນະ​ໂຍ​ບາຍ​ຂອງ ອາ​ເມ​ລິ​ກາ - ảnh 1ບັນດາການນຳໂລກ ເຂົ້າຮ່ວມກອງປະຊຸມ ກອງປະຊຸມຂອງ ສຳພັນທະມິດອາສາສະໝັກສະໜັບສະໜູນ ຢູແກຼນ ຢູ່ ຝລັ່ງ (ພາບ: YOAN VALAT/REUTERS)

ກອງປະຊຸມຂອງ ສຳພັນທະມິດອາສາສະໝັກສະໜັບສະໜູນ ຢູແກຼນໃນວັນທີ 6 ມັງກອນຢູ່ ປາຮີ ໄດ້ເຕົ້າໂຮມການນຳເກືອບ 30 ປະເທດ, ໃນນັ້ນສ່ວນຫຼາຍແມ່ນບັນດາປະເທດຂຶ້ນກັບສະຫະພາບ ເອີລົບ (EU), ອັງກິດ ພ້ອມກັບບັນດາປະເທດເອີລົບຈຳນວນໜຶ່ງແຕ່ເປັນສຳພັນທະມິດຂອງ ຢູແກຼນຄື: ການາດາ, ອົດສະຕາລີ ຫຼື ນິວຊີແລນ.

ຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຍາວນານ

ໃນຖະແຫຼງການຮ່ວມພາຍຫຼັງສິ້ນສຸດກອງປະຊຸມ, ບັນດາປະເທດສະມາຊິກຂອງ ສຳພັນທະມິດອາສາສະໝັກ ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງສັນຕິພາບສະບັບໃດເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໃນອະນາຄົດລ້ວນແຕ່ຕ້ອງລວມມີບັນດາຄຳໝັ້ນສັນຍາຄວາມໝັ້ນຄົງຢ່າງແຮງ ແລະ ມີລັກສະນະຜູກມັດດ້ານນິຕິກຳໃຫ້ແກ່ ຢູແກຼນ. ບັນດາປະເທດນີ້ກໍ່ໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງພື້ນຖານສັນຕິພາບທີ່ມີຄວາມຍຸຕິທຳ, ຍືນຍົງ, ສອດຄ່ອງກັບກົດບັດ ສປຊ, ຢັ້ງຢືນຄວາມສາມາດປ້ອງກັນຕົວຂອງ ຢູແກຼນແມ່ນປັດໄຈຫຼັກແຫຼ່ງໃຫ້ແກ່ຄວາມໝັ້ນຄົງອະນາຄົດຂອງປະເທດນີ້ ແລະ ສະຖຽນລະພາບຂອງພາກພື້ນ ເອີລົບ - ອັດລັງຕິກ.

ຄຳໝັ້ນສັນຍາລະອຽດສຳຄັນທີ່ສຸດມາຈາກຝລັ່ງ ແລະ ອັງກິດ ໂດຍແມ່ນສອງປະເທດມະຫາອຳນາດດ້ານການທະຫານແຖວໜ້າເອີລົບ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ພ້ອມກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເຊັນຖະແຫຼງການເຈດຈຳນົງກ່ຽວກັບການຜັນຂະຫຍາຍກຳລັງນານາຊາດເພື່ອແນໃສ່ຕິດຕາມກວດກາ ແລະ ຮັບປະກັນການປະຕິບັດຄຳສັ່ງຢຸດຍິງຢູ່ ຢູແກຼນ, ເມື່ອບັນດາຝ່າຍເຂົ້າຮ່ວມການປະທະກັນບັນລຸຄຳສັ່ງຢຸດຍິງ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ:

ມີຫຼາຍຊັ້ນຮັບປະກັນຄວາມໝັ້ນຄົງ ເຊິ່ງ ອາເມລິກາ ໄດ້ເຮັດແຈ້ງເຖິງການເຂົ້າຮ່ວມຂອງເຂົາເຈົ້າ, ພິເສດແມ່ນການສືບສອນແນມ, ຕິດຕາມກວດກາແນວໜ້າ. ຄວາມສາມາດຂອງ ອາເມລິກາ ໃນຂົງເຂດນີ້ມີລັກສະນະເປັນຕາ ແລະ ໄດ້ຮັບການຢັ້ງຢືນແລ້ວ. ອາດເວົ້າໄດ້ວ່າ, ໃນຊຸມເດືອນຜ່ານມາ ພວກຂ້າພະເຈົ້າໄດ້ສ້າງແຜນການທີ່ສົມເຫດສົມຜົນ ແລະ ແນ່ນອນ. ຝ່າຍອາເມລິກາ ໄດ້ຮຽກຮ້ອງໃຫ້ພວກຂ້າພະເຈົ້າມີການກະທຳຫຼາຍກ່ວາ ແລະ ພວກເຮົາໄດ້ເຮັດສິ່ງນັ້ນແລ້ວ.

ການເຂົ້າຮ່ວມຂອງກອງປະຊຸມຢູ່ ປາຣີຂອງທ່ານ ທູດພິເສດ Steve Witkoff, ແລະ ທ່ານ Jared Kushner, ລູກເຂີຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນຳມາເຊິ່ງສັນຍານທີ່ຕັ້ງໜ້າ ໃຫ້ແກ່ສຳພັນທະມິດ ແລະ ຢູແກຼນ ກ່ຽວກັບການເຂົ້າຮ່ວມກົນໄກຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ໃນອະນາຄົດຢ່າງເລິກເຊິ່ງກ່ວາ. ຕາມທ່ານ ທູດພິເສດ Steve Witkoff ແລ້ວ, ອຳນາດການປົກຄອງ ອາເມລິກາ ບໍ່ພຽງແຕ່ໃຫ້ຄຳໝັ້ນສັນຍານຳພາກົນໄກຕິດຕາມຄຳສັ່ງຢຸດຍິງ ແລະ ໜູນຊ່ວຍກຳລັງນານາຊາດ ກ່ຽວກັບການສືບສອນແນມເທົ່ານັ້ນ ຫາກຍັງກຽມພ້ອມໃຫ້ບັນດາການຮ່ວມມືດ້ານເສດຖະກິດກັບຢູແກຼນ ຢ່າງເລິກເຊິ່ງກວ້າງຂວາງກວ່າ ໃນອະນາຄົດອີກດ້ວຍ.

ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຢູ​ແກຼນ ປະ​ເຊີນ​ໜ້າ​ກັບ​ຄວາມ​ສົງ​ໄສ​ຈາກ​ນະ​ໂຍ​ບາຍ​ຂອງ ອາ​ເມ​ລິ​ກາ - ảnh 2ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີລົບ (EU) (ພາບ:  YOAN VALAT/REUTERS )

ຄຳຖາມກ່ຽວກັບການພົວພັນຂ້າມອັດລັງຕິກ

ເຖິງວ່າຍັງບໍ່ແມ່ນບັນດາບາດກ້າວບຸກທະລຸທີ່ມີລັກສະນະບາດລ້ຽວແຕ່ສຳລັບການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ກໍ່ຕາມແຕ່ ບັນດາຄຳໝັ້ນສັນຍາຍົກອອກມາຢູ່ ປາຣີ ໄດ້ຮັບຖືວ່າມີຄວາມເປັນໄປໄດ້ສູງສຳລັບອະນາຄົດຄວາມໝັ້ນຄົງຂອງ ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ກ່ອນ, ພາຍໃນ ແລະ ຫຼັງກອງປະຊຸມຢູ່ ປາຣີ, ມີບັນຫາດ້ານພູມີສາດການເມືອງອື່ນພົ້ນເດັ່ນຂຶ້ນນາບຂູ່ເຖິງການທຳລາຍທຸກຄວາມເຫັນດີທີ່ບອບບາງ ເຊິ່ງ ສຳພັນທະມິດອາສາສະໝັກບັນລຸໄດ້ ນັ້ນແມ່ນຄວາມບໍ່ລົງລອຍກັນທີ່ນັບມື້ນັບໃຫຍ່ຂຶ້ນ ລະຫວ່າງ ເອີລົບ ແລະ ອາເມລິກາ ກ່ຽວກັບວິກິດການ ເວເນຊູເອລາ ແລະ ເຈດຈຳນົງຂອງ ອາເມລິກາ ກ່ຽວກັບການໂຮມເກາະ Greenland ຂອງແດນມາກເຂົ້າ. ສອງຫົວຂໍ້ນີ້ໄດ້ຍົກອອກມາທີ່ການປຶກສາຫາລືເປັນຫຼາຍຄັ້ງຢູ່ປາຣີ ແລະ ບັງຄັບບັນດາການນຳເອີລົບ ຕ້ອງຊອກຫາວິທີປະຕິກິລະຍາທີ່ເໝາະສົມ.

ຢູ່ປາຣີ, ການນຳບັນດາປະເທດ ຝລັ່ງ, ເຢຍລະມັນ, ອີຕາລີ, ໂປໂລຍ, ແອັດສະປາຍ, ອັງກິດ ແລະ ແດນມາກ ໄດ້ອອກຖະແຫຼງການຮ່ວມໂດຍເນັ້ນໜັກວ່າ ເກາະ Greenland ຂຶ້ນກັບຊາວແດນມາກ ດັ່ງນັ້ນມີແຕ່ແດນມາກ ແລະ Greenland ຈຶ່ງມີສິດຕັດສິນບັນດາບັນຫາກ່ຽວກັບເກາະແຫ່ງນີ້. ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບເອີລົບ (EU) ຍອມຮັບວ່າ:

ບັນດາສານເຊິ່ງພວກຂ້າພະເຈົ້າພວມໄດ້ຮັບຟັງກ່ຽວກັບ Greenland ແມ່ນເປັນໜ້າວິຕົກກັງວົນທີ່ສຸດ ແລະ ບັນດາປະເທດເອີລົບ ໄດ້ມີການປຶກສາຫາລືວ່າ ຖ້າໄພນາບຂູ່ນີ້ແມ່ນຄວາມຈິງ, ຄຳຕອບຂອງເອີລົບຈະແມ່ນຫຍັງ.ແດນມາກ ແມ່ນພັນທະມິດທີ່ໃກ້ຊິດຂອງອາເມລິກາ ແລະ ບັນດາຖະແຫຼງການຜ່ານມາບໍ່ມີຜົນປະໂຫຍດໃຫ້ ສະຖຽນລະພາບຂອງໂລກຢ່າງແທ້ຈິງ.

ຕາມວົງການນັກສັງເກດການແລ້ວ, ເອີລົບພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນທີ່ຫຍຸ້ງຍາກ ເມື່ອທັງຕ້ອງມີປະຕິກິຕິຍາຕໍ່ນະໂຍບາຍການຕ່າງປະເທດໃໝ່ຂອງ ອາເມລິກາທີ່ແຂງແຮງຢ່າງພຽງພໍ, ບໍ່ພຽງແຕ່ໃນບັນຫາເວເນຊູເອລາ, Greenland ເທົ່ານັ້ນ ຫາກຍັງໃນເອກະສານດ້ານພູມີສາດການເມືອງຕ່າງໆອີກດ້ວຍ, ທັງຮັບປະກັນການເຂົ້າຮ່ວມຂອງອາເມລິກາໃນການແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຍ້ອນວ່າ ອາເມລິກາຍັງສວມບົດບາດທີ່ຂາດບໍ່ໄດ້ກ່ຽວກັບດ້ານການເມືອງ, ການທະຫານ ແລະ ຄວາມໝັ້ນຄົງສຳລັບວິວັດການນີ້. ກ່ຽວກັບຍຸດທະສາດຍາວນານ, ເອີລົບກໍ່ຕ້ອງມີປະຕິກິລິຍາກັບອາເມລິກາ ຢ່າງເໝາະສົມ ເພື່ອຮັກສາຄວາມສາມັກຄີ, ຍິ່ງໄປກ່ວານັ້ນແມ່ນການຄົງຕົວ, ຂອງສຳພັນທະມິດການທະຫານ ສົນທິສັນຍາ ອັດລັງຕິກເໜືອ (NATO), ເຊິ່ງແມ່ນກະດູກສັນຫຼັງຂອງໂຄງປະກອບຄວາມໝັ້ນຄົງຢູ່ເອີລົບ ໃນຫຼາຍທົດສະວັດຜ່ານມາ. ດັ່ງນັ້ນ, ສິ່ງທ້າທາຍໃຫຍ່ທີ່ສຸດ ສຳລັບແງ່ຫວັງແກ້ໄຂການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແມ່ນ ເລື່ອງເອີລົບຈະສ້າງການພົວພັນຂ້າມອັດລັງຕິກໃໝ່ຄືແນວໃດກັບປະເທດອາເມລິກາ ທີ່ພວມນັບມື້ນັບມີການປ່ຽນແປງຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ