80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດ: ຂີດໝາຍອັນສະຫງ່າກ່ຽວກັບລະບອບລະບຽບການປະຊາທິປະໄຕ

(VOVWORLD) - ໃນຊຸມປີມໍ່ໆມານີ້ິ້, ສະພາແຫ່ງຊາດໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ ຕາມທິດເປີດເຜີຍ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນກວ່າ. ບັນດາວາລະປະຊຸມ, ວາລະຊັກຖາມ ໄດ້ຖ່າຍທອດສົດ, ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ.
80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດ: ຂີດໝາຍອັນສະຫງ່າກ່ຽວກັບລະບອບລະບຽບການປະຊາທິປະໄຕ - ảnh 1(ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ)

ກ່ອນນີ້ 80 ປີ, ວັນທີ 06 ມັງກອນ 1946, ການເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດໄດ້ດຳເນີນໄປຕາມຫຼັກການປະຊາທິໄຕ, ກ້າວໜ້າທີ່ສຸດ: ທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ. ຈາກເຫດການສຳຄັນຍິ່ງນັ້ນ, ປະຊາທິປະໄຕໄດ້ເລີ່ມຕົ້ນ, ືບທອດ ແລະ ກາຍເປັນພື້ນຖານການເມືອງ - ນິຕິກຳຢ່າງໝັ້ນແກ່ນໃຫ້ແກພາລະກິດຕໍ່ສູ້ປະຕິວັດ ແລະ ສ້າງສາປະເທດຊາດ.

80 ປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ແມ່ນແຫ່ງເຕົ້າໂຮມສິ່ງຍອດຍິ່ງ ແລະ ສືບຕໍ່ປະຊາທິປະໄຕຂອງຊາດ. ຈາກການເລືອກຕັ້ງທົ່ວປະເທດຄັ້ງທຳອິດໃນປີ 1946 ມາຮອດສະພາແຫ່ງຊາດ ຫວຽດນາມ ປະຈຸບັນ, ຈິດໃຈ “ຖືປະຊາຊົນເປັນກົກເຄົ້າ” ຍາມໃດກໍ່ຮັກສາໄວ້ໃນວິວັດການພັດທະນາຂອງອົງການຜູ້ຕາງໜ້າສູງສຸດຂອງປະຊາຊົນ, ອົງການສິດອຳນາດແຫ່ງລັດສູງສຸດຂອງປະເທດ ສສ.ຫວຽດນາມ.

ປະຊາທິປະໄຕຈາກບັດເລືອກຕັ້ງທຳອິດ

ການເລືອກຕັ້ງທົ່ວປະເທດໃນວັນທີ 06 ມັງກອນ 1945 ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນຂີດໝາຍປະຫວັດສາດກ່ຽວກັບສິດເປັນເຈົ້າຂອງປະຊາຊົນອີກດ້ວຍ. ເປັນຄັ້ງທຳອິດ, ປະຊາຊົນ ຫວຽດນາມ ໄດ້ປະຕິບັດສິດເລືອກຕັ້ງ ແລະ ສະໝັກເລືອກຕັ້ງບົນພື້ນຖານທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດລັບ, ບໍ່ຈຳແນກທາງເພດ, ສາສະໜາ ຫຼື ພາກສ່ວນໃນສັງຄົມ. ກ່າວຄຳເຫັນທີ່ພິທີໂຮມຊຸມນຸມສະເຫຼິມສະຫຼອງ 80 ປີແຫ່ງວັນເລືອກຕັ້ງ ສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (06 ມັງກອນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ:

“ວັນທີ 06 ມັງກອນ 1946 ແມ່ນຂີດໝາຍອັນສະຫງ່າ ເປີດໄລຍະພັດທະນາໃໝ່ຂອງຊາດ ຫວຽດນາມ. ໄຊຊະນະຂອງການເລືອກຕັ້ງທົ່ວປະເທດ ໄດ້ຢືນຢັນສິດເປັນເຈົ້າຂອງປະຊາຊົນ, ຈາກຊາຕາກຳຂ້າທາດ ລຸກຂຶ້ນຍາດເອົາເອກະລາດ, ສ້າງຕັ້ງລັດຂອງຕົນ, ດ້ວຍພື້ນຖານນິຕິກຳຢ່າງຄົບຖ້ວນ ແມ່ນຕາງໜ້າໃຫ້ແກ່ປະຊາຊົນ ຫວຽດນາມທຸກຄົນ ຢູ່ພາຍໃນ ແລະ ຕ່າງປະເທດ, ແລະ ແມ່ນລັດປະຊາທິປະໄຕທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້”.

ຜ່ານບັນດາໄລຍະຕໍ່ສູ້, ໂຮມປະເທດຊາດເປັນເອກະພາບ ແລະ ປ່ຽນແປງໃໝ່, ລັກສະນະປະຊາທິປະໄຕນັ້ນບໍ່ຖືກຂາດວັກຂາດຕອນ. ສະພາແຫ່ງຊາດຍັງແມ່ນເວທີປາໄສເພື່ອສ່ອງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ເຖິງວ່າຢູ່ໃນເງື່ອນໄຂປະຫວັດສາດທີ່ແຕກຕ່າງກັນ… ອັນສະແດງໃຫ້ເຫັນວ່າປະຊາທິໄຕໄດ້ຮັບການເປີດກວ້າງ ແລະ ເລິກເຊິ່ງກວ່າເທື່ອລະກ້າວ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມມານະພະຍາຍາມຮັບປະກັນເປັນຜູ້ຕາງໜ້າຂອງປະຊາຊົນທຸກຊັ້ນຄົນລ້ວນແຕ່ມີທັດສະນະໃນສະພາແຫ່ງຊາດ. ເລື່ອງຮັກສາກົນໄກເປັນອົງການຕາງໜ້າໂດຍປະຊາຊົນເລືອກຕັ້ງຜ່ານໄລຍະເກືອບ 80 ປີ ນັ້ນ ແມ່ນຫຼັກຖານພະຍາຍາມຢ່າງຈະແຈ້ງໃຫ້ແກ່ການສືບທອດຢ່າງຕໍ່ເນື່ອງຂອງຄຸນຄ່າປະຊາທິປະໄຕໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຫວຽດນາມ.

ລັກສະນະປະຊາທິປະໄຕ - ຄຸນຄ່າທີ່ຍຶດໝັ້ນຜ່ານ 80 ປີຂອງສະພາແຫ່ງຊາດ ຫວຽດນາມ

ໃນຊຸມປີມໍ່ໆມານີ້ິ້, ສະພາແຫ່ງຊາດໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ ຕາມທິດເປີດເຜີຍ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນກວ່າ. ບັນດາວາລະປະຊຸມ, ວາລະຊັກຖາມ ໄດ້ຖ່າຍທອດສົດ, ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ. ບັນດາການໂຕະວາທີນັບມື້ນັບມີເນື້ອແທ້, ສະແດງໃຫ້ເຫັນບົດບາດໂຕ້ຖຽງ ແລະ ຄວາມຮັບຜິດຊອບຂອງສະພາແຫ່ງຊາດຕໍ່ປະຊາຊົນ.

ສິ່ງສຳຄັນໜຶ່ງອືນຂອງປະຊາທິປະໄຕແມ່ນເລື່ອງເປີດກວ້າງການຮັບເອົາຄຳເຫັນຂອງປະຊາຊົນທີ່ປະກອບໃສ່ຮ່າງກົດໝາຍສະບັບຕ່າງໆ. ມີຫຼາຍນະໂຍບາຍໃຫຍ່ໄດ້ຍົກອອກມາປຶກສາຫາລືຢ່າງກ້ວາງຂວາງໃນສັງຄົມ ກ່ອນທີ່ໄດ້ຮັບຮອງເອົາ, ຜ່ານນັ້ນ ປະກອບສ່ວນຍົກສູງຄຸນນະພາບການສ້າງກົດໝາຍ ແລະ ຮັບປະກັນສິດເຂົ້າຮ່ວມປະກອບຄຳເຫັນຂອງປະຊາຊົນ ໃນວິວັດການສ້າງກົດໝາຍ. ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ, ຕີລາຄາວ່າ:

ຕາມຂ້າພະເຈົ້າແລ້ວ ມີ 3 ບົດຮຽນໃຫຍ່, ໃນນັ້ນມີບົດຮຽນກ່ຽວກັບການຢຶດໝັ້ນຕໍ່ຫຼັກການປະຊາທິປະໄຕ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ. ສືບທອດຈິດໃຈນັ້ນ, ສະພາແຫ່ງຊາດສະໄໝຕ່າງໆ ຍາມໃດກໍ່ເອົາໃຈໃສ່ເປີດກວ້າງປະຊາທິປະໄຕ, ຍົກສູງລັກສະນະເປັນຕົວແທນ, ປ່ຽນແປງໃໝ່ແບບວິທີເຄື່ອນໄຫວ ເພື່ອໃຫ້ນັບມືື້ນັບໃກ້ຊິດກັບປະຊາຊົນ, ຮັບໃຊ້ສິດຜົນປະໂຫຍດອັນຊອບທຳຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃຫ້ແທດຈິງກວ່າ”.

ຫວນຄືນໄລຍະທາງ 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາສະພາແຫ່ງຊາດ ຫວຽດນາມ, ສາມາດເຫັນແຈ້ງລັກສະນະເຊື່ອມຕໍ່: ນັ້ນແມ່ນລັກສະນະປະຊາທິປະໄຕ. ບໍ່ພຽງແຕ່ແມ່ນສິ່ງບັງເອີນເຊິ່ງສະພາແຫ່ງຊາດ ໄດ້ຮັບການກຳນົດວ່າແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການມີສິດອຳນາດສູງສຸດຂອງລັດ. ນັບແຕ່ຊຸມມື້ປະສົບກັບຄວາມຫຍຸ້ງຍາກ ຕະຫຼາດຮອດໄລຍະເຊື່ອມໂຍງ ແລະ ພັດທະນາຄືໃນປະຈຸບັນ, ສະພາແຫ່ງຊາດ ຍາມໃດກໍ່ຕິດພັນຊາຕະກຳຂອງຕົນກັບສິດເປັນເຈົ້າຂອງປະຊາຊົນ, ຖືປະຊາທິປະໄຕທັງເປັນພື້ນຖານ, ທັງແມ່ນເປົ້າໝາຍເພື່ອປັບປຸງໃຫ້ສົມບູບແບບຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ