ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ບຸກຄົນ: ສ້າງ​ຂີດ​ໝາຍ​ສິດ​ທິ​ມະ​ນຸດ​ໃນ​ຍຸກ​ດີ​ຈີ​ຕອນ

(VOVWORLD) - ວັນທີ 1 ມັງກອນ 2026 ໄດ້ສ້າງຂີດໝາຍເຫດການນິຕິກຳສຳຄັນໃນປະຫວັດສາດກົດໝາຍ ຫວຽດນາມ ເມື່ອກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນມີຜົນສັກສິດຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນເອກະສານຂໍ້ກຳນົດກົດໝາຍສະບັບໃໝ່ເທົ່ານັ້ນ ຫາກຍັງແມ່ນບາດລ້ຽວໃນຄວາມຮັບຮູ້, ການປະພຶດດ້ານນິຕິກຳ ແລະ ສິດທິມະນຸດໃນເຄືອຂ່າຍໄຊເບີອີກດ້ວຍ.

ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ບຸກຄົນ: ສ້າງ​ຂີດ​ໝາຍ​ສິດ​ທິ​ມະ​ນຸດ​ໃນ​ຍຸກ​ດີ​ຈີ​ຕອນ - ảnh 1ພາບປະກອບ: VGP

ນີ້ແມ່ນກົດໝາຍເອກະລາດສະບັບທຳອິດກ່ຽວກັບການປົກປ້ອງຂໍ້ມູນສ່ວນບຸກຄົນຢູ່ ຫວຽດນາມ, ປ່ຽນແທນໃຫ້ທຸກໆຂໍ້ກຳນົດໃນເມື່ອກ່ອນ. ການສ້າງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ ແມ່ນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ສຳລັບສິດສ່ວນຕົວ ແລະ ຄວາມປອດໄພຂອງປະຊາຊົນໃນຍຸກດີຈີຕອນ, ເມື່ອຂໍ້ມູນສ່ວນຕົວກາຍເປັນປະເພດຊັບສິນສຳຄັນ, ຈະຖືກຂຸດຄົ້ນ ແລະ ສວຍໃຊ້ໄດ້ຢ່າງງ່າຍດາຍ ຖ້າບໍ່ມີກົດໝາຍປົກປ້ອງ.

ຫັນສິດວ່າດ້ວຍຂໍ້ມູນເປັນກົດໝາຍ

ຕໍ່ກັບກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ, ຂອບເຂດການປົກປ້ອງຂໍ້ມູນສ່ວນບຸກຄົນຢູ່ ຫວຽດນາມ ແມ່ນອີງຕາມດຳລັດບໍລິຫານເປັນຕົ້ນ, ໃນນັ້ນພຽງແຕ່ສຸມໃສ່ຂໍ້ກຳນົດດ້ານເຕັກນິກ ແລະ ການປະຕິບັດຕາມ. ແຕ່ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ ໂດຍສະພາແຫ່ງຊາດຮັບຮອງເອົາ ເມື່ອເດືອນ ມິຖຸນາ 2025 ໄດ້ຍົກຂໍ້ມູນສ່ວນຕົວຂຶ້ນເປັນສິດໂດຍກົດໝາຍປົກປ້ອງຢ່າງຈະແຈ້ງ ແລະ ຮອບດ້ານ, ກາຍເປັນສິດພື້ນຖານພິເສດສະເພາະ.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນແມ່ນຄວາມຮຽກຮ້ອງການເຫັນດີຢ່າງຈະແຈ້ງກ່ອນທີ່ບໍ່ ວ່າຂໍ້ມູນໃດຈະໄດ້ຮັບການເກັບກຳ, ຜ່ານນັ້ນ ກໍ່ຫັນຖານະຜູ້ນຳໃຊ້ຈາກທ່າຮັບມາເປັນບົດບາດເປັນເຈົ້າການທີ່ມີສິດຕັດສິນຜູ້ທີ່ຈະມີສິດໄດ້ນຳໃຊ້ຂໍ້ມູນຂອງຕົນ ແລະ ນຳໃຊ້ໃນກໍລະນີໃດ.

ໃນສະພາບທີ່ຄວາມສ່ຽງຂາດຄວາມປອດໄພດ້ານຂໍ້ມູນສ່ວນບຸກຄົນນັບມື້ນັບເພີ່ມຂຶ້ນ, ຂໍ້ກຳນົດນີ້ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນປັບປຸງພື້ນຖານດ້ານນິຕິກຳຢ່າງໝັ້ນແກ່ນໃຫ້ແກ່ການປົກປ້ອງສິດສ່ວນຕົວຂອງພົນລະເມືອງ. ທ່ານ ຟ້າມຈຸງແທັ່ງ, ຜູ້ຕາງໜ້າສະມາຄົມຄວາມປອດໄພທາງໄຊເບີແຫ່ງຊາດ ຖືວ່າ ນີ້ແມ່ນບາດກ້າວທີ່ມີລັກສະນະບຸກທະລຸ, ຢັ້ງຢືນຄຳໝັ້ນສັນຍາໃນການຖືມະນຸດເຂົ້າທີ່ຕັ້ງໃຈກາງຂອງວິວັດການຫັນເປັນດີຈີຕອນ:

ການຮັບຮອງເອົາກົດໝາຍຄ້າຍຄືກັນກັບຂໍ້ກຸນແຈໃນການປົກປ້ອງສິດນຳໃຊ້ສ່ວນຕົວຂອງຜູ້ນຳໃຊ້. ໃນກົດໝາຍໄດ້ກຳນົດຢ່າງຈະແຈ້ງວ່າ ສິດຂອງຜູ້ນຳໃຊ້ ແມ່ນເມື່ອບັນດາວິສາຫະກິດ ຢາກເກັບກຳຂໍ້ມູນຕ້ອງໄດ້ຮັບຄວາມເຫັນດີ. ຍິ່ງໄປກວ່ານັ້ນ, ຜູ້ນຳໃຊ້ມີສິດປະຕິເສດ ຫຼື ຖອນຄຳເຫັນດີກ່ອນນັ້ນ ແລະ ຂໍ້ມູນຈະໄດ້ຮັບການປົກປ້ອງ. ພິເສດ, ກົດໝາຍກໍ່ຫ້າມການກະທຳຊື້ຂາຍຂໍ້ມູນ.

ເລື່ອງກົດໝາຍກຳນົດບັນດາສິດຢ່າງຈະແຈ້ງຄື: ສິດໄດ້ຮັບຮູ້, ສິດໄດ້ເຂົ້າຄົ້ນຫາ, ສິດປັບປຸງ, ສິດລົບລ້າງ ແລະ ສິດຄັດຄ້ານການແກ້ໄຂຂໍ້ມູນແບບບໍ່ຖືກຕ້ອງ ບໍ່ພຽງແຕ່ແມ່ນ ບັນດາຄວາມຮັບຜິດຊອບດ້ານນິຕິກຳສຳລັບອົງການ, ວິສາຫະກິດເທົ່ານັ້ນ ຫາກຍັງແມ່ນບັນດາເຄື່ອງມືປົກປ້ອງສິດທິມະນຸດໃນສະພາບແວດລ້ອມດີຈີຕອນ, ສ້າງໂອກາດໃຫ້ແກ່ພົນລະເມືອງເປັນເຈົ້າຕົນເອງກວ່າໃນການຄຸ້ມຄອງຂໍ້ມູນສ່ວນຕົວຂອງຕົນ.

ຂ້າພະເຈົ້າລົບລ້າງຂໍ້ມູນຂອງຕົນ, ລຶບພາບຖ່າຍຂອງຕົນ. ຂ້າພະເຈົ້າມີສິດໄດ້ເຮັດຄືແນວນັ້ນ ແລະ ສຳລັບບັນດາບໍລິສັດເຕັກໂນໂລຢີກໍ່ຕ້ອງປະກອບບັນດາລັກສະນະຄວາມສາມາດ (function) ໃຫ້ຜູ້ນຳໃຊ້ ເພື່ອໃຫ້ຜູ້ນຳໃຊ້ເຮັດວຽກດັ່ງກ່າວດ້ວຍຕົນເອງ.

ດ້ວຍຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບການກະທຳຕ້ອງຫ້າມຄື: ການຄ້າຂາຍຂໍ້ມູນ, ນຳໃຊ້ຂໍ້ມູນແບບຜິດກົດໝາຍ, ຫຼືສົ່ງຂໍ້ມູນໄປຍັງຕ່າງປະເທດໂດຍຂາດການຄຸ້ມຄອງ, ກົດໝາຍສ້າງຮົ້ວກີດຂວາງດ້ານນິຕິກຳເພື່ອຫຼຸດຜ່ອນຄວາມສ່ຽງລ່ວງລະເມີດສິດສ່ວນຕົວ, ຫຼີກລ້ຽງບັນດາກໍລະນີຮົ່ວໄຫຼ, ເປີດເຜີຍຂໍ້ມູນສ່ວນບຸກຄົນທີ່ພວມເກີດຂຶ້ນເປັນຈຳນວນຫຼາຍໃນຍຸກດີຈີຕອນ ລົງຕ່ຳສຸດ. ທະນາຍຄວາມ ຫງວຽນວັນເຮົ້າ, ຄະນະທະນາຍຄວາມນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ:

ຂ້າພະເຈົ້າເຫັນວ່າ ກົດໝາຍມີບັນດາຂໍ້ກຳນົດທີ່ເໝາະສົມທີ່ສຸດ. ທີໜຶ່ງ, ແມ່ນຂໍ້ກຳນົດຫ້າມບໍ່ໃຫ້ນຳໃຊ້ຂໍ້ມູນສ່ວນບຸກຄົນ, ລ່ວງລ້ຳບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອື່ນ. ທີສອງ, ກົດໝາຍສອດຄ່ອງກັບບັນດາຂໍ້ກຳນົດຂອງລັດຖະທຳມະນູນ, ຫັນບັນດາສິ່ງເຊິ່ງລັດຖະທຳມະນູນກຳນົດເປັນລະອຽດ, ຍົກຕົວຢ່າງຄື: ຄວາມລັບຊີວິດສ່ວນຕົວ, ຄວາມລັບສ່ວນຕົວ, ບັນດາຂໍ້ມູນສະເພາະແມ່ນບໍ່ອາດລ່ວງລ້ຳໄດ້. ບັນດາຄວາມລັບນີ້ໂດຍກົດໝາຍປົກປ້ອງ ແລະ ຫັນເປັນລະອຽດໃນກົດໝາຍສະບັບນີ້.

ທ່າອ່ຽງຕ້ອງເປັນໄປໃນວິວັດການເຊື່ອມໂຍງເຂົ້າກັບສາກົນ

ພິຈາລະນາໃນສະພາບການສາກົນ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນ ໄດ້ຈັດ ຫວຽດນາມ ເຂົ້າທ່າອ່ຽງທົ່ວໂລກກ່ຽວກັບການປົກປ້ອງສິດສ່ວນຕົວ ແລະ ຂໍ້ມູນສ່ວນບຸກຄົນ ຕາມມາດຕະຖານສາກົນ, ອາດເວົ້າເຖິງຄື: ຂໍ້ກຳນົດວ່າດ້ວຍການປົກປ້ອງຂໍ້ມູນລວມຂອງ ສະຫະພາບເອີລົບ (GDPR – General Data Protection Regulation). ນີ້ໄດ້ຮັບຖືວ່າແມ່ນມາດຕະຖານສູງທີ່ສຸດໃນໂລກ ກ່ຽວກັບສິດຂໍ້ມູນສ່ວນຕົວ.

ການເຊື່ອມຕໍ່ລະຫວ່າງກົດໝາຍຢູ່ພາຍໃນປະເທດ ກັບບັນດາມາດຖານສາກົນ ບໍ່ພຽງແຕ່ຊ່ວຍປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ບັນດາຄູ່ຮ່ວມມືສາກົນ, ບັນດາຝ່າຍພິຈາລະນາຂອບນິຕິກຳຄືໄມ້ວັດແທກຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ, ປອດໄພຢ່າງເປັນປະຈຳ. ຢູ່ແງ່ມູມສິດທິມະນຸດ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນບຸກຄົນແມ່ນບາດກ້າວໃຫຍ່ເມື່ອຖືສິດເປັນເຈົ້າຂໍ້ມູນແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກສິດທິມະນຸດໃນຍຸກດີຈີຕອນ. ກົດໝາຍບໍ່ພຽງແຕ່ຍົກລະດັບຄວາມຮັບຮູ້ດ້ານກົດໝາຍກ່ຽວກັບສິດຂໍ້ມູນສ່ວນບຸກຄົນເທົ່ານັ້ນ ຫາກຍັງແມ່ນພື້ນຖານໃຫ້ແກ່ສັງຄົມດີຈີຕອນທີ່ມີຄວາມຍຸຕິທຳກວ່າ, ປອດໄພກວ່າ ແລະ ເຄົາລົບນັບຖືສິດເສລີສ່ວນຕົວໃນຍຸກດີຈີຕອນຢູ່ ຫວຽດນາມ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ