ການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນຄັ້ງທີ 5 ໄດ້ເລີ່ມດຳເນີນຢູ່ວໍຊິງຕັນແຫ່ງສະຫະລັດອາເມລິກາ
(ພາບ:AP)
|
ໃນວັນທີ 10 ແລະ 11/7, ບັນດາເຈົ້າໜ້າທີ່ຂັ້ນສູງສຸດໃນອຳນາດການປົກຄອງ ອາເມລິກາ ແລະ ຈີນ ເຂົ້າຮ່ວມການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນຄັ້ງທີ 5 ຢູ່ວໍຊິງຕັນ. ໂດຍໄດ້ດຳເນີນໃນຈຸດເວລາທີ່ການພົວພັນ 2 ຝ່າຍລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກນີ້ພວມປະສົບກັບພາຍຸລົມແດງ, ແຕ່ການສົນທະນາຄັ້ງນີ້, ຖັດຈາກການຢ້ຽມຢາມອາເມລິກາຂອງປະທານປະເທດຈີນສີຈິ້ນຜີງເມື່ອເດືອນແລ້ວນີ້ ໄດ້ຮັບການລໍຄອຍຈາກຫາງສຽງແມ່ນກາລະໂອກາດເພື່ອຊ່ວຍໃຫ້ 2 ຝ່າຍມີບາດກ້າວຂະຫຍາຍຕົວທີ່ສຳຄັນໃນການສ້າງສາຍພົວພັນລະຫວ່າງບັນດາປະເທດມະຫາອຳນາດແບບໃໝ່.
ຕາມແຫຼ່ງຂ່າວຢ່າງເປັນທາງການຈາກເອກອັກຄະລັດຖະທູດຈີນ ປະຈຳ ອາເມລິກາ, ທີ່ການສົນທະນາຄັ້ງນີ້, ການນຳ 20 ກະຊວງ, ຂະແໜງການຂອງ 2 ປະເທດເຂົ້າຮ່ວມການປຶກສາຫາລືກ່ຽວກັບບັນດາຂົງເຂດປ້ອງກັນຄວາມສະຫງົບ, ການເມືອງ, ເສດຖະກິດ-ການເງິນດ້ວຍລະດັບ 2 ຝ່າຍ, ພາກພື້ນ ແລະທົ່ວໂລກ. ກ່ອນດຳເນີນ ການສົນທະນາ, ມີນັກໄຈ້ແຍກ, ນັກວິຈານ, ນັກສັງເກດການສາກົນຈຳນວນບໍ່ໜ້ອຍໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍ ການສົນທະນາຍຸດທະສາດ ແລະ ເສດຖະກິດອາເມລິກາ - ຈີນຄັ້ງນີ້, ລັດຖະບານ 2 ປະເທດໄດ້ສ້າງພື້ນຖານທຳອິດໃຫ້ແກ່ການ ສ້າງສາຍພົວພັນລະຫວ່າງບັນດາປະເທດມະຫາອຳນາດແບບໃໝ່. ແຕ່ເພື່ອກ້າວໄປເຖິງເປົ້າໝາຍປາຍທາງນັ້ນ, ກໍແມ່ນວິວັດການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ເພາະວ່າລະຫວ່າງ 2 ປະເທດຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງໃນບັນດາບັນຫາ ນັບທັງອະດີດຕະການ ແລະ ຫາກໍເກີດໃໝ່, ຖ້າຫາກບໍ່ໄດ້ຮັບການແກ້ໄຂຢ່່າງເຖິງຖອງນັ້ນ, ຄວາມສຳນຶກ “ການພົວພັນລະຫວ່າງບັນດາປະເທດມະຫາອຳນາດແບບໃໝ່ ” ຈະຍາກທີ່ຈະກຳນົດໄດ້.
ກ່ອນອື່ນໝົດ, ຮົ້ວກີດຂວາງໃນການພົວພັນ 2 ຝ່າຍອາເມລິກາ - ຈີນ ແມ່ນນອນໃນບັນຫາດ້ານເສດຖະກິດ-ການຄ້າ. ບໍ່ອາດປະຕິເສດໄດ້ໃນຕະຫຼອດ 34 ປີ ນັບແຕ່ 2 ປະເທດສ້າງການພົວພັນທາງການທູດມາຮອດປະຈຸບັນ, ການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນທົບ 198 ເທົ່າ. ພິເສດ, ໃນ 5 ປີມານີ້, ວົງເງິນການຄ້າອາເມລິກາ - ຈີນໄດ້ເພີ່ມຂຶ້ນຈາກ 270 ຕື້ USD ຂຶ້ນເປັນເກືອບ 500 ຕື້ USD . ແຕ່ການພັດທະນາເສດຖະກິດ-ການຄ້າທີ່ຮ້ອນເຮັ່ງນີ້ກໍຍັງໄປພ້ອມກັບການຍາດຊິງກັນກ່ຽວກັບຜົນປະໂຫຍດ ແລະ ລະແວງສົງໄສຕໍ່ກັນ. ພ້ອມກັນນັ້ນ, ຄວາມຜິດໂຕນກັນລະຫວ່າງ 2 ປະເທດແມ່ນໃຫຍ່ທີ່ສຸດ. ຄາດຄະເນວ່າ ໃນປະຈຸບັນ, ບັນດານັກລັງທຶນອາເມລິກາພວມຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງຫຼືສິ່ງຈຳກັດກ່ຽວກັບກຳມະສິດໃນປະມານ 90 ຂົງເຂດຢູ່ຈີນ, ໃນຂະນະນັ້ນ, ບັນດາບໍລິສັດຈີນທີ່ຊອກຫາກາລະໂອກາດລົງທຶນຢູ່ອາເມລິກາ ຍາມໃດກໍເປັນຫ່ວງກັງວົນຕໍ່ໄພອັນຕະລາຍຖືກຜົນສະທ້ອນຍ້ອນບັນດາຂໍ້ຕົກລົງໄຮ້ຜົນປະໂຫຍດ ຈາກສະພາແຫ່ງຊາດອາເມລິກາ ຫຼືຖືກປະຕິເສດຍ້ອນເຫດຜົນຮັບປະກັນຄວາມສະຫງົບປອດໄພ. ອີກດ້ານໜຶ່ງ, ບັນຫາກຳນົດກຳນົດລາຄາສະກູນເງິນຢວນ ກໍແມ່ນຫົວເລື່ອງກໍ່ຄວາມໂຕ້ຖຽງກັນທີ່ແກ່ຍາວເປັນເວລາດົນນານລະຫວ່າງ 2 ປະເທດມະຫາອຳນາດ, ກໍ່ສິ່ງກີດຂວາງໃນການແລກປ່ຽນການຄ້າ. ແຕ່ດົນນານມາແລ້ວ, ອາເມລິກາ ຍັງຄົງຖືວ່າ ອຳນາດການປົກຄອງຈີນໄດ້ກຳນົດລາຄາຕ່ຳເກີນໄປສຳລັບ ສະກູນເງິນຢວນ ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຂອງປະເທດນີ້ມີທ່າໄດ້ປຽບຫຼາຍກ່ວາກ່ຽວກັບລາຄາເມື່ອທຽບໃສ່ປະເທດອື່ນໆໃນການຄ້າສາກົນ.
ພ້ອມກັບບັນດາການ ຍາດຊິງກັນກ່ຽວກັບຜົນປະໂຫຍດໃນດ້ານການຄ້າ, ບັນຫາປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ກໍແມ່ນບັນຫາທີ່ສັບສົນໃນການພົວພັນລະຫວ່າງປັກກິງ-ວໍຊິງຕັນ. ບົດລາຍງານຂອງຄະນະກຳມະການຕິດຕາມກວດກາການເຄື່ອນໄຫວຂີ້ລັກລິຂະສິດຊັບສິນທາງປັນຍາອາເມລິກາ ທີ່ໄດ້ຍົກອອກມາເມື່ອມໍ່ໆມານີ້ໄດ້ຄາດຄະເນວ່າ ແຕ່ລະປີພື້ນຖານເສດຖະກິດນີ້ ຖືກເສຍຫາຍປະມານ 300 ຕື້ USD ຍ້ອນບັນດາການບຸກໂຈມຕີຢ່າງຂອບຂະໜາດໃຫຍ່ຂອງຫັກເກີສາກົນ, ໃນນັ້ນຫັກເກີຈາກຈີນ ແມ່ນຕົວການເບີໜຶ່ງ. ໃນຂະນະທີ່ການໂຕ້ຖຽງນີ້ຍັງບໍ່ທັນຮອດຍາມສິ້ນສຸດນັ້ນ, ບັນຫາຍິ່ງນັບມື້ນັບ ສັບສົນຂຶ້ນອີກ ຂະນະທີ່ໃນຈຳນວນບັນດາຂໍ້ມູນກ່ຽວກັບໂຄງການຕິດຕາມລາຊະການລັບຂອງອົງການປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ (NSA) ຖືກອະດີດພາລະກອນສືບລາຊະການລັບອາເມລິກາ ທ່ານ Edward Snowden ເຜີຍລັບນັ້ນ ໄດ້ເຕື້ອງເຖິງບັນດາເປົ້າໝາຍບຸກໂຈມຕີແມ່ນເຄືອຂ່າຍຄອມພິວເຕີຂອງມະຫາວິທະຍາໄລແທງຮວາຢູ່ປັກກິງ ແລະ ມະຫາວິທະຍາໄລຮອງກົງ. ເພາະສະນັ້ນ, ທີ່ການສົນທະນາຄັ້ງນີ້, ຈີນປາດຖະໜາວ່າ ຈະໄດ້ຮັບຄຳອະທິບາຍຢ່າງລະອຽດຈາກຝ່າຍ ອາເມລິກາ . ໃນຂະນະນັ້ນ,ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ , ອາເມລິກາ ມີພຽງຄວາມຫວັງວ່າ 2 ຝ່າຍຈະເລັ່ງໃສ່ບັນດາກໍລະນີຂີ້ລັກຂໍ້ມູນດ້ານການຄ້າ ແລະ ຊັບສິນທາງປັນຍາອື່ນໆ. ນອກຈາກນັ້ນ, ເລື່ອງ ອາເມລິກາ ຂາຍອາວຸດໃຫ້ແກ່ໄຕ້ຫວັນ ກໍແມ່ນສາຍເຫດກໍ່ຄວາມແຕກແຫງສຳລັບການພົວພັນ ອາເມລິກາ - ຈີນ. ບັນດາບັນຫາໃນພາກພື້ນ ແລະ ສາກົນອື່ນໆ ກໍສົ່ງຜົນກະທົບບໍ່ໜ້ອຍເຖິງການພົວພັນ ອາເມລິກາ - ຈີນ ຄື ບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ, ກ່ຽວກັບການພິພາດເຂດນານທະເລຢູ່ພາກພື້ນອາຊີຕາເວັນອອກ.
ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງ 2 ປະເທດ ອາເມລິກາ - ຈີນ ສ້າງສາຍພົວພັນລະຫວ່າງບັນດາປະເທດມະຫາອຳນາດແບບໃໝ່ ຍັງພວມຢູ່ໃນວິວັດການຊອກຮູ້. ເພາະຈຸດພິເສດທີ່ພົ້ນເດັ່ນ ແລະ ກໍແມ່ນຈຸດອ່ອນຕົ້ນຕໍໃນການພົວພັນລະຫວ່າງ 2 ປະເທດມະຫາອຳນາດ ແມ່ນການຂາດຄວາມເຊື່ອໝັ້ນຍຸດທະສາດຊຶ່ງກັນ ແລະ ກັນ. ບັນດາການພົບປະສຸດຍອດຫຼືຂັ້ນສູງລະຫວ່າງ ອາເມລິກາ - ຈີນ ຍາກທີ່ຈະສາມາດແກ້ໄຂຄວວາມຂາດຕົກບົກຜ່ອງໂດຍພື້ນຖານນີ້ໄດ້ ແລະ ການສົນທະນາປະຈຳປີຄັ້ງນີ້ກໍບໍ່ນອນນອກເໜືອຈາກບັນຫາດັ່ງກ່າວ, ແຕ່ມັນຈະ ຫຼຸດຜ່ອນສະພາບເຂົ້າໃຈຜິດທີ່ອາດຈະພາໄປເຖິງເລື່ອງການພົວພັນຖືກ ພັງທະລາຍ. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການຕີລາຄາວ່າ ພວມກ້າວເດີນໄປຕາມທິດກ້ຳເກິ່ງກ່ວາ ນັບແຕ່ພາຍຫຼັງການພົບປະຂັ້ນສຸດຍອດຫວ່າງແລ້ວນີ້ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Barak Obama ແລະ ທ່ານປະທານປະເທດຈີນ ສີຈິ້ນຜີງ ດ້ວຍບັນດາຄຳຖະແຫຼງທີ່ແຂງແຮງຈາກທັງ 2 ຝ່າຍ. ເຄົາລົບຊຶ່ງກັນ ແລະ ກັນ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແມ່ນຄວາມຮັບຮູ້ລວມຂອງອຳນາດການປົກຄອງ ແລະ ປະຊາຊົນ 2 ປະເທດບົນເສັ້ນທາງສ້າງການພົວພັນຄູ່ຮ່ວມມືຍຸດທະສາດແບບໃໝ່ ອາເມລິກາ - ຈີນ ແລະ ນີ້ແມ່ນສິ່ງທີ່ຫາງສຽງພວມລໍຄອຍຈາກການສົນທະນາຍຸດທະສາດຄັ້ງນີ້