(vovwordl)- ຫນ້າທີ່ຈຸດສຸມຫນຶ່ງຊຶ່ງລັດຖະບານ ຫວຽດນາມ ໄດ້ກຳນົດໃນປີ 2012 ແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດພັດທະນາ, ພ້ອມທັງສືບຕໍ່ປະຕິບັດແຜນນະໂຍບາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິເທື່ອລະກ້າວ. ເນື້ອໃນນີ້ກໍແມ່ນຫົວເລື່ອງທີ່ຮ້ອນເຮັ່ງ ພວມໄດ້ຮັບການສຸມໃສ່ປຶກສາຫາລື ແລະ ຍື່ນສະເຫນີຕໍ່ສະພາແຫ່ງຊາດພິຈາລະນາຢູ່ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13. ນີ້ກໍແມ່ນເນື້ອໃນຊຶ່ງບັນດານັກອຸປະຖຳສາກົນສົນໃຈ ໃນກອງປະຊຸມກາງສະໄຫມຂອງກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ ຫວຽດນາມ (GD) ທີ່ດຳເນີນໄປໃນວັນທີ 4 ແລະ 5/6 ຢູ່ ແຂວງ Quang Tri.
ບັນດາວິສາຫະກິດຈະໄດ້ຮັບການແກ້ໄຂຄວາມຫຍຸ້ງຍາກ
ພາບປະກອບ:dtv.vn
|
ເຖິງວ່າໃນຊຸມເດືອນຕົ້ນປີ 2012, ພື້ນຖານເສດຖະກິດຂອງ ຫວຽດນາມ ມີບັນດາສັນຍານອັນຕັ້ງຫນ້າຄື: ໄພເງິນເຟີ້ໄດ້ຮັບການຄວບຄຸມ, ອັດຕາດອກເບ້ຍຫລຸດລົງ, ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນປົກກະຕິ, ການສົ່ງອອກສິນຄ້າບັນລຸລະດັບສູງ, ການນຳເຂົ້າເກີນດຸນຫລຸດລົງຢ່າງແຮງ ແຕ່ເຖິງຢ່າງໃດກໍຕາມຍັງຄົງມີສິ່ງທ້າທາຍໃຫຍ່ຫລາຍຢ່າງ. ນັ້ນແມ່ນລະດັບເຕີບໂຕເສດຖະກິດຖືກຫລຸດລົງ. ລະດັບຈະເລີນເຕີບໂຕ GDP ໃນໄຕມາດທີ 1 ປີ 2012 ບັນລຸພຽງ 4% ເຊິ່ວແມ່ນລະດັບຕຳ່ກວ່າຫລາຍເມື່ອທຽບໃສ່ໄລຍະດຽວກັນຂອງປີ 2011. ເຖິງວ່າການປະຕິບັດນະໂຍບາຍຮັດກຸ່ມງົບປະມານ, ນະໂຍບາຍເງິນຕາຢ່າງແຫນ້ນແຟ້ນ ໄດ້ປະກອບສ່ວນຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິກໍຕາມ ແຕ່ກໍເຮັດໃຫ້ວິສາຫະກິດຫລາຍແຫ່ງປະສົບກັບຄວາມຫຍຸ້ງຍາກ, ມີວິສາຫະກິດຫລາຍແຫ່ງຕ້ອງຢຸດຕິການເຄື່ອນໄຫວ ແລະ ລົ້ມລະລາຍ, ຄົນງານຖືກວ່າງງານເປັນຈຳນວນຫລວງຫລາຍ, ກໍ່ກຳລັງດັນໃຫຍ່ຫລວງເຖິງຄວາມເປັນປົກກະຕິຂອງສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນສະພາບການນັ້ນ, ລັດຖະບານ ຫວຽດນາມ ກຳນົດວ່າ ຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດພັດທະນາ ພ້ອມກັນນັ້ນ ຕ້ອງປະຕິບັດແຜນນະໂຍບາຍກ່ຽວກັບການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິຢ່າງສະເໝີຕົ້ນສະເຫມີປາຍ ເພື່ອສ້າງທ່ວງທ່າໃຫ້ການການເຕີບໂຕຢ່າງໝັ້ນຄົງ. ມະຕິກ່ຽວກັບບາງມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຫນູນຊ່ວຍຕະຫລາດທີ່ສ້າງຂຶ້ນໃນເດືອນ 5/2012 ຜ່ານມາ ໄດ້ແກ້ໄຂຄວາມຫຍຸ້ງຍາກສ່ວນໃດສ່ວນຫນຶ່ງໃຫ້ແກ່ວິສາຫະກິດ. ຕາມທ່ານ Vuong Dinh Hue ລັດຖະມົນຕີກະຊວງການເງິນ ຫວຽດນາມ, ສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ Binh Dinh ແລ້ວ, ການຫນູນຊ່ວຍວິສາຫະກິດຄັ້ງນີ້ ແມ່ນປະຕິບັດໃນສະພາບຢືດໝັ້ນປະຕິບັດຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ນີ້ແມ່ນບ້ວງງເງິນຫນູນຊ່ວຍເທົ່ານັ້ນ ຫາກບໍ່ແມ່ນບ້ວງເງິນກະຕຸ້ນຄວາມຕ້ອງການ. ເພາະສະນັ້ນ ບັນດາມາດຕະການທີ່ຍົກອອກມາແມ່ນອີງໃສ່ການຄົ້ນຄ້ວາ ການສະຫລຸບຕີລາຄາຢ່າງລອບຄອບຖີ່ຖ້ວນ. ທ່ານ ລັດຖະມົນຕີກະຊວງການເງິນ Vuong Dinh Hue ຢືນຢັນວ່າ:
“ການສຸມໃສ່ແກ້ໄຂ, ຫນູນຊ່ວຍໃຫ້ແກ່ບັນດາວິສາຫະກິດ, ນັບທັງລາຍຈ່າຍສົ້ນເຂົ້າ ສົ້ນອອກ ແລະ ນຳໃຊ້ທຶນຮອນ. ສຳລັບການຫນູນຊ່ວຍສົ້ນອອກ, ລັດຖະບານໄດ້ກຳນົດວ່າຕ້ອງເພີ່ມຍອດຄວາມຕ້ອງການ. ສຳລັບສົ້ນເຂົ້າ, ຈຸດໝາຍແມ່ນເຮັດແນວໃດຊ່ວຍໃຫ້ວິສາຫະກິດ ຫລຸດຜ່ອຍລາຍຈ່າຍດ້ານການເງິນ, ລາຍຈ່າຍການເຄື່ອນໄຫວ. ລັດຖະບານ ໄດ້ຍົກອອກບັນດາມາດຕະການກ່ຽວກັບການຕໍ່ກຳນົດເວລາເກັບອາກອນມູນຄ່າເພີ່ມ, ຍົກເວັ້ນອາກອນລາຍຮັບວິສາຫະກິດ, ຕໍ່ກຳນົດເວລາເສຍຄ່າເຊົ່າທີ່ດິນ, ຊ້ຳບໍ່ໜຳອະນຸຍາດໃຫ້ບັນດາວິສາຫະກິດຕໍ່ກຳນົດເວລາເສຍອາກອນ.”
ສ່ວນທ່ານ Cao Sy Kiem ສສຊ ແຂວງ Thai Binh ໃຫ້ຮູ້ວ່າ: ນີ້ແມ່ນບ້ວງເງິນຫນູນຊ່ວຍດີທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ນັບທັງຂອບຂະຫນາດກໍຄືເນື້ອໃນ ແລະ ໄດ້ຮັບການຕີລາຄາວ່າທັນການ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລັດຖະບານທີ່ໄດ້ຮ່ວມແຮງຮ່ວມໃຈຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ.
ເຖິງຢ່າງໃດກໍຕາມ, ຄຳເຫັນຈາກ ສສຊ ຫລາຍທ່ານຖືວ່າ: ເພື່ອໃຫ້ບັນດາມາດຕະການຫນູນຊ່ວຍຂອງລັດຖະບານບັນລຸປະສິດທິຜົນນັ້ນ ນອກຈາກການຫນູນຊ່ວຍ ຈາກລັດຖະບານ, ບັນດາກະຊວງ, ຂະແຫນງການແລ້ວ ບັນດາວິສາຫະກິດຕ້ອງມີຄວາມມານະພະຍາຍາມອີກດ້ວຍ. ທ່ານ Nguyen Duc Kien ຮອງຫົວຫນ້າກຳມາທິການເສດຖະກິດ, ສສຊ ແຂວງ Soc Trang ຖືວ່າ: ບັນດາວິສາຫະກິດເອງຕ້ອງເພີ່ມທະວີຄວາມຮັບຜິດຊອບທາງສັງຄົມຂອງຕົນເພື່ອເຮັດແນວໃດ ໃຫ້ບັນດາວິສາຫະກິດໄດ້ຮັບການຫນູນຊ່ວຍນັ້ນ ປະກອບສ່ວນເຂົ້າໃນຈຸດໝາຍຮັບປະກັນຊີວິດສັງຄົມ. ທ່ານ Kien ກ່າວວ່າ:
“ເມື່ອຍົກເວັ້ນ, ຫລຸດຜ່ອນອາກອນຄືແນວນັ້ນຈະກະທົບເຖິງລາຍຮັບງົບປະມານຂອງປະເທດຊາດຄືແນວໃດ. ເວລານັ້ນ ນະໂຍບາຍສັງຄົມ ຊຶ່ງວິສາຫະກິດຕ້ອງປະຕິບັດ, ຄວາມຮັບຜິດຊອບທາງສັງຄົມຂອງວິສາຫະກິດທີ່ມີຕໍ່ຄົນງານຕ້ອງເພີ່ມຂຶ້ນ. ”ເມື່ອລັດຖະບານຫັກງົບປະມານຫນູນຊ່ວຍວິສາຫະກິດ, ລັດຖະບານຈະມີສິດຮຽກຮ້ອງໃຫ້ບັນດາວິສາຫະກິດນັ້ນຕ້ອງມີນະໂຍບາຍແນວໃດສຳລັບຄົນງານ.”
ຫວ່າງແລ້ວນີ້ ທີ່ເວທີປາໄສວິສາຫະກິດ ຫວຽດນາມ, ທ່ານນາງ Victoria Kwakwa ຜູ້ຕາງຫນ້າທະນາຄານໂລກປະຈຳຫວຽດນາມ ໄດ້ເນັ້ນຫນັກວ່າ: ບໍ່ແມ່ນວິສາຫະກິດໃດກໍເອື້ອຍອີງໃສ່ບ້ວງເງິນຫນູນຊ່ວຍຈາກລັດຖະບານຫວຽດນາມ ໃນຄັ້ງນີ້ໄດ້. ເລື່ອງກຳນົດກຳລັງແຮງກໍຄືຄວາມສາມາດ, ຂົງເຂດຜະລິດດຳເນີນທຸລະກິດຂອງວິສາຫະກິດ ເພື່ອປະຕິບັດການຫນູນຊ່ວຍແມ່ນສິ່ງທີ່ຈຳເປັນ. ທ່ານນາງ Victoria Kwakwa ກໍຖືວ່າ: ເລື່ອງປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ການຜະລິດດຳເນີນທຸລະກິດ ແລະ ການລົງທຶນສຳເລັດຜົນ ຈະແມ່ນການກະຕຸກຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດໃນໄລຍະຍາວນານຂອງ ຫວຽດນາມ.
ເວທີປາໄສວິສາຫະກິດ ຫວຽດນາມ
ພາບ:baohaiquan.vn
|
ຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມໃນຄວາມຮັບຮູ້ ແລະ ການກະທຳຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດຈະແມ່ນປັດໄຈສຳຄັນເພື່ອປະຕິບັດບັນດາມາດຕະການສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ,ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການຜະລິດດຳເນີນທຸລະກິດ ພ້ອມທັງຮັບປະກັນການຄວບຄຸມໄພເງິນເຟີ້ ທັງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ທັງຮັບປະກັນການເຕີບໂຕຢູ່ໃນລະດັບ 6%. ນີ້ກໍແມ່ນຫນ້າທີ່ຫຍຸ້ງຍາກ ແຕ່ຕ້ອງປະຕິບັດ ເພາະວ່າ ແມ່ນປັດໄຈສຳຄັນເພື່ອຮັບປະກັນຄວາມໝັ້ນຄົງ ແລະ ພັດທະນາແບບຍືນຍົງ.
ນັກຂ່າວ Anh Huyen