(vovworld) - ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ 13 ໃນປີ 2012 ມີຈຸດພົ້ນເດັ່ນຫລາຍຢ່າງ, ພິເສດ ແມ່ນວຽກງານນິຕິບັນຍັດ. ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ດ້ວຍຄວາມຕັດສິນໃຈແມ່ນຍົກສູງຄຸນນະພາບ ແລະ ຈຳນວນຮ່າງກົດໝາຍທີ່ໄດ້ຮັບການຮັບຮອງເອົາ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳໃຫ້ນັບມື້ນັບດີກວ່າ, ເປັນຕົ້ນແມ່ນຮັບໃຊ້ກິດຈະການພັດທະນາເສດຖະກິດ ສັງຄົມ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ໃນລາຍການສະຖານະການການເມືອງພາກນີ້ ພວກເຮົາຂໍແນະນຳບົດສະຫລຸບການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໃນປີ 2012.
ໃນວຽກງານນິຕິບັນຍັດ ຂອງສະພາແຫ່ງຊາດປີ 2012, ສະພາຊົນເຜົ່າ, ກຳມາທິການຂອງສະພາແຫ່ງຊາດ ຫລື ຄະນະປະຈຳສະພາຊົນເຜົ່າ, ຄະນະປະຈຳບັນດາກຳມາທິການຂອງສະພາແຫ່ງຊາດ ໄດ້ເຂົ້າຮ່ວມການກວດກາ ແລະ ສົ່ງຄຳເຫັນດ້ວຍລາຍລັກອັກສອນສຳລັບບັນດາຄຳສະເຫນີກ່ຽວກັບກົດໝາຍ, ລັດຖະ ບັນຍັດ, ບັນດານະໂຍນິຕິກຳຄາດວ່າຈະນຳເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດໃນຕະຫລອດສະໄຫມສະພາແຫ່ງຊາດຊຸດທີ 13 ແລະ ປະຈຳປີ ຕາມຂົງເຂດທີ່ໄດ້ຮັບການຈັດແບ່ງຄວາມຮັບຜິດຊອບ. ໃນນັ້ນ, ໄດ້ກຳນົດຄວາມຮັບຜິດຊອບຂອງບັນດາເປົ້າໝາຍໃນຂັ້ນຕອນ ນິຕິບັນຍັດຢ່າງລະອຽດ ແລະ ກຳນົດການປັບໄຫມລົງໂທດເມື່ອເປົ້າໝາຍດັ່ງກ່າວລະເມີດ. ກຳມາທິການນິຕິບັນຍັດ ເປັນເຈົ້າການໃນການກວດກາ ແລະ ຊ່ວຍຄະນະປະຈຳສະພາແຫ່ງຊາດສ້າງແຜນໂຄງການສ້າງກົດໝາຍ, ລັດຖະບັນຍັດ. ສະພາຊົນເຜົ່າ, ກຳມາທິການຂອງສະພາແຫ່ງຊາດ ຕິດຕາມກວດກາການປະຕິບັດໂຄງການສ້າງກົດໝາຍ, ລັດຖະບັນຍັດຂຶ້ນກັບຂົງເຂດທີ່ໄດ້ຮັບການຈັດແບ່ງຮັບຜິດຊອບ, ແຕ່ລະເດືອນ ຕ້ອງລາຍງານກ່ຽວກັບຄວາມຄືບຫນ້າ, ຄຸນນະພາບການກະກຽມບັນດາຮ່າງກົດໝາຍ, ລັດຖະບັນຍັດທີ່ໄດ້ຮັບການຈັດແບ່ງເປັນປະທານກວດກາເພື່ອສົ່ງເຖິງກຳມາທິການ ນິຕິກຳເພື່ອລວບລວມແລ້ວ ລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ.
ການປັບປຸງ, ປ່ຽນໃຫມ່ຫລາຍພໍສົມຄວນ ກ່ຽວກັບການເຄື່ອນໄຫວນິຕິບັນຍັດ ຂອງສະພາແຫ່ງຊາດໃນປີ 2012 ແມ່ນໄລຍະລະຫວ່າງກອງປະຊຸມສະໄຫມສາມັນ ສອງຄັ້ງ, ຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດ (ສສຊ) ສະເພາະກິດ, ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ ໂດຍມີການເຂົ້າຮ່ວມຂອງ ສສຊ, ບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານ, ນັກວິທະຍາສາດ. ເພີ່ມເວລາປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍ, ຮ່າງມະຕິທີ່ຄະນະປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາຄະນະ ສສຊ.
ກອງປະຊຸມສະໄຫມສາມັນຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 13
ພາບ:internet
|
ໃນກອງປະຊຸມສະໄຫມສາມັນເທື່ີອທີ 3 ແລະ ທີ 4 ຂອງສະພາແຫ່ງຊາດຊຸດທີ 13 ໃນປີ 2012, ສະພາແຫ່ງຊາດໄດ້ຮັບການຮັບຮອງເອົາຮ່າງກົດໝາຍ 22 ສະບັບ. ສະພາແຫ່ງຊາດກໍໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບກົດໝາຍອື່ນ 12 ສະບັບ, ເພື່ອສືບຕໍ່ປັບປຸງ, ສ້າງສຳເລັດເພື່ອຮັບຮອງເອົາໃນກອງປະຊຸມສະໄຫມຕໍ່ໄປ. ເນື້ອໃນບັນດາຮ່າງກົດໝາຍໄດ້ຮັບຮອງເອົາແມ່ນອຸດົມສົມບູນ ແລະ ກ່ຽວຂ້ອງເຖິງທຸກຂົງເຂດ. ພົ້ນເດັ່ນແມ່ນກົດໝາຍວ່າດ້ວຍການປ້ອງກັນ ຕ້ານການສໍ້ລາດບັງຫລວງສະບັບປັບປຸງ, ກົດໝາຍວ່າດ້ວຍນະຄອນຫລວງ, ກົດໝາຍວ່າດ້ວຍທະເລ ຫວຽດນາມ, ປະມວນກົດໝາຍແຮງງານ (ສະບັບປັບປຸງ).
ສະພາແຫ່ງຊາດຍັງຮັບຮອງເອົາມະຕິສຳຄັນຫລາຍສະບັບ, ໃນນັ້ນ ມີມະຕິກ່ຽວກັບການຮັບເອົາຄວາມເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992, ມະຕິກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ, ມະຕິກ່ຽວກັບການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫລື ໃຫ້ສັດຕະຍາບັນ ແລະ ອື່ນໆ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຢືນຢັນວ່າ:
“ບັນດາກົດໝາຍດັ່ງກ່າວໄດ້ຮັບການພິຈາລະນາຢ່າງລະມັດລະວັງ, ດ້ວຍຈິດໃຈປ່ຽນໃຫມ່, ຮັບປະກັນູຄວາມຕິດແທດກັບພຶດຕິກຳຂອງຊີວິດ. ພິເສດ ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການລົງຄະແນນສຽງ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງສຳຄັນທີ່ສຸດຂອງລັດທຸກຂັ້ນ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫລື ໃຫ້ສັດຕະຍາບັນ. ນີ້ແມ່ນບາດກ້າວປ່ຽນໃຫມ່ທີ່ສຳຄັນໃນການດຳເນີນຊີວິດການເມືອງຂອງປະເທດຊາດ ເພື່ອປະຕິບັດແຜນນະໂຍບາຍຂອງພັກ, ບັນດາຂໍ້ກຳນົດຂອງກົດໝາຍ, ປະກອບສ່ວນຍົກສູງສິດເປັນເຈົ້າຂອງປະຊາຊົນຜ່ານການປະຕິບັດສິດຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນສຳລັບບັນດາພະນັກງານການນຳຫລັກແຫລ່ງຂອງພັກ ແລະ ລັດ.”
ພິເສດໃນປີ 2012, ໃນໂຄງການດຳເນີນງານ, ສະພາແຫ່ງຊາດຍັງຮັບຮອງເອົາມະຕິກ່ຽວກັບແຜນຮ່າງສືບຕໍ່ປ່ຽນໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ຜ່ານນັ້ນ ປະກອບສ່ວນປ່ຽນໃຫມ່ວິທີການຈັດຕັ້ງປະຕິບັດວຽກງານ, ຮັບປະກັນການປະຕິບັດພາລະບົດບາດ, ຫນ້າທີ່, ສິດອຳນາດຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ສສຊ. ໂຄງການສ້າງ ນິຕິບັນຍັດ, ລັດຖະບັນຍັດຂອງສະພາແຫ່ງຊາດ ປີ 2013 ກໍໄດ້ຮັບການຮັບຮອງເອົາ.
ສະພາແຫ່ງຊາດກໍໃຫ້ຄຳເຫັນເປັນຄັ້ງທຳອິດກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992. ພາຍຫລັງໄດ້ຮັບເອົາຄຳເຫັນຈາກປະຊາຊົນ, ຮ່າງປັບປຸງລັດຖະທຳມະນູນສະບັບດັ່ງກ່າວຈະໄດ້ຮັບການປັບປຸງໃຫ້ສົບບູນແບບເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດຮັບຮອງເອົາໃນກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຈັດຂຶ້ນໃນເດືອນ 10/2013. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາ ອວງຈູລືວ ເນັ້ນຫນັກວ່າ: ລັດຖະທຳມະນູນສະບັບໃຫມ່ ຈະຊ່ວຍກົງຈັກລັດເຄື່ອນໄຫວຢ່າງມີປະສິດທິຜົນສູງ.
“ການປັບປຸງລັດຖະທຳມະນູນຄັ້ງນີ້ ເພື່ອໃຫ້ມີລັດຖະທຳມະນູນຢືນຢັນໄດ້ເຈດຈຳນົງ, ອະທິປະໄຕຂອງປະຊາຊົນຢ່າງແຂງແຮງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ ໃນສະພາບການໃຫມ່.ລັດຖະທຳມະນູນສະບັບປັບປຸງ ຈະເສີມຂະຫຍາຍຢ່າງຄົບຖ້ວນ ແລະ ເຊີດຊູປັດໃຈມະນຸດກວ່າ, ຢືນຢັນວ່າຍາມໃດລັດ ກໍເຄົາລົບ ແລະ ຮັບປະກັນສິດທິມະນຸດ.”
ສະພາແຫ່ງຊາດ ວາງອອກຈຸດໝາຍສູ້ຊົນຮອດປີ 2020 ຕ້ອງສ້າງໄດ້ລະບົບກົດໝາຍຢ່າງຄົບຖ້ວນ, ຄົບຊຸດ, ເປັນເອກະພາບ, ມີຄວາມເປັນໄປໄດ້, ມີຈຳນວນຢ່າງພຽງພໍ ແລະ ຮັບປະກັນຄຸນນະພາບ, ມີລັກສະນະເປັນປົກກະຕິ ແລະ ກ່ຽວຂ້ອງເຖິງທຸກຂົງເຂດ, ເປັນຕົ້ນແມ່ນການເມືອງ, ເສດຖະກິດສັງຄົມ. ປ່ຽນໃຫມ່ການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດໃນປີ 2012 ໄດ້ປະກອບສ່ວນພັດທະນາພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ ດ້ວຍທິດໝັ້ນຄົງ, ພ້ອມທັງຮັບປະກັນໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບພາກພື້ນ ແລະ ໂລກ.