(vovworld) - ຄາດວ່າຮອດເດືອນ 11/2012, ຄະນະຊີ້ນຳ, ຫນ່ວຍຮຽບຮຽງແຜນຮ່າງ “ທົດລອງປ່ຽນໃຫມ່ວິທີຄັດເລືອກການນຳຂັ້ນກົມ, ຂັ້ນພະແນກ”ຈະສ້າງສຳເລັດແຜນຮ່າງເພື່ອຍື່ນສະເຫນີຕໍ່ກົມການເມືອງສູນກາງພັກຕັດສິນຜັນຂະຫຍາຍການປະຕິບັດ. ເລື່ອງຜັນຂະຫຍາຍແຜນຮ່າງຈະຕອບສະຫນອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບອບວ່າດ້ວຍລັດຖະກອນ, ລັດຖະການ, ປະກອບສ່ວນປະຕິບັດຍຸດທະສາດພະນັກງານໃນໄລຍະຫັນປະເທດຊາດເປັນເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ.
ກະຊວງພາຍໃນຈັດກອງປະຊຸມກ່ຽວກັບການສ້າງແຜນຮ່າງ
ຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກ
ພາບ:nongnghiep.vn
|
ໃນບົດສະຫລຸບກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 10 ກ່ຽວກັບການສືບຕໍ່ຍູ້ແຮງການປະຕິບັດຍຸດທະສາດພະນັກງານນັບແຕ່ນີ້ຮອດປີ 2020, ພັກກອມມູນິດ ຫວຽດນາມ ໄດ້ວາງແຜນນະໂຍບາຍສ້າງແຜນຮ່າງທົດລອງປ່ຽນໃຫມ່ວິທີຄັດເລືອກພະນັກງານການນຳຂັ້ນກົມ, ຂັ້ນພະແນກ. ໃນໂຄງການສັງລວມກ່ຽວກັບການປະຕິຮູບດ້ານບໍລິຫານໄລຍະ 2011- 2020, ລັດຖະບານກໍກຳນົດວ່າ ຫນຶ່ງໃນບັນດາຫນ້າທີ່ເພື່ອກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ, ລັດຖະກອນ ແມ່ນປະຕິບັດການເສັງຄັດເລືອກພະນັກງານແບບແຂ່ງຂັນເພື່ອແຕ່ງຕັ້ງພະນັກງານດຳລົງຕຳແຫນ່ງການນຳ, ຜູ້ຄຸ້ມຄອງແຕ່ຂັ້ນຫົວຫນ້າກົມ ແລະ ທຽບເທົ່າ ຢູ່ຂັ້ນສູນກາງ, ຫົວຫນ້າພະແນກ ແລະ ທຽບເທົ່າ ຢູ່ຂັ້ນທ້ອງຖິ່ນ. ແຜນຮ່າງດັ່ງກ່າວໂດຍແມ່ນກະຊວງພາຍໃນສ້າງຂຶ້ນ, ສຸມໃສ່ຄົ້ນຄ້ວາປ່ຽນໃຫມ່ການຄັດເລືອກການນຳເຂົ້າດຳລົງຕຳແຫນ່ງຕ່າງໆຄື: ຫົວຫນ້າກົມ, ຮອງຫົວຫນ້າກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ຫົວຫນ້າສູນ ແລະ ຮອງຫົວຫນ້າສູນ ແລະອື່ນໆໃນບັນດາອົງການພັກ, ລັດ, ອົງການການເມືອງສັງຄົມທີ່ຂຶ້ນກັບລະບົບການເມືອງ. ບັນດາເນື້ອໃນປ່ຽນໃຫມ່ວິທີຄັດເລືອກພະນັກງານລວມມີ: ສ້າງແຜນຮ່າງໃຫ້ສົມບູນແບບ, ເພີ່ມເຕີມບັນດາຂໍ້ກຳນົດພວມປະຕິບັດໃນປະຈຸບັນກ່ຽວກັບການແຕ່ງຕັ້ງການນຳຂັ້ນກົມ, ຂັ້ນພະແນກ, ປະຕິບັດການເສັງຄັດເລືອກພະນັກງານແບບແຂ່ງຂັນເພື່ອຄັດເລືອກຫົວຫນ້າກົມ, ຫົວຫນ້າພະແນກ. ທ່ານ Tran Anh Tuan ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການສ້າງແຜນຮ່າງໃຫ້ຮູ້ວ່າ:
“ຈຸດໝາຍຕົ້ນຕໍແມ່ນປ່ຽນໃຫມ່ວຽກງານຄັດເລືອກພະນັກງານເພື່ອແຕ່ງຕັ້ງຂັ້ນກົມ, ຂັ້ນພະແນກ ບົນພື້ນຖານນັ້ນສ້າງຖັນແຖວພະນັກງານ, ລັດຖະກອນທີ່ມີຄຸນນະພາບ, ມີຄຸນນະທາດດ້ານການເມືອງ, ມີລະດັບຄວາມຮູ້ ແລະ ກຳລັງຄວາມສາມາດດີກວ່າ. ສິ່ງທີ່ໃຫມ່ອ່ຽມໃນແຜນຮ່າງນີ້ ແມ່ນເຮັດແນວໃດເພື່ອສ້າງເປັນຂັ້ນຕອນ, ລະບຽບການ ແລະ ບັນດາວິທີຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກ ຮັບປະກັນຄວາມກະຈ່າງແຈ້ງ, ເປີດເຜີຍ ແລະ ດູດດື່ມ, ເລືອກໄດ້ຜູ້ມີຄວາມເກັ່ງກ້າສາມາດໃຫ້ສົມກັບຫນ້າທີ່, ຕຳແຫນ່ງ.”
ອາດຈະເວົ້າໄດ້ວ່າ ເລື່ອງປ່ຽນໃຫມ່ວຽກງານຄັດເລືອກພະນັກງານເພື່ອແຕ່ງຕັ້ງເຂົ້າດຳລົງຕຳແຫນ່ງການນຳຂັ້ນກົມ, ຂັ້ນພະແນກ ແມ່ນສຳຄັນທີ່ສຸດ. ເພາະວ່າ ຖ້າຫາກຄັດເລືອກໄດ້ຜູ້ມີຄວາມເກັ່ງກ້າສາມາດ ຈະນຳມາຊຶ່ງປະສິດທິຜົນອັນໃຫຍ່ຫລວງ ແລະ ກົງກັນຂ້າມ. ທ່ານ Nguyen Huu Sang ຫົວຫນ້າພະແນກພາຍໃນ ແຂວງ Quang Nam ຕີລາຄາສູງຄວາມໝາຍຂອງການປ່ຽນໃຫມ່ໃນແຜນຮ່າງນີ້ວ່າ:
“ປະຈຸບັນ ພວກເຮົາປະຕິບັດທົດລອງການເສັງຄັດເລືອກພະນັກງານ ແນ່ນອນວ່າ ນີ້ແມ່ນບາດກ້າວບຸກທະລຸ. ຍິ່ງກວ່ານັ້ນ ບາດກ້າວບຸກທະລຸນີ້ຈະເລືອກເອົາໄດ້ພະນັກງານຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ ແລະ ມີເງືອ່ນໄຂຢ່າງຄົບຖ້ວນ. ເມື່ອປະຕິບັດຕາມຫລັກການຢ່າງເປີດເຜີຍ, ກະຈ່າງແຈ້ງ ແລະ ສະເໝີພາບ, ປະຊາທິປະໄຕໃນການຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກ ມັນຍິ່ງມີຄວາມໝາຍກວ່າ. ວິທີເຮັດນີ້ກໍແມ່ນຄວາມເຄົາລົບ ແລະ ເຊີດຊູຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ. ແລະ ວຽກງານຄັດເລືອກພະນັກງານຢ່າງມີປະສິດທິຜົນຈະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ.”
ການເສັງຄັດເລືອກພະນັກງານ
ພາບປະກອບ:internet
|
ໃນເບື້ອງຕົ້ນຫາງສຽງໄດ້ຮັບຮູ້ການຄົ້ນຄ້ວາສ້າງແຜນຮ່າງທົດລອງປ່ຽນໃຫມ່ວິທິການຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກ ແມ່ນຫັນແນວຄິດປະທານ ໂຮ່ຈິມີນກ່ຽວກັບວຽກງານພະນັກງານໃຫ້ປະກົດຜົນເປັນຈິງ ເພາະວ່າ ໃນຄາວຍັງມີຊີວິດຢູ່ ທ່ານປະທານໂຮ່ຈິມີນ ໄດ້ຮັບຮູ້ວ່າ ພະນັກງານແມ່ນຕົ້ນກຳເນີດຂອງທຸກວຽກງານ. ປະຈຸບັນ ທົ່ວປະເທດກໍພວມຍູ້ແຮງບັ້ນຮຳ່ຮຽນ ແລະ ປະຕິບັດ ຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ ສະນັ້ນແຜນຮ່າງດັ່ງກ່າວຈະແມ່ນບາດກ້າວບຸກທະລຸ, ປ່ຽນໃຫມ່ຢ່າງແຂງແຮງກ່ຽວກັບວຽກງານຕີລາຄາ, ຊັບຊ້ອນ ແລະ ນຳໃຊ້ພະນັກງານໃນໄລຍະໃຫມ່. ເລື່ອງສ້າງແຜນຮ່າງດັ່ງກ່າວ ຈະຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການປະຕິຮູບລະບອບກ່ຽວກັບລັດຖະກອນ, ລັດຖະການ, ປ່ຽນໃຫມ່ຈີນຕະນາການ, ແກ້ໄຂຄວາມອ່ອນດ້ອຍໃນແຕ່ລະຂັ້ນຕອນຂອງວຽກ ງານພະນັກງານ, ປະກອບສ່ວນປະຕິບັດຍຸດທະສາດພະນັກງານໃນໄລຍະຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ແລະ ແກ້ໄຂຂໍ້ຈຳກັດຂອງວິທີການຄັດເລືອກພະນັກງານຂັ້ນກົມ, ຂັ້ນພະແນກໃນປະຈຸບັນ.
ນັກຂ່າວ Thu Hoa