(vovworld) - ປີ 2013 ແມ່ນປີດຳເນີນບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ກັບບັນດາປະເທດ, ໃນນັ້ນ ມີ 2 ປະເທດເປັນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ຫວຽດນາມ ຢູ່ ພາກພື້ນ ອາຊີ ນັ້ນແມ່ນ ຍີ່ປຸ່ນ ແລະ ອິນເດຍ. ໂດຍນອນໃນພາກພື້ນດຽວ ທີ່ພວມໄດ້ຮັບຖືວ່າ ແມ່ນກຳລັງຫນູນແຫ່ງການເຕີບໂຕຂອງໂລກ, ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ກໍຄື ຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາໃນຫລາຍຂົງເຂດ, ນຳມາເຊິ່ງປະສິດທິຜົນສູງ. ສະນັ້ນ, ໂດຍອີງໃສ່ພື້ນຖານ 40 ປີແຫ່ງການພົວພັນອັນດີງາມ ແລະ ບັນດາຜົນປະໂຫຍດໃນສະພາບປະຈຸບັນ, ປີ 2013 ໄດ້ຮັບຖືວ່າແມ່ນປີບານພັບເພື່ອໃຫ້ ຫວຽດນາມ ພ້ອມກັບ ອິນເດຍ, ຍີ່ປຸ່ນ ສ້າງພື້ນຖານການຮ່ວມມືໃຫ້ໝັ້ນຄົງກວ່າໃນໄລຍະ 40 ປີ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari
ພາບ: internet
|
ສາຍພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ແມ່ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ສະຫນິດຕິດພັນມາແຕ່ດົນນານ ໂດຍທ່ານປະທານໂຮ່ຈິມິນ ແລະ ທ່ານນາຍົກລັດຖະມົນຕີ J. Nehru ເພີ່ມພູນຄູນສ້າງ. ເດືອນ 10/1954, ພາຍຫລັງອາທິດຫນຶ່ງທີ່ນະຄອນຫລວງ ຮ່າໂນ້ຍຍາດເອົາອຳນາດການປົກຄອງຈາກ ຝລັ່ງ, ທ່ານນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ອິນເດຍ Nehru ບໍ່ພຽງແຕ່ແມ່ນການນຳສາກົນຜູ້ທຳອິດມາຢ້ຽມຢາມ ຫວຽດນາມ ພາຍຫລັງທີ່ຫວຽດນາມ ຍາດເອົາເອກະລາດເທົ່ານັ້ນ ຫາກຍັງຢືນຢັນວ່າການພົວພັນຮຽງບ່າຮຽງໄຫລ່ລະຫວ່າງ ອິນເດຍ ແລະ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ແມ່ນສາຍພົວພັນອັນສະຫນິດຕິດພັນນັບທັງໃນໄລຍະສົງຄາມກໍຄືໄລຍະສັນຕິພາບອີກດ້ວຍ. ຫວຽດນາມ ບໍ່ອາດຫລົງລືມການສະຫນັບສະຫນູນຊື່ງປະຊາຊົນອິນເດຍ ສະຫງວນໃຫ້ແກ່ ຫວຽດນາມ ໃນການຕໍ່ຕ້ານປົດປ່ອຍຊາດໄດ້. ຄຳຂວັນການກະທຳຂອງປະຊາຊົນອິນເດຍທຸກຊັ້ນວັນນະໃນການສະໜັບສະຫນູນ ຫວຽດນາມ ທີ່ວ່າ: “ຊື່ອ້າຍ, ຊື່ຂ້າພະເຈົ້າ, ຊື່ຂອງພວກເຮົາ ຫວຽດນາມ” ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວຫວຽດນາມ ລຸ້ນຕ່າງໆ. ສາຍພົວພັນມິດຕະພາບບໍລິສຸດຜຸດຜ່ອງ, ສະຫນິດຕິດພັນນັ້ນໄດ້ເປັນພື້ນຖານຢ່າງໝັ້ນຄົງເພື່ອໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແຂງແຮງໃນໄລຍະປະຈຸບັນ.
ນັບແຕ່ເມື່ອສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດໃນເດືອນ 7/2007, ຍາມໃດການນຳສອງປະເທດ ກໍກຳນົດຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ໃນທຸກຂົງເຂດ, ໃນນັ້ນ ຊຸກຍູ້ການຮັກສາ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບ, ຍູ້ແຮງວິວັດການປັບປຸງ ແລະ ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງສອງປະເທດຈາກມະຫາຊົນ, ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການພົວພັນສອງຝ່າຍເທົ່ານັ້ນ ຫາກຍັງເພີ່ມພູນຄູນສ້າງທ່າອ່ຽງຫລາຍຝ່າຍໃນປະຈຸບັນ, ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາການພັດທະນາແບບຍືນຍົງໃນພາກພື້ນອີກດ້ວຍ. ເພາະສະນັ້ນ ງານພົບປະມິດຕະພາບປະຊາຊົນໄດ້ຮັບການຈັດຕັ້ງຂຶ້ນ 5 ຄັ້ງຢ່າງລຽນຕິດ ນັບແຕ່ປີ 2007 ເປັນຕົ້ນໄປ ແລະ ໃນເດືອນ 12/2012 ຫວ່າງແລ້ວນີ້ ແມ່ນການພິສູດໃຫ້ເຫັນຄວາມຕັດສິນໃຈດັ່ງກ່າວຢ່າງມີຊີວິດຊີວາ. ທ່ານ K. Yadav Reddy ອະດີດເລຂາທິການໃຫຍ່ອົງການສັນຕິພາບ ແລະ ສາມັກຄີທ່ົວອິນເດຍ ຖືວ່າ:
“ການເຄ່ືອນໄຫວພົບປະແລກປ່ຽນມິດຕະພາບປະຊາຊົນລະຫວ່າງສອງປະເທດມີຜົນສະທ້ອນຢ່າງໃຫຍ່ຫລວງ. ເພາະວ່າ ສາຍພົວພັນສະຫນິດຕິດພັນ ແລະ ມິດຕະພາບແບບພິເສດລະຫວ່າງ ອິນເດຍ ແລະ ຫວຽດນາມ ເລີ່ມມາຈາກຈຸດທີ່ຄ້າຍຄືກັນໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານບັນດາອິດທິກຳລັງຕ່າງປະເທດ ແລະ ປົດປ່ອຍປະເທດຊາດ. ພວກຂ້າພະເຈົ້າປາດຖະຫນາວ່າ ການສະເຫລີມສະຫລອງ 40 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ແລະ 5 ປີແຫ່ງການສ້າງຕັ້ງຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ດຳເນີນໄປໃນປີນີ້ ຈະເປັນພື້ນຖານສຳຄັນເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງສອງປະເທດ.”
ບໍ່ພຽງແຕ່ເພີ່ມທະວີຄວາມສາມັກຄີເທົ່ານັ້ນ ຜ່ານການເຄື່ອນໄຫວພົບປະແລກປ່ຽນ, ມີຫລາຍໂຄງການຮ່ວມມືລະອຽດໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ 2 ປີມານີ້, ສາສະດາຈານປະຫວັດສາດ ເລວັນລານ ພ້ອມກັບບັນດາເພື່ອນຮ່ວມງານ ອິນເດຍ ຕັ້ງຫນ້າສ້າງແຜນຮ່າງຮ່ວມມືຄົ້ນຄ້ວາວັດທະນະທຳລວມລະຫວ່າງ ຫວຽດນາມ ແລະ ອິນເດຍ . ນີ້ແມ່ນກິດຈະການເນ່ືອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີນີ້. ທ່ານ ເລວັນລານ ໃຫ້ຮູ້ວ່າ:
“ການພົວພັນທາງດ້ານວັດທະນະທຳລະຫວ່າງ ຫວຽດນາມ ແລະ ອິນເດຍ ມີລັກສະນະພິເສດສະເພາະຂອງການພົວພັນສັນຕິພາບ, ການຮ່ວມມື ແລະ ມິດຕະພາບ. ຫົວຂໍ້ຊື່ງພວກຂ້າພະເຈົ້າພວມຄົ້ນຄ້ວາ ຈະປະກອບສ່ວນຊົມເຊີຍການພົວພັນມິດຕະພາບ, ສັນຕິພາບ ແລະ ພິເສດແມ່ນໃນຂົງເຂດວັດທະນະທຳລະຫວ່າງ ຫວຽດນາມ ແລະ ອິນເດຍ.”

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ພາບ: internet
|
ກໍເຊັ່ນດຽວກັນກັບອິນເດຍ, ຍີ່ປຸ່ນ ກໍແມ່ນປະເທດຢູ່ໃນພາກພື້ນ ທີ່ຖືກຜົນສະທ້ອນຈາກພື້ນຖານວັດທະນະທຳມາແຕ່ດົນນານກັບ ຫວຽດນາມ. ຄວາມໃກ້ຊິດຕິດພັນທາງດ້ານພູມີປະເທດ, ການພົວພັນສະຫນິດຕິດພັນມາແຕ່ດົນນານໃນປະຫວັດສາດ ພ້ອມກັບບັນດາຜົນປະໂຫຍດຍຸດທະສາດໃນໄລຍະປະຈຸບັນ ເຮັດໃຫ້ ຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບຫຍັບມໍ່ເຂົ້າໃກ້ກັນກວ່າ. ການພົວພັນຄູ່ຮ່ວມມືຍຸດທະສາດ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຂອງ ອາຊີ ໂດຍສອງຝ່າຍສ້າງຕັ້ງຂຶ້ນເມື່ອປີ 2009 ໄດ້ສ່ອງແສງໃຫ້ເຫັນຄວາມສຳຄັນຂອງສາຍພົວພັນດັ່ງກ່າວ. ບໍ່ພຽງແຕ່ສະຫງວນບຸລິມະສິດຮ່ວມມືຢູ່ລະດັບສູງສຸດໃຫ້ແກ່ກັນເທົ່ານັ້ນ, ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງອີກດ້ວຍ. ປີ 2013, ການນຳສອງປະເທດໄດ້ເຫັນດີຖືປີ 2013 ນີ້ເປັນປີມິດຕະພາບ ຫວຽດນາມ - ຍີ່ປຸ່ນ ແລະ ລັດຖະບານ ຫວຽດນາມ ກໍໄດ້ສ້າງແຜນຮ່າງຈັດຕັ້ງເຫດການຕ່າງໆເພື່ອເປັນຂີດໝາຍໄລຍະທາງ 40 ປີແຫ່ງການຮ່ວມມື. ທ່ານ ເຈີນງອກອານ ຫົວຫນ້າກົມ, ຜູ້ອຳນວຍການກອງທຶນການຕ່າງປະເທດ ເສດຖະກິດ ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ:
“ຈາກຄວາມສຳຄັນຂອງຍຸດທະສາດກໍຄືຄວາມປາດຖະຫນາ ເຮັດແນວໃດເພື່ອໂຄສະນາພາບພົດ ຫວຽດນາມ ໃຫ້ຫລາຍກວ່າ, ເຮັດໃຫ້ຊາວ ຍີ່ປຸ່ນ ມີຄວາມເຂົ້າໃຈກວ່າກ່ຽວກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີກໍຄືຄະນະເລຂາ ໄດ້ຈັດປີສາມັກຄີກັບ ຍີ່ປຸ່ນ ດ້ວຍການເຄື່ອນໄຫວຕ່າງໆດຳເນີນໄປຢ່າງລຽນຕິດ, ຈາກການພົບປະຂັ້ນສູງຕະຫລອດຮອດການພົວພັນດ້ານເສດຖະກິດ, ວັດທະນະທຳ, ການສຶກສາ..ເພາະສະນັ້ນ ພວກຂ້າພະເຈົ້າເຫັນວ່າ ເຖິງວ່າການລົງທຶນດ້ານການຄ້າລະຫວ່າງສອງປະເທດພັດທະນາຢ່າງວ່ອງໄວໃນໄລຍະຜ່ານມາກໍ່ຕາມ ແຕ່ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເທື່ອ. ຖ້າຫາກພວກເຮົາປະຕິບັດວຽກງານໂຄສະນາເປັນຢ່າງດີ ຈະດຶງດູດການລົງທຶນການຄ້າຈາກຍີ່ປຸ່ນໄດ້ຫລາຍກວ່າ.”
ໂດຍຕັ້ງຢູ່ພາກພື້ນພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ອິນເດຍ ຈະປະສົບຜົນສຳເລັດໃນນະໂຍບາຍຫັນໄປສູ່ທິດຕາເວັນອອກ ໃນຂະນະທີ່ໄດ້ຮັບການຮ່ວມມືຈາກບັນດາປະເທດທີ່ມີເຈດຕະນາດີຄືຫວຽດນາມ. ກົງກັນຂ້າມ, ຫວຽດນາມ ກໍຈະໄດ້ຮັບຜົນປະໂຫຍດຫລາຍຢ່າງຈາກການຮ່ວມມືຢ່າງແຫນ້ນແຟ້ນກັບຄູ່ຮ່ວມມືໃຫຍ່ຄືຍີ່ປຸ່ນ. ການເພີ່ມທະວີ ແລະ ເພີ່ມພູນຄູນສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ຈະຊ່ວຍປົກປັກຮັກສາຜົນປະໂຫຍດຍຸດທະສາດຂອງແຕ່ລະປະເທດ.