ການ​ຍົກ​ຍ້າ​ຍ​ໝູນ​ວຽນ​ພະ​ນັກ​ງານ: ມາດ​ຕະ​ການ​ໃຫ່​ຍເພື່ອ​ແນ​ໃສ່​ປ່ຽນ​ແປງໃໝ່​ວຽກ​ງານ​ພະ​ນັກ​ງານ​ຂອງ​ພັກ

(VOVWORLD) - ໃນວາລະປະຊຸມຄັ້ງທີ 2 (ວັນທີ 21 ສິງຫາ) ຂອງອະນຸກຳມະການພະລາກອນ ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ໃນບໍ່ວ່າໄລຍະເວລາປະຕິວັດໃດ, ບໍ່ວ່າຂົງເຂດໃດ, ທ້ອງຖິ່ນໃດ, ຍາມໃດພະນັກງານກໍ່ສວມບົດບາດຕັດສິນ. ຕາມຕົວຈິງ, ນັບແຕ່ຫຼັງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ, ຫຼາຍແຂວງ ນະຄອນໄດ້ຜັນຂະຫຍາຍວຽກງານພະນັກງານຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການຍົກຍ້າຍໝູນວຽນພະນັກງານຫຼັກແຫລ່ງ. ນີ້ແມ່ນມາດຕະການໃຫ່ຍເພື່ອແນໃສ່ປ່ຽນແປງໃໝ່ວຽກງານພະນັກງານຂອງພັກໃນສະພາບການໃຫ່ມ.
ການ​ຍົກ​ຍ້າ​ຍ​ໝູນ​ວຽນ​ພະ​ນັກ​ງານ:  ມາດ​ຕະ​ການ​ໃຫ່​ຍເພື່ອ​ແນ​ໃສ່​ປ່ຽນ​ແປງໃໝ່​ວຽກ​ງານ​ພະ​ນັກ​ງານ​ຂອງ​ພັກ - ảnh 1(ພາບປະກອບ: dangcongsanvn)

   ພາຍຫຼັງໄດ້ປະຕິບັດມະຕິຂອງກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກເປັນເວລາ 3 ປີ, ບັນດາທ້ອງຖິ່ນໄດ້ຕັ້ງໜ້າຜັນຂະຫຍາຍແຜນນະໂຍບາຍນີ້ ແລະ ພະນັກງານຖືກຍົກຍ້າຍໝູນວຽນແຕ່ລະຄົນ ກໍ່ລ້ວນແຕ່ສ້າງໄດ້ບັນດາຂີດໝາຍໄດ້ ດ້ວຍໝາກຜົນການຊີ້ນຳນຳພາທຸກການເຄື່ອນໄຫວຢູ່ຮາກຖານ ດ້ວຍຫຼາຍການຫັນປ່ຽນທີ່ຕັ້ງໜ້າໃນບັນດາຂົງເຂດເສດຖະກິດສັງຄົມ.

ການຫັນປ່ຽນຢູ່ທ້ອງຖິ່ນ

ແຂວງ ລາວກາຍ ມີ 138 ຕາແສງ, ເທດສະບານເມືອງເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ, ໃນນັ້ນ, ມີ 66 ຫົວໜ່ວຍແມ່ນບໍລິເວນຫຍຸ້ງຍາກພິເສດ. ໃນໄລຍະຜ່ານມາ, ວຽກງານພະນັກງານ ແມ່ນໜ້າທີ່ໄດ້ຮັບການບຸລິມະສິດແຖວໜ້າ, ພິເສດແມ່ນໃນການຍົກຍ້າຍໝູນວຽນຖັນແຖວພະນັກງານລົງຮາກຖານ.

   ປີ 2019, ພະນັກງານໜຸ່ມ ດັ້ງກົງຮວັນ ໄດ້ຍົກຍ້າຍໄປເປັນປະທານຄະນະກຳມະການ ປຊຊ ຕາແສງ ລຸ່ງເຄົາຍິ່ນ ໜຶ່ງໃນບັນດາຕາແສງທຸກຍາກກ່ວາໝູ່ຂອງເມືອງ ເມື່ອງເຄືອງ ກໍ່ຄືຂອງແຂວງ ລາວກາຍ. ດ້ວຍຈິນຕະນາການຂອງປະລິຍາຕີເສດຖະກິດ, ອ້າຍ ຮວັນ ໄດ້ພ້ອມກັບໝູ່ຄະນະການນຳຕາແສງ ປ່ຽນແປງຈິນຕະນາການຂອງ ປຊຊ ເພື່ອຫັນປ່ຽນທີ່ດິນປູກຝັງທີ່ບໍ່ບັນລຸປະສິດທິຜົນ ໄປພັດທະນາຕົ້ນຊາ ແລະ ກຸ່ມຕົ້ນໄມ້ເອກະລັກຂອງທ້ອງຖິ່ນ. ຍ້ອນເຫດນັ້ນ, ອັດຕາສ່ວນຄອບຄົວທຸກຍາກຂອງຕາແສງນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ໄດ້ຫລຸດລົງສະເລ່ຍແຕ່ລະປີແມ່ນກ່ວາ 10%:

     ໃນເບື້ອງຕົ້ນ ມີພຽງບາງຄອບຄົວໄດ້ປູກເທົ່ານັ້ນ ແຕ່ປະຈຸບັນ, ເນື້ອທີ່ປູກຊາໃນທົ່ວຕາແສງໄດ້ເປີດກ້ວາງເປັນກ່ວາ 400 ເຮັກຕາແລ້ວ, ໃນນັ້ນ 200 ເຮັກຕາໄດ້ເກັບກ່ຽວ, ນຳມາເຊິ່ງລາຍຮັບເປັນປະຈຳໃຫ້ ປຊຊ. ນອກຈາກນັ້ນ, ຕາແສງຍັງພັດທະນາບັນດາເຂດປູກຕົ້ນໄມ້ກິນໝາກອື່ນໆອີກຄື: ຕົ້ນໝາກກ້ຽງນ້ອຍ, ໝາກກ້ວຍ, ໝາກຄາຍ, ໝາກໝັ້ນ…

   ບໍ່ພຽງແຕ່ໄດ້ສ້າງການຫັນປ່ຽນທີ່ຕັ້ງໜ້າຢູ່ທ້ອງຖິ່ນເທົ່ານັ້ນ, ການຍົກຍ້າຍໝູນວຽນພະນັກງານຫຼັກແຫຼ່ງ ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານຝືກຝົນຫຼໍ່ຫຼອມ, ທົດສອບ ແລະ ເຕີບໃຫ່ຍອີກດ້ວຍ. ຢູ່ເມືອງ ແທັງຮ່າ, ແຂວງ ຮ່າຕິນ, ການຍົກຍ້າຍໝູນວຽນພະນັກງານ ຮັບປະກັນໄດ້ລັກສະນະຄົບຊຸດ ລຸລ່ວງ; ຕິດພັນຢ່າງສະໜິດແໜ້ນກັບວຽກງານວາງແຜນ, ກໍ່ສ້າງ, ບຳລຸງສ້າງພະນັກງານ. ທ່ານນາງ ຫງວຽນທິງວຽດ ເລຂາຄະນະພັກເມືອງ ແທກຮ່າ ໃຫ້ຮູ້ວ່າ:

    ການຍົກຍ້າຍໝູນວຽນພະນັກງານ ໄດ້ຊ່ວຍໃຫ້ເຂົາເຈົ້າມີສະພາບແວດລ້ອມຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ເຕີບໃຫ່ຍ ແລະ ພັດທະນາຮອບດ້ານກ່ວາ. ແຕ່ລະປີ, ຄະນະປະຈຳອົງຄະນະພັກເມືອງ ໄດ້ປະກາດໃຊ້ແຜນການການຍົກຍ້າຍໝູນວຽນພະນັກງານ, ປຶກສາຫາລືຢ່າງລະອຽດທີ່ສຸດ, ປະຊາທິປະໄຕ, ພາວະວິໄສ, ເລືອກເອົາບັນດາພະນັກງານໜຸ່ມທີ່ມີຄຸນນະທາດທີ່ດີ, ມີຄວາມສາມາດ, ມີຄວາມໄວ້ເນື້ອເຊື່ອໃຈລົງຮາກຖານ, ໂດຍສະເພາະແມ່ນບັນດາບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍລິເວນຈຸດສຸມ ເພື່ອສ້າງເງື່ອນໄຂໃຫ້ພະນັກງານສາມາດສືບຕໍ່ຮ່ຳຮຽນ, ສູ້ຊົນ, ຝືກຝົນຫຼໍ່ຫຼອມໃນສະພາບຕົວຈິງ.

ແຜນນະໂຍບາຍມີລະດັບຍຸດທະສາດຂອງພັກ

  ຍາມໃດພັກກອມມູນິດ ຫວຽດນາມ ກໍ່ຖືວຽກງານພະນັກງານເປັນສຳຄັນ. ມະຕິເລກທີ 26 ຂອງກອງປະຊຸມຄັ້ງທີ 7 ຊຸດທີ 12 ກ່ຽວກັບການສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດ, ມີຄຸນນະທາດ, ຄວາມສາມາດ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງພຽງພໍ ຊື່ງເທົ່າທຽມກັບໜ້າທີ່ວາງອອກເປົ້າໝາຍລະອຽດແມ່ນຮອດປີ 2025, ໄດ້ແຕ່ງຕັ້ງຕຳແໜ່ງເລຂາຂັ້ນແຂວງບໍ່ແມ່ນຊາວທ້ອງຖິ່ນໂດຍພື້ນຖານ. ນັບແຕ່ຕົ້ນອາຍຸການກອງປະຊຸມໃຫ່ຍຄັ້ງທີ 13 ມາຮອດປະຈຸບັນ, ມີພາລະກອນ 40 ຄົນຈາກສູນກາງ ໄດ້ຍົກຍ້າຍລົງທ້ອງຖິ່ນເປັນເລຂາຄະນະພັກແຂວງ. ມີປະທານຄະນະກຳມະການ ປຊຊ ແຂວງ 29 ຄົນບໍ່ແມ່ນຊາວທ້ອງຖິ່ນ. ບໍ່ພຽງແຕ່ເທົ່ານັ້ນ, ກົມການເມືອງຍັງໄດ້ສົ່ງເລຂາພັກທີ່ບໍ່ແມ່ນຊາວທ້ອງຖິ່ນ ເຕີບໃຫ່ຍຢູ່ແຂວງ ນະຄອນຈຳນວນໜຶ່ງ ໄປດຳລົງຕຳແໜ່ງໃໝ່ຢູ່ສູນກາງ. ທ່ານຮອງສາດສະດາຈານ ປະລິນຍາເອກ ເລວັນເກື່ອງ ຮອງຫົວໜ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງການແຫ່ງຊາດ ໂຮ່ຈີມິນ ຖືວ່າ:

   ແຜນະໂຍບາຍການຍົກຍ້າຍໝູນວຽນພະນັກງານນຳໜ້າທີ່ບໍ່ແມ່ນຊາວທ້ອງຖິ່ນ ໄດ້ປະຕິບັດໃນ 2, 3 ອາຍຸການມໍ່ໆມານີ້ ແລະ ສ້າງການແຜ່ຂະຫຍາຍໄດ້. ແຜນນະໂຍບາຍນີ້ ໄດ້ສ້າງບັນດາຂັ້ນຕອນໃນວຽກງານພະນັກງານໃຫ້ສົມບູນແບບ. ສົ່ງພະນັກງານລົງຮາກຖານ ເພື່ອຜ່ານນັ້ນໄດ້ຝືກຝົນຫຼໍ່ຫຼອມ ຍ້ອນວ່າ ພຶດຕິກຳຕົວຈິງ ແມ່ນໄມ້ວັດແທກ. ສະນັ້ນ, ການລົງເຮັດວຽກຢູ່ຮາກຖານ, ຕິດພັນກັບມະຫາຊົນໂດຍກົງ ແລະ ສຳຜັດກັບວຽກງານ, ຜ່ານພຶດຕະກຳຕົວຈິງຈະພິສູດຄວາມສາມາດຕົວຈິງຂອງຕົນໄດ້.

  ການຍົກຍ້າຍໝູນວຽນພະນັກງານແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບກົດເກນແຫ່ງການພັດທະນາ. ນີ້ຖືກຖືວ່າ ແມ່ນຂັ້ນຕອນສືບຕໍ່ກໍ່ສ້າງ, ບຳລຸງສ້າງພະນັກງານໃນຕົວຈິງ, ຊ່ວຍໃຫ້ພະນັກງານມີເງື່ອນໄຂ, ສະພາບແວດລ້ອມເພື່ອຝືກຝົນຫຼໍ່ຫຼອມ, ສູ້ຊົນ, ເຕີບໃຫ່ຍ, ພັດທະນາໂດຍໄວ ແລະ ຮອບດ້ານກ່ວາ. ນີ້ກໍ່ແມ່ນບາດກ້າວເດີນບຸກທະລຸ ໃນວຽກງານພະນັກງານຂອງພັກກອມມູນິດ ຫວຽດນາມ, ເພື່ອແນໃສ່ສ້າງບັນດາພະນັກງານທີ່ມີຄຸນນະທາດ, ມີບົດຮຽນປະສົບການຕິດພັນກັບພຶດຕິກຳຕົວຈິງຢູ່ຮາກຖານ./.

         

         

ຕອບກັບ

ຂ່າວ/ບົດ​ອື່ນ