ໂລກ ແລະ ບັນ​ດາ​ສິ່ງ​ທ້າ​ທາຍໃນ​ການ​ຮັກ​ສາ​ສັນ​ຕິ​ພາບ

(VOVWORLD) - ວັນທີ 01 ກັນຍາ, ໂລກສະເຫຼີມສະຫຼອງ 85 ປີແຫ່ງວັນຈັດຕັ້ງສົງຄາມໂລກຄັ້ງທີ 2 (1939  2024), ເຊິ່ງເປັນສົງຄາມທີ່ທໍລະຫົດໃນປະຫວັດສາດມວນມະນຸດ. ເຫດການດັ່ງກ່າວ ໄດ້ດຳເນີນໃນຈຸດເວລາພື້ນຖານສັນຕິພາບໃນໂລກປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງທີ່ສຸດ ນັບແຕ່ເມື່ອສິ້ນສຸດສົງຄາມເຢັນ.

ກ່າວຄຳເຫັນໃນກອງປະຊຸມຄວາມໝັ້ນຄົງ Munich (MSC) ເມື່ອເດືອນ ມີນາ ຜ່ານມາ, ທ່ານເລຂາທິການໃຫຍ່ ສປຊ, Antonio Guterres ໃຫ້ຂໍ້ສັງເກດວ່າ ໂລກພວມຢູ່ໃນຈຸດເວລາຖືກແບ່ງແຍກທີ່ສຸດໃນຮອບເວລາ 75 ປີຜ່ານມາ, ເຊິ່ງໄດ້ກໍ່ຄວາມສ່ຽງອັນຮ້າຍແຮງຕໍ່ພື້ນຖານສັນຕິພາບໂລກ.

ໂລກ ແລະ ບັນ​ດາ​ສິ່ງ​ທ້າ​ທາຍໃນ​ການ​ຮັກ​ສາ​ສັນ​ຕິ​ພາບ - ảnh 1ທ່ານເລລຂາທິການໃຫຍ່ ສປຊ  Antonio Guterres (ພາບ: TTXVN)

ຄວາມສ່ຽງປະທະກັນເພີ່ມຂຶ້ນ

        ກວ່າ 5 ເດືອນ, ພາຍຫຼັງການສັງເກດຂອງຜູ້ນຳໜ້າອົງການຫຼາຍຝ່າຍສຳຄັນທີ່ສຸດໃນໂລກ, ສະພາບການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ບໍ່ມີຄວາມກ້າວໜ້າກວ່າ. 2 ການປະທະກັນໃຫຍ່ທີ່ສຸດຢູ່ ຢູແກຼນ ແລະ ເຂດ ກາຊາ ສືບຕໍ່ແກ່ຍາວ ດ້ວຍບັນດາການຜັນແປທີ່ເຮັດໃຫ້ເພີ່ມຄວາມສ່ຽງ ແລະ ຄວາມອຸດຕັນດ້ານການທູດຂຶ້ນ. ພິເສດ, ການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ຢູ່ເຂດ ກາຊາ ພວມແຜ່ລາມອອກສູ່ພາກພື້ນ. ບັນດາບັ້ນບຸກໂຈມຕີໂຕ້ຕອບເຊິ່ງກັນ ແລະ ກັນ ລະຫວ່າງ ອິດສະຣາແອັນ ກັບ ອີຣານ ແລະ ກຳລັງ ເຮໂບລາ ຢູ່ລີບັງ ໃນຊຸມເດືອນຜ່ານມາ ພວມກາຍ “ຂອບຂີດແດງ” ເທື່ອລະກ້າວ ເຊິ່ງບັນດາຝ່າຍໄດ້ກຳນົດນຳໃນຫຼາຍປີຜ່ານມາ ແລະ ມີຄວາມສ່ຽງລະເບີດເປັນສົງຄາມຮອບດ້ານຢູ່ພາກພື້ນຕາເວັນອອກກາງ. ຢູ່ ອາຟະລິກາ, ສົງຄາມພາຍໃນຢູ່ ຊູດັງ ທີ່ແກ່ຍາວແຕ່ເດືອນເມສາ ປີ 2023 ນັ້ນ ພວມເຮັດໃຫ້ປະເທດນີ້ກາຍເປັນຈຸດຮ້ອນເຮັ່ງທາງດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ, ດ້ວຍປະມານ 54% ໃນຈຳນວນປະຊາຊົນທັງໝົດ 50 ລ້ານຄົນຂອງ ຊູດັງ ພວມຕົກເຂົ້າສູ່ສະພາບອຶດຫິວ ແລະ ກວ່າ 10 ລ້ານຄົນຕ້ອງປະລະເຮືອນຊານໄປລີ້ໄພ.

ບັນດາຄວາມສ່ຽງເກີດການປະທະກັນອື່ນໆກໍພວມເພີ່ມຂຶ້ນຢູ່ ອາຟະລິກາ ຕາເວັນຕົກ ແລະ ພາກພື້ນ Sahel, ດ້ວຍການລຸກຂຶ້ນຂອງກຸ່ມສະມາຊິກໃນອົງການກໍ່ການຮ້າຍລັດ ອິດສະລາມ ອ້າງຊື່ເອງ (IS), ຫຼື ຢູ່ ອາຊີຕາເວັນອອກສ່ຽງເໜືອ, ເມື່ອສະພາບຢູ່ແຫຼມ ເກົາຫຼີ ມີການຜັນແປຢ່າງສັບສົນ.

ກ່ອນສະພາບການຄວາມໝັ້ນຄົງສາກົນນັບມື້ນັບຊົ່ວຮ້າຍລົງນັ້ນ, ວັນທີ 21 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຂັ້ນສູງ ເພື່ອປຶກສາຫາລືກ່ຽວກັບການສ້າງໂຄງການດຳເນີນງານໃໝ່ ກ່ຽວກັບການສະກັດກັ້ນປະທະກັນຢູ່ພາກພື້ນ ແລະ ແຫ່ງຊາດ. ທ່ານນາງ Elizabeth Spehar, ຜູ້ຊ່ວຍວຽກ ເລຂາທິການໃຫຍ່ ສປຊ, ສັງກັດກົມບັນດາບັນຫາການເມືອງ ແລະ ການສ້າງສັນຕິພາບ, ໃຫ້ຂໍ້ສັງເກດວ່າ:

“ສັນຕິພາບ ແມ່ນເປົ້າໝາຍພື້ນຖານຂອງ ສປຊ. ຄວາມສ້າງ ແລະ ຮັກສາສັນຕິພາບ ແມ່ນວຽກງານຈຸດສຸມຂອງ ສະພາຄວາມໝັ້ນຄົງ ແລະ ສປຊ, ແຕ່ວ່າ ຈຳນວນເຫດປະທະກັນໃນໂລກ ພວມຢູ່ໃນລະດັບສູງສຸດໃນຫຼາຍທົດສະວັດຜ່ານມາ, ອັນໄດ້ກໍ່ຄວາມເຈັບປວດທີ່ບໍ່ສາມາດພັນລະນາໄດ້, ທຳລາຍບັນດາພື້ນຖານເສດຖະກິດ ແລະ ອະນາຄົດຂອງບັນດາປະຊາຄົມ”.

ໂລກ ແລະ ບັນ​ດາ​ສິ່ງ​ທ້າ​ທາຍໃນ​ການ​ຮັກ​ສາ​ສັນ​ຕິ​ພາບ - ảnh 2ທ່ານ Dmitry Poluanskiy ຮອງຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ແລ້ວ (ພາບ: AP)

ໂດຍບໍ່ຫົວຊາຕໍ່ບັນດາຄຳຕຳໜິຕິຕຽນ ແລະ ການສົງໄສກ່ຽວກັບກຳລັງຄວາມສາມາດຂອງ ສປຊ ແລະ ສະພາຄວາມໝັ້ນຄົງ ໃນວຽກງານຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ ໃນຫຼາຍປີຜ່ານມາ, ອົງການນີ້ ຮັກສາບົດບາດແກ່ນສານໃນການສ້າງ ແລະ ປະຕິບັດບັນດາກົນໄກຮັບປະກັນສັນຕິພາບ. ຢູ່ຕາເວັນອອກກາງ, ຕໍ່ໜ້າຄວາມສ່ຽງເກີດການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງເຮໂບລາ ຢູ່ ລີບັງ ມີຄວາມເຄັ່ງຕຶງເພີ່ມຂຶ້ນ ກາຍເປັນສົງຄາມເຕົ້າໂຮມກຳລັງ, ວັນທີ 28 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຕົກລົງກັນຕໍ່ກຳນົດເວລາໜ້າທີ່ຂອງກຳລັງອຳນາດຊົ່ວຄາວຂອງ ສປຊ ປະຈຳຢູ່ ລີບັງ (UNIFIL) ຕື່ມອີກ 1 ປີ. ນີ້ແມ່ນການຕັດສິນທີ່ຫາຍາກ ໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຂອງທຸກປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ, ໃນນັ້ນ ມີບັນດາປະເທດທີ່ມີຄວາມລົງລອຍກັນໃນສະພາຄວາມໝັ້ນຄົງ, ພິເສດແມ່ນບັນດາປະເທດສະມາຊິກກຳມະການຖາວອນທີ່ມີສິດຢັບຢັ້ງ (ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ). ຕາມທ່ານ Dmitry Poluanskiy ຮອງຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ປະຈຳ ສປຊ ແລ້ວ, UNIFIL ສວມບົດບາດສຳຄັນໃນຈຸດເວລານີ້ ໃນວຽກງານສະກັດກັ້ນບັນດາຝ່າຍຢູ່ ອິດສະຣາແອັນ ແລະ ລີບັງ ບໍ່ໃຫ້ກາຍຂອບເຂດທີ່ຈຳກັດຢູ່ເສັ້ນສີຂຽວ (Blue Line) ເຊິ່ງເປັນຊາຍແດນລະຫວ່າງ ລີບັງ ກັບ ອິດສະຣາແອັນ ແລະ ພູພຽງ Golan ຕາມມະຕິຂອງ ສປຊ ໃນປີ 2000.

ສິ່ງທ້າທາຍກ່ຽວກັບແຫຼ່ງກຳລັງ

 ບັນດາຄວາມມານະພະຍາຍາມຂອງ ສປຊ ແມ່ນເພື່ອແນໃສ່ຮັກສາສະພາບແວດລ້ອມສັນຕິພາບໃນໂລກ ທີ່ປະສົບກັບສິ່ງທ້າທາຍຫຼາຍຢ່າງ. ດ້ານໜຶ່ງ ແມ່ນການກັບຄືນມາຂອງບັນດາຮູບແບບແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ຄືກັນກັບໄລຍະສົງຄາມເຢັນ, ເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍໂລກເກົ່າຄອນແຄນ ແລະ ປະສິດທິຜົນຂອງຫຼາຍກົນໄກເກົ່າຖືກຊຸດໂຊມລົງ. ດ້ານ 1 ອີກ, ບັນດາອົງການຂອງ ສປຊ ກໍນັບມື້ນັບປະສົບກັບຄວາຫຍຸ້ງຍາກດ້ານການເມືອງ. ປັດຈຸບັນ, ສປຊ ພວມຮັກສາ 11 ພາລະກຳຮັກສາສັນຕິພາບໃນໂລກ, ດ້ວຍຈຳນວນນາຍທະຫານ, ຕຳຫຼວດ, ພະນັກງານພົນລະເຮືອນທັງໝົດ 70.000 ຄົນ ແລະ ງົບປະມານ 5,59 ຕື້ USD ໃຫ້ແກ່ສົກປີການເງິນ 2023 – 2024. ຈຳນວນເງິນດັ່ງກ່າວ ໜ້ອຍກວ່າ 700 ລ້ານ USD ເມື່ອທຽບໃສ່ສົກປີການເງິນກ່ອນ ແລະ ໄດ້ຮັບຖືວ່າ ບໍ່ພຽງພໍເພື່ອຮັບໃຊ້ຄວາມຕ້ອງການໃນການຮັກສາສັນຕິພາບ, ເພາະວ່າ ສະເພາະ 3 ພາລະກຳຮັກສາສັນຕິພາບຢູ່ ອາຟະລິກາ (ຊູດັງໃຕ້, ສ.ອາຟະລິກາກາງ, ສປ. ກົງໂກ) ໄດ້ກວມເອົາກວ່າ 50% ຂອງແຫຼ່ງງົບປະມານດັ່ງກ່າວແລ້ວ. ການຂາດແຄນດ້ານງົບປະມານ ບັງຄັບໃຫ້ ສປຊ ຕ້ອງຕັດບາງພາລະກຳການເມືອງພິເສດອອກ.

ຕາມວົງການນັກສັງເກດການແລ້ວ, ສິ່ງທ້າທາຍໃຫຍ່ດ້ານການເງິນສຳລັບ ສປຊ ຈະບໍ່ໄດ້ຮັບການແກ້ໄຂໃນໄວໆນີ້ ເພາະວ່າ ວິກິດການນີ້ ໄດ້ແກ່ຍາວໃນຫຼາຍປີຜ່ານມາ ແລະ ໃນປີກາຍ, ງົບປະມານການເຄື່ອນໄຫວຂອງ ສປຊ ຖືກຂາດດຸນເຖິງ 800 ລ້ານ USD. ທ່ານ Michael Moller, ອະດີດຮອງເລຂາທິການໃຫຍ່ ສປຊ ໃຫ້ຂໍ້ສັງເກດວ່າ ປັດຈຸບັນ, ໂລກພວມຢູ່ໃນໄລຍະແຫ່ງການແຕກແຍກ, ແບ່ງກຸ່ມ, ຫຼາຍປະເທດໄດ້ຊອກຫາວິທີແກ້ໄຂບັນດາບັນຫາຕາມວິທີທີ່ແຕກຕ່າງກັນ, ພ້ອມທັງບົດບາດຂອງ ສປຊ, ພິເສດແມ່ນດ້ານການເມືອງ, ນັບມື້ນັບຖືກຕີລາຄາຕ່ຳ. ດັ່ງນັ້ນ, ຫຼາຍປະເທດສະມາຊິກ ສປຊ, ໃນນັ້ນ ມີບັນດາປະເທດໃຫຍ່ແຖວໜ້າ, ໄດ້ຫຼຸດຜ່ອນ ຫຼື ໂຈະການປະກອບງົບປະມານປະຈຳປີ ໃຫ້ແກ່ ສປຊ, ເຮັດໃຫ້ພາລະກຳຮັກສາສັນຕິພາບຂອງ ສປຊ ນັບມື້ນັບປະສົບກັບຄວາມຫຍຸ້ງຍາກກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ