(vovworld)- ວັນທີ 8/3/2013, ກະຊວງການຕ່າງປະເທດອາເມລິກາ ຫາກໍ່ເຊີດຊູ ຕ້າຟອງເຕີນ( Tạ Phong Tần) ຊື່ງແມ່ນຜູ້ພວມຖືກຕັດສິນລົງໂທດຈຳຄຸກ 10 ປີຍ້ອນລະເມີດກົດໝາຍຂອງ ຫວຽດນາມ, ແມ່ນຫນຶ່ງໃນຈຳນວນ “ແມ່ຍິງກ້າຫານຂອງໂລກໃນປີ 2012“ 10 ຄົນ. ສິ່ງດັ່ງກ່າວໄດ້ແຊກແຊງເຂົ້າວຽກງານພາຍໃນຂອງ ຫວຽດນາມ, ບໍ່ມີຜົນປະໂຫຍດໃຫ້ແກ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ.
ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ລາງວັນນີ້ແມ່ນເພື່ອຍ້ອງຍໍບັນດາແມ່ຍິງໃນໂລກ ທີ່ໄດ້ສະແດງໃຫ້ເຫັນຄວາມກ້າຫານພິເສດ ແລະ ຄວາມສາມາດນຳພາການຂົນຂວາຍເພື່ອສິດ ແລະ ກຳລັງແຮງຂອງແມ່ຍິງ, ໂດຍບໍ່ຫົວຊາຕໍ່ຄວາມສ່ຽງແກ່ຕົນເອງ. ສຳລັບນາງ ຕ້າຟອງເຕີນ, ແຈ້ງການຂອງລັດຖະບານ ອາເມລິກາ ຖືວ່າ: ຕ້າຟອງເຕີນ ແມ່ນຫນຶ່ງໃນບັນດາ blogger ທຳອິດທີ່ຂຽນ ແລະ ວິຈານກ່ຽວກັບບັນດາເຫດການການເມືອງໃນຫນ້າ blog ທີ່ມີຊື່ວ່າ“ຍຸຕິທຳ ແລະ ຄວາມຈິງ”. ລາງວັນໃຫ້ແກ່ ຕ້າຟອງເຕີນ ແລະ ຜູ້ອື່ນໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ພັນລະຍາປະທານາທິບໍດີ ອາເມລິກາ Michelle Obama ມອບໃຫ້ເມື່ອວັນທີ 8/3 ໃນອາທິດຜ່ານມາ.
ຄວາມຈິງ ຕ້າຟອງເຕີນ ບໍ່ຕາງຫນ້າໃຫ້ແກ່ບັນດາແມ່ຍິງ ຫວຽດນາມ ດີເດັ່ນ, ແລະກໍບໍ່ແມ່ນຜູ້ນຳພາການຂົນຂວາຍເພື່ອສິດ ແລະ ກຳລັງແຮງຂອງແມ່ຍິງ ຫວຽດນາມ. ຄວາມຈິງ ຕ້າຟອງເຕີນ ແມ່ນໃຜ?
ຕ້າຟອງເຕີນ ເກີດປີ 1968 ຢູ່ ແຂວງ ບາກລຽວ. ເມື່ອເຮັດວຽກຢູ່ພະແນກການຄ້າ ແລະ ທ່ອງທ່ຽວ ແຂວງ ບາກລຽວ, ຕ້າຟອງເຕີນ ເຄີຍຂຽນບົດມີເນື້ອໃນເສັກສັນປັ້ນແຕ່ງກ່ຽວກັບບັນຫາສອບເສັງ, ອາກອນລາຍຮັບສ່ວນບຸກຄົນ… ສົ່ງເຖິງວິທະຍຸ BBC. ແລະ ໃນຊຸມປີມໍ່ໆມານີ້ ຢູ່ເຄືອຂ່າຍອິນເຕີແນດ ມີ blog ຫນຶ່ງທີ່ໃສ່ຊື່ວ່າ: “ຍຸຕິທຳ ແລະ ຄວາມຈິງ” ຊຶ່ງຜູ້ຂຽນແມ່ນ ຕ້າຟອງເຕີນ ແລະ ນັບມື້ນັບມີບັນດາທັດສະນະຜິດພາດ, ຖ້ອຍທຳນອງເສັກສັນປັ້ນແຕ່ງແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ. ຮອດວັນທີ 24/9/2012, ເມື່ອສານປະຊາຊົນນະຄອນ ໂຮ່ຈິມິນ ເປີດສານຊັ້ນຕົ້ນພິພາກສາ ແລະ ຕັດສິນລົງໂທດບັນດາຈຳເລີຍ, ໃນນັ້ນ ຕ້າຟອງເຕີນ ຖືກຕັດສິນລົງໂທດຈຳຄຸກ 10 ປີ ດ້ວຍໂທດ “ໂຄສະນາຕ້ານລັດ ສສ ຫວຽດນາມ”, ຈາກນັ້ນ ຜູ້ຄົນທັງຫລາຍຍິ່ງຮູ້ຈັກວ່າ ຕ້າຟອງເຕີນ ແມ່ນໃຜ.
ຕາມຄຳປະກາດກ່າວໂທດຂອງສານປະຊາຊົນນະຄອນ ໂຮ່ຈິມິນ ເມື່ອເດືອນ 4/2007, ຕ້າຟອງເຕີນ ອອກຈາກ ບາກລຽວ ໄປເຖິງນະຄອນ ໂຮ່ຈິມິນ ແລະ ເຂົ້າຮ່ວມສະມາຊິກອັນທີ່ເອີ້ນວ່າ “ສະໂມສອນນັກຂ່າວເສລີ”, ຊື່ງແມ່ນບ່ອນເຕົ້າໂຮມບັນດາພາກສ່ວນສວຍໂອກາດ,ບໍ່ພໍໃຈຕໍ່ລະບອບຕ້ານທຳລາຍລັດຢູ່ພາຍໃນປະເທດ. ດ້ວຍການອຸດຫນູນດ້ານການເງິນຂອງບັນດາອົງການຈັດຕັ້ງຂອງຊາວ ຫວຽດນາມຫົວຮຸນແຮງຢູ່ຕ່າງປະເທດ, ອົງການນີ້ໄດ້ນຳໃຊ້ ອີນເຕີແນດ ເພື່ອເຜີຍແຜ່ບົດຂຽນເສກສັນປັ້ນແຕ່ງ, ບິດເບື່ອນຄວາມຈິງຕູ່ຫາສະພາບການຢູ່ ຫວຽດນາມ ນັບພັນບົດ. ຫນ້າທີ່ຂອງ ຕ້າຟອງເຕີນ ໃນສະໂມສອນດັ່ງກ່າວແມ່ນຮຽບຮຽງຫລັກມູນແກ້ຄວາມໃຫ້ແກ່ກຸ່ມ “ແບກດັ່ງຢາງ” ຊຶ່ງແມ່ນອົງການປະຕິການທີ່ຂຶ້ນກັບພັກເພື່ອປະຊາຊົນຢູ່ ອາເມລິກາ, ຮຽບຮຽງຫລັກມູນແກ້ຄວາມໃຫ້ແກ່ສະມາຊິກຂອງ ກຸ່ມ 8406 ຈຳນວນຫນຶ່ງ ພ້ອມກັບ 8 ຄົນທີ່ກໍ່ຄວາມວຸ້ນວາຍໃນກໍລະນີເຂດຊາວຄຼິດ ທາຍຮ່າ. ນອກນັ້ນ ຕ້າຟອງເຕີນ ຍອມຮັບວ່າ: ໄດ້ຂຽນຫລາຍບົດ ແລະ ຕອບສຳພາດຕໍ່ຫນັງສຶພິມ, ວິທະຍຸຕ່າງໆປະເທດ ດ້ວຍເນື້ອໃນເສັກສັນປັ້ນແຕ່ງລັດ ຫວຽດນາມ, ໂດຍລະອຽດແມ່ນເດືອນ 3/2009 ຕ້າຟອງເຕີນ ໄດ້ຕອບສຳພາດຕໍ່ນັກຂ່າວວິທະຍຸ ຮວາມາຍທີ່ຂຶ້ນກັບພັກເພື່ອປະຊາຊົນ, ຕອບສຳພາດຕໍ່ນັກຂ່າວວິທະຍຸ Sydney, ວິທະຍຸຂອງອົງການກໍ່ການຮ້າຍ ຫວຽດເຕີນ ຢູ່ ອົດສະຕາລີ, ແລະ ຕອບສຳພາດຕໍ່ນັກຂ່າວທີ່ຂຶ້ນກັບພັກຫວຽດເຕີນ ຫລາຍເທ່ືອແລ້ວ. ແລະກໍຕາມ ຕ້າຟອງເຕີນ, ໄລ່ມາຮອດເດືອນ 5/2009, ຕ້າຟອງເຕີນ ໄດ້ຂຽນ 864 ບົດທາງ blog ຍຸຕິທຳ ແລະ ຄວາມຈິງ. ໃນນັ້ນ ຕ້າຟອງເຕີນ ຂຽນ ແລະ ມີບົດຕອບຄຳຖາມແກ່ວິທະຍຸ BBC, RFI, RFA ກວ່າ 100 ບົດ ແລະ ແຕ່ລະບົດ ວິທະຍຸ BBC ຈ່າຍເງິນໃຫ້ ຕ້າຟອງເຕີນ ປະມານ 40 USD. ແຕ່ 2007 ມາຮອດປະຈຸບັນ ຕ້າຟອງເຕີນ ໄດ້ຮັບຈຳນວນເງິນປະມານ 15.000 USD ຈາກບັນດາຫນັງສືພິມ ແລະ ວິທະຍຸດັ່ງກ່າວ.
ເປັນທີ່ຈະແຈ້ງແລ້ວວ່າ ກ່ອນທີ່ຖືກສານຕັດສິນລົງໂທດ ຍ້ອນລະເມີດກົດໝາຍຂອງຫວຽດນາມ, ຕ້າຟອງເຕີນ ພຽງແຕ່ແມ່ນຜູ້ຮັບເງິນຈາກບັນດາອົງການຊາວ ຫວຽດນາມ ຫົວຮຸນແຮງ, ປະຕິການຢູ່ຕ່າງປະເທດ ເພື່ອເສັກສັນປັ້ນແຕ່ງສະພາບການດ້ານການເມືອງ, ເສດຖະກິດ, ວັດທະນະທຳ ສັງຄົມ ຂອງ ຫວຽດນາມ ທາງ blog ແລະ ບັນດາບົດຂຽນ, ບົດຕອບສຳພາດຕໍ່ນັກຂ່າວຕ່າງປະເທດ. ຕ້າຟອງເຕີນ ບໍ່ແມ່ນຜູ້ຕາງຫນ້າໃຫ້ແມ່ຍິງ ຫວຽດນາມ ຜູ້ສັດຈະທຳ ພວມປະກອບກຳລັງເຫື່ອແຮງຂອງຕົນໃນທຸກຂົງເຂດເພື່ອສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.
ກະຊວງການຕ່າງປະເທດ ອາເມລິກາ ໄດ້ມີການກະທຳທີ່ຜິດພາດເມື່ອຍ້ອງຍໍ ຕ້າຟອງເຕີນ ແມ່ນແມ່ຍິງກ້າຫານຂອງໂລກໃນປີ 2012, ເພາະວ່າ ວຽກງານຂອງ ຕ້າຟອງເຕີນ ພຽງຮັບໃຊ້ຜົນປະໂຫຍດສ່ວນບຸກຄົນຂອງ ຕ້າຟອງເຕີນ ເອງເທົ່ານັ້ນ ຫາກບໍ່ມີຜົນສະທ້ອນຫຍັງເຖິງແມ່ຍິງ ຫວຽດນາມ ຜູ້ອື່ນ ຢູ່ພາຍໃນປະເທດກໍຄືຢູ່ຕ່າງປະເທດ. ໃນຂະນະທີ່ ຫວຽດນາມ ແລະ ອາເມລິກາ ນັບມື້ນັບເພີ່ມທະວີການຮ່ວມມືສອງຝ່າຍ, ການກະທຳດັ່ງກ່າວຂອງກະຊວງການຕ່າງປະເທດອາເມລິກາ ແມ່ນໄປຝືນກັບທ່າອ່ຽງສົ່ງຜົນສະທ້ອນບໍ່ດີເຖິງການພັດທະນາສຳລັບການພົວພັນລະຫວ່າງສອງປະເທດ.