(vovworld) – ວັນທີ 8/10, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເລີ່ມເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ 23 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງແຕ່ວັນທີ 8-10/10 ຢູ່ ບຮູໃນ. ໂດຍເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອາຊຽນ, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກມານະພະຍາຍາມເຮັດໃຫ້ອາຊຽນມີການຫັນປ່ຽນຢ່າງແຮງ, ເພື່ອກໍ່ສ້າງປະຊາຄົມອາຊຽນໃຫ້ສຳເລັດໃນວັນທີ 31/12/2015.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ 23
(ພາບ: TTXVN)
ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 23 ດຳເນີນໄປໃນສະພາບການທີ່ອາຊຽນພວມຍູ້ແຮງການກໍ່ສ້າງປະຊາຄົມ, ເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ. ອາຊຽນ ພວມຜັນຂະຫຍາຍການສ້າງວິໄສທັດອາຊຽນ ພາຍຫຼັງປີ 2015 ດ້ວຍ 4 ຈຸດໝາຍຕົ້ນຕໍ, ນັ້ນແມ່ນ: ປັບປຸງວິວັດການກໍ່ສ້າງປະຊາຄົມ ແລະ ການເຊື່ອມໂຍງໃນປະຈຸບັນຂອງອາຊຽນ. ຕັ້ງໜ້າຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ຍ້ອນເຫດນັ້ນ, ກອງປະຊຸມຂັ້ນສູງອາຊຽນ 23 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະສຸມໃສ່ປຶກສາຫາລືກ່ຽວກັບບັນຫາຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີການຮ່ວມສຳພັນ ແລະ ການເຊື່ອມຈອດ, ເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດອາຊຽນ +1, ອາຊຽນ +3 ແລະ ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ທິດທາງພັດທະນາຂອງອາຊຽນໃນໄລຍະຫຼັງປີ 2015.
ການທ້າທາຍໃນວິວັດແຫ່ງການກໍ່ສ້າງປະຊາຄົມ
ຜ່ານ 46 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ດ້ວຍການທ້າທາຍຫຼາຍຢ່າງ, ປະຈຸບັນ, ອາຊຽນພວມກາຍເປັນອົງການຮ່ວມມືພາກພື້ນຢ່າງຮອບດ້ານ, ແມ່ນອົງການການເມືອງ - ສັງຄົມທີ່ຂະຫຍັນຂັນເຄື່ອນ ແລະ ເຄື່ອນໄຫວບົນພື້ນຖານກົດບັດອາຊຽນ, ມີບົດບາດ ແລະ ທີ່ຕັ້ງສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີປາຊີຝິກ, ແມ່ນປັດໃຈຕົ້ນຕໍ່ໃນການຮັບປະກັນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາເສດຖະກິດໃນພາກພື້ນ ແລະ ໃນໂລກ. ມາຮອດປະຈຸບັນ, ອາຊຽນ ໄດ້ປະຕິບັດສຳເລັດ 70% ຈຳນວນວຽກງານໃນແຜນການທີ່ໄດ້ວາງອອກ, ເພື່ອກໍ່ສ້າງປະຊາຄົມໃຫ້ສຳເລັດໃນປີ 2015, ໂດຍອີງໃສ່ສາມເສົາຄຳ້, ເຊິ່ງລວມມີ ການເມືອງ - ຄວາມໝັ້ນຄົງ,ເສດຖະກິດ ແລະ ວັດທະນະທຳ - ສັງຄົມ. ເລື່ອງຮັບປະກັນກໍ່ສ້າງປະຊາຄົມອາຊຽນໃຫ້ສຳເລັດຖືກກັບແຜນການທີ່ໄດ້ວາງອອກ ກໍ່ຄືເລື່ອງວາງອອກວິໄສທັດຫຼັງປີ 2015 ແລະ ການແກ້ໄຂບັນດາບັນຫາໃນພາກພື້ນຢ່າງກົມກຽວນັ້ນ ພວມເປັນການທ້າທາຍ, ຮຽກຮ້ອງໃຫ້ອາຊຽນ ຕ້ອງມີຄວາມຕັດສິນໃຈ ແລະ ມີຄວາມມານະພະຍາຍາມທີ່ສຸດເພື່ອຜ່ານຜ່າ.
ຫວຽດນາມ ແມ່ນສະມາຊິກບໍ່ອາດຕັດແຍກອອກຈາກມະຫາຄອບຄົວອາຊຽນ ໄດ້
ໃນສະຖານະການລວມນັ້ນຂອງອາຊຽນ, ໂດຍສືບຕໍ່ບັນດາຜົນງານທີ່ບັນລຸໄດ້ໃນ 18 ປີ ແຫ່ງການເຂົ້າເປັນສະມາຊິກຂອງອາຊຽນ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວທັງໝົດຂອງອາຊຽນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດແຫ່ງການພັດທະນາອາຊຽນ, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ. ໃນສະຖານະການທີ່ອາຊຽນ ພວມຖືກກະທົບ ແລະ ຜົນສະທ້ອນຢ່າງຫຍໍ້ທໍ້ເຖິງຄວາມສາມັກຄີ, ອິດທິພົນຊື່ສຽງ ແລະ ບົດບາດຕົ້ນຕໍ່ຂອງອາຊຽນ, ຫວຽດນາມໄດ້ພ້ອມກັບບັນດາປະເທດອາຊຽນ ຊຸກຍູ້ຄວາມສາມັກຄີ ແລະ ຮັກສາບັນດາຫຼັກການໂດຍພື້ນຖານຂອງອາຊຽນ ໄວ້ຢ່າງໝັ້ນຄົງ. ພິເສດ ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ການປະຕິບັດບັນດາບຸລິມາສິດຕົ້ນຕໍ່ຂອງອາຊຽນຢ່າງມີປະສິດທິຜົນ ແລະ ຖືກຕ້ອງກັບຄວາມຄືບໜ້າ, ເພີ່ມທະວີການຮ່ວມສຳພັນ ແລະ ເຊື່ອມຈອດອາຊຽນ ກໍ່ຄືການເຊື່ອມຕໍ່ໃນພາກພື້ນ, ຮັດແຄບຊ່ອງວ່າງພັດທະນາ, ຊຸກຍູ້ການພັດທະນາຢ່າງໝັ້ນຄົງ ແລະ ສະໝຳ່ສະເໝີ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ ຖືວ່າ: ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ໃນປີ 1995 ແລະ ນັ້ນກໍ່ແມ່ນຈຸດເວລາກຳນົດທິດສ້າງປະຊາຄົມ ອາຊຽນ. ຫວຽດນາມ ຮັບປະກັນປະຕິບັດຄວາມຮັບຜິດຊອບຂອງປະເທດໜຶ່ງ ຕໍ່ບັນດາຈຸດໝາຍເຊິ່ງ ອາຊຽນ ໄດ້ວາງອອກຢ່າງຄົບຖ້ວນທີ່ສຸດ. ຫວນຄືນນັບແຕ່ປີ 1995 ມາຮອດປະຈຸບັນ, ເຖິງວ່າພື້ນຖານເສດຖະກິດພັດທະນາຊ້າກ່ວາກໍ່ຕາມ ແຕ່ ຫວຽດນາມ ໄດ້ຫລຸດຜ່ອນພາສີເຖິງ 99% ລົງເຫຼືອພຽງແຕ່ 0 – 5% ຕາມມາດຖານທີ່ໄດ້ວາງອອກ. ນອກຈາກນັ້ນ, ພວກເຮົາຍັງເຂົ້າຮ່ວມການສ້າງບັນດາກົນໄກຢູ່ຂັ້ນພາກພື້ນ.
ໃນປີ 2013, ພ້ອມກັບການຮັບບົດບາດເປັນປະເທດປະສານງານການພົວພັນຄູ່ເຈລະຈາ ອາຊຽນ - ອີຢູ (2012 – 2015), ຫວຽດນາມ ຍັງຄົງຮັບບົດບາດເປັນປະທານຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດ (ACDM). ທີ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເປັນປະທານກອງປະຊຸມ ACDM 23, ກອງປະຊຸມ ACDM ກັບບັນດາຄູ່ຮ່ວມມື. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ ແບ່ງປັນວ່າ:ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ຖ້າຫາກພາກພື້ນນີ້ພັດທະນາໃນສັນຕິພາບ ພວກເຮົາຈະໄດ້ຮັບຜົນປະໂຫຍດ. ດັ່ງນັ້ນ, ພວກເຮົາຖືການພັດທະນາປະຊາຄົມ, ເປັນຜົນປະໂຫຍດຂອງຕົນ. ເມື່ອ ອາຊຽນ ກາຍເປັນປະຊາຄົມແລ້ວ, ນອກຈາກສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ພັດທະນາແລ້ວ, ຫາກພວກເຮົາ ຍັງຍາດແຍ່ງທ່າແຮງຈາກບັນດາພື້ນຖານເສດຖະກິດໃນ ອາຊຽນໄດ້ .
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງນີ້ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບົດບາດຂອງ ຫວຽດນາມ ເພື່ອຊຸກຍູ້ຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນໃນໂຄງປະກອບພາກພື້ນພວມໄດ້ຮັບການສ້າງຕັ້ງຂຶ້ນ, ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາໃນໂລກ.