(vovworld)-
ສະພາບການຢູ່ ຢູແກຼນ ພວມມີບັນດາການຜັນແປອັນສັບສົນ, ໜ້າວິຕົກກັງວົນທີ່ສຸດ, ໃນຂະນະທີ່ໃນຊຸມມື້ມໍ່ໆມານີ້, ບັນດາແຂວງ, ນະຄອນທາງທິດຕາເວັນອອກຢູແກຼນ ໄດ້ຈັດການແຫ່ຂະບວນປະທ້ວງຢ່າງລຽນຕິດ, ທວງໃຫ້ແຍກຕົວ ແລະ ປະກາດເອກະລາດ. ໃນສະພາບການທີ່ການໂຕ້ຖຽງກັນລະຫວ່າງລັດເຊຍ ກັບ ອາເມລິກາ ແລະ ຝ່າຍຕາເວັນຕົກພວມມີຄວາມເຄັ່ງຕຶງຂຶ້ນນັບແຕ່ Crimea ໄດ້ໂອນເຂົ້າສະຫະພັນລັດເຊຍ, ບັນດາການຜັນແປໃໝ່ນີ້ຍິ່ງເຮັດໃຫ້ຢູແກຼນ ອາດຈະຕົກເຂົ້າສູ່ວິກິດການຮ້າຍແຮງທີ່ສຸດໃນປະຫວັດສາດ ຖ້າຫາກວ່າຝ່າຍຕ່າງໆບໍ່ຊອກຫາມາດຕະການເຈລະຈາໄດ້.
ໃນຊຸມມື້ທີ່ຜ່ານມາ, ນະຄອນ Donetsk ບໍ່ມີຄວາມສະຫງົບງຽບຍ້ອນບັນດາຜູ້ແຫ່ຂະບວນປະທ້ວງໄດ້ຍຶດຄອງ, ຄຸ້ມຄອງຕຶກອາຄານຕົ້ນຕໍ່ຂອງນະຄອນເພື່ອປະກາດສ້າງຕັ້ງປະເທດສາທາລະນະລັດ ປຊຊ Donetsk. ການລົງປະຊາມະຕິເພື່ອພິຈາລະນາກ່ຽວກັບເລື່ອງສົ່ງໃບຄຳຮ້ອງຂໍໂອນເຂົ້າລັດເຊຍຖືກກຳນົດໃນວັນທີ 11/5 ຈະມາເຖິງ. ສະພາບການຄືດັ່ງກ່າວກໍໄດ້ເກີດຂຶ້ນຢູ່ສອງນະຄອນ Kharkov ແລະ Lugansk ໃນຂະນະທີ່ບັນດາຜູ້ນິຍົມ ລັດເຊຍ ປະກາດສ້າງຕັ້ງປະເທດສາທາລະນະລັດມີອະທິປະໄຕ ແລະ ຈະຈັດການລົງປະຊາມະຕິຕາມແບບ Crimea ເພື່ອຕັດສິນເລື່ອງໂອນເຂົ້າລັດເຊຍ
(ພາບ: http://dantri.com.vn)
ສະພາບການເໝືອນກັບ Crimea ຖືກເກີດຂຶ້ນ?
ເກືອບຄືວ່າ, ການຜັນແປຢູ່ ຢູແກຼນຕາເວັນອອກ ພວມເຮັດໃຫ້ ກີແອບ ແລະ ຝ່າຍຕາເວັນຕົກ ມີຄວາມວິຕົກກັງວົນຕໍ່ການກະທຳດ້ານການທະຫານຂອງລັດເຊຍ ໃນສະພາບການທີ່ Crimea ຫາກໍ່ຖືກໂອນເຂົ້າລັດເຊຍ ບໍ່ຮອດໜຶ່ງເດືອນ.
ອາເມລິກາ ກ່າວເຕືອນວ່າ “ຈະມີຄວາມເສຍຫາຍຕື່ມອີກ“ ຖ້າຫາກວ່າມົດສະກູ ດຳເນີນບັນດາບາດກ້າວຕ່າງໆເພື່ອແນໃສ່ກໍ່ຄວາມຂາດສະຖຽນລະພາບຢູ່ ຢູແກຼນ ສ່ວນຝ່າຍຕາເວັນຕົກໄດ້ກ່າວຫາມົດສະກູ ໄດ້ຢືນຢູ່ເບື້ອງຫຼັງບັນດາຄວາມຂາດສະຖຽນລະພາບຢູ່ ຢູແກຼນຕາເວັນອອກ ແລະ ກ່າວເຕືອນວ່າຈະໂຕ້ຕອບຄືນ ດ້ວຍບັນດາມາດຕະການລົງໂທດ. ອີຢູ ໄດ້ສ້າງ “ບັນຊີລາຍຊື່ດຳເປີດກ້ວາງ“ ລວມມີບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງລັດເຊຍ ຊື່ງໄດ້ “ເຂົ້າຮ່ວມບັນດາການກະທຳນາບຂູ່ຜືນແຜ່ນດິນ ແລະ ອະທິປະໄຕຂອງຢູແກຼນ“. ໃນຂະນະນັ້ນ, ຢູແກຼນ ພວມພິຈາລະນາກະກຽມສຳເນົາເອກະສານເພື່ອຟ້ອງຮອ້ງ ລັດເຊຍ ຂຶ້ນສານສາກົນ.
ເພື່ອໂຕ້ຕອບບັນດາຄຳກ່າວຫາດັ່ງກ່າວ, ລັດເຊຍ ຮຽກຮ້ອງໃຫ້ ກີແອບ ຢຸດຕິການຕຳນິຕິຕຽນລັດເຊຍ ຢືນຢູ່ເບື້ອງຫຼັງບັນດາບັນຫາຂອງປະເທດບ້ານໃກ້ເຮືອນຄຽງ, ພ້ອມທັງກ່າວເຕືອນເລື່ອງ ຢູແກຼນ ນຳໃຊ້ກຳລັງອາວຸດເພື່ອຍຸບເລິກການແຫ່ຂະບວນປະທ້ວງທີ່ອາດຈະກໍ່ໃຫ້ເກີດເສິກກາງເມືອງ. ລັດເຊຍ ປະກາດວ່າບໍ່ມີເຈດຕະນາຮຸກຮານ ຢູແກຼນ ແຕ່ຢັ້ງຢືນວ່າຍັງກຳສິດປົກປ້ອງຜົນປະໂຫຍດຂອງຊາວລັດເຊຍ ຢູ່ທີ່ນີ້.
(ພາບ: Reuters)
ທາງອອກໃຫ້ແກ່ວິກິດການ
ພາຍຫຼັງບັນດາການຜັນແປດັ່ງກ່າວ, ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ: ການສູ້ຢັນກັນລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກ ຍັງຈະສືບຕໍ່ເກີດຂຶ້ນໃນຊຸມວັນຈະມາເຖິງ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງລັດເຊຍ ແມ່ນບໍ່ຮັບຮອງລັກສະນະຖືກຕ້ອງຕາມກົດໝາຍຂອງອຳນາດການປົກຄອງ ຢູແກຼນ ໃນປະຈຸບັນ. ສ່ວນອາເມລິກາ ແລະ ຝ່າຍຕາເວັນຕົກພັດ ຖືວ່າ: ການແຊກແຊງຂອງລັດເຊຍ ເຂົ້າ Crimea ເໝືອນກັບການຮຸກຮານ. ເລື່ອງຊຸກຍູ້ ຢູແກຼນ ເຂົ້າເປັນສະມາຊິກອົງການ ນາໂຕ ໂດຍໄວ ຫຼືນຳໃຊ້ບັນດາມາດຕະການລົງໂທດແຮງກ່ວາຕໍ່ມົດສະກູ ອາດຈະເຮັດໃຫ້ສະພາບການຊົ່ວຮ້າຍລົງ. ການບັງຄັບໃຫ້ຊາວ ຢູແກຼນ ຕ້ອງເລືອກເຟັ້ນລັດເຊຍ ຫຼືຝ່າຍຕາເວັນຕົກ ໄດ້ພາໄປເຖິງວິກິດການປະຈຸບັນ.
ແຕ່ເຖິງຢ່າງໃດກໍ່ຕາມ, ລັດເຊຍ ໄດ້ມີບັນດາການກະທຳໃໝ່ສະແດງໃຫ້ເຫັນວ່າຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ກີແອບ-ມົດສະກູ ໄດ້ຫລຸດຜ່ອນລົງ ເມື່ອລັດເຊຍ ຕົກລົງໃຫ້ ຢູແກຼນ ໂຈະການຊຳລະບີນຊື້ນ້ຳມັນອາຍແກສ ຊື່ງຢູແກຼນ ຊື້ຂອງລັດເຊຍ ນັບແຕ່ເດືອນ 10-12/2013 ເຖິງປີໜ້າ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ ກີແອບ ມີເວລາຫຼາຍກ່ວາເພື່ອແກ້ໄຂບັນດາ “ຄວາມຫຍຸ້ງຍາກ ແລະ ບັນຫາໃນພາກພື້ນ“. ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ: ນີ້ແມ່ນບາດກ້າວເດີນທີ່ “ສະຫຼຽວສະຫຼາດ“ ທີ່ສຸດຂອງອຳນາດການປົກຄອງ ມົດສະກູ. ອີກຢ່າງໜຶ່ງ, ຫາງສຽງຫວັງວ່າ, ການເຈລະຈາ 4 ຝ່າຍລະຫວ່າງອາເມລິກາ, ລັດເຊຍ, ຢູແກຼນ ແລະ ອີຢູ ຊື່ງຄາດວ່າຈະຈັດຂຶ້ນໃນຕົ້ນອາທິດໜ້າ ຈະນຳມາເຊິ່ງບາດກ້າວອັນຕັ້ງໜ້າໃຫ້ແກ່ວິກິດການຢູ່ ຢູແກຼນ.
ເປັນທີ່ຈະແຈ້ງແລ້ວວ່າ, ຝ່າຍຕ່າງໆພວມຮັກສາຄັນຕະລາບັດຍຸດທະສາດຂອງຕົນຢ່າງຄ່ອງແຄ້ວ. ການເຈລະຈາເພື່ອຊອກຫາມາດຕະການດ້ານການເມືອງແມ່ນວິທີທີ່ດີທີ່ສຸດຊື່ງຝ່າຍຕ່າງໆຕ້ອງປະຕິບັດໃນປະຈຸບັນເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ຫລີກເວັ້ນໄພເກີດສົງຄາມເຢັນທີ່ອາດຈະເກີດຂຶ້ນ, ພິເສດ, ໃນສະພາບການທີ່ຝ່າຍຕ່າງໆລ້ວນແຕ່ມີການຜູກມັດດ້ານເສດຖະກິດຢ່າງແໜ້ນແຟ້ນ./.