(vovworld) - ປະຈຸບັນ ຫວຽດນາມ ພວມມານະພະຍາຍາມສ້າງກົນໄກ, ນະໂຍບາຍໃນວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍໃຫ້ສຳເລັດຜົນເພື່ອປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມຢ່າງມີໄຊ. ວິທີປະຕິບັດຢ່າງມີປະສິດທິຜົນໃນປະຈຸບັນໄດ້ຮັບຄວາມສົນໃຈ ແລະ ເຂົ້າຮ່ວມຢ່າງຕັ້ງຫນ້າ ແມ່ນເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງໝູ່ມະຫາຊົນ, ບັນດາອົງການຈັດຕັ້ງ, ຫົວຫນ່ວຍ, ແລະ ພະນັກງານລັດຖະກອນ.
ໂຄງການຂໍ້ລິເລີ່ມ ການປ້ອງກັນ ແລະ ຕ້ານ
ການສໍ້ລາດບັງຫລວງ VACI 2011
ພາບ: internet
|
ວັນທີ 17/8/2011, ໂຄງການຂໍ້ລິເລີ່ມ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ (VACI) 2011 ພາຍໃຕ້ຫົວຂໍ້ວ່າ: “ເພີ່ມທະວີຄວາມຊື່ຕົງບໍລິສຸດທ່ຽງທຳໃນລັດ ແລະ ປະຕິບັດກົດໝາຍ ປະກອບສ່ວນປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຢ່າງມີປະສິດທິຜົນ” ໂດຍອົງການກວດກາລັດຖະບານ ແລະ ທະນາຄານໂລກສົມທົບກັນຈັດຕັ້ງຂຶ້ນ ໄດ້ຮັບການຜັນຂະຫຍາຍທົດລອງຢ່າງເປັນທາງການຢູ່ທ້ອງຖິ່ນຈຳນວນຫນຶ່ງ. ນີ້ແມ່່ນໂຄງການມຸ່ງໄປເຖິງຈຸດໝາຍຍົກສູງສະຕິຄວາມຮັບຮູ້ກ່ຽວກັບກົດໝາຍວ່າດ້ວຍ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງໃນວົງຄະນາຍາດ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງໝູ່ມະຫາຊົນ, ບັນດາອົງການ, ອົງການຈັດຕັ້ງ, ຫົວຫນ່ວຍ, ພະນັກງານລັດຖະກອນໃນວຽກງານ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ໄປຄຽງຄູ່ກັນນັ້ນ, VACI 2011 ກໍປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບປະຊາຄົມໂລກໃນການເຄື່ອນໄຫວປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ; ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ໃນການປະຕິບັດພັນທະຂອງປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ເພື່ອສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການຍູ້ໄພສໍ້ລາດບັງຫລວງໃຫ້ຖອຍໄປ, ມຸ່ງໄປເຖິງຄວາມໂປ່ງໃສ ແລະ ຍຸຕິທຳໃນສັງຄົມ, ລັດ ແລະ ລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການຫນູນຊ່ວຍຢ່າງແທ້ຈິງເພື່ອໃຫ້ 34 ແຜນຮ່າງທີ່ໄດ້ຮັບລາງວັນຂອງ VACI 2011 ໄດ້ຮັບການຜັນຂະຫຍາຍທົດລອງຢ່າງມີປະສິດທິຜົນຢູ່ບັນດາທ້ອງຖິ່ນ. ທ່ານ Le Quang Ha, ຮອງຫົວຫນ້າກົມ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ຂຶ້ນກັບອົງການກວດກາຂອງລັດຖະບານ ໃຫ້ຮູ້ວ່າ:
“ເມື່ອ 34 ແຜນຮ່າງໄດ້ຮັບການປ່ອຍເງິນຈາກທະນາຄານໂລກ, ການນຳອົງການກວດກາລັດຖະບານ ມອບໃຫ້ກົມ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ສົມທົບກັບກົມຮ່ວມມືສາກົນກຳແຫນ້ນສະພາບການເປັນປະຈຳ, ຕິດຕາມການຜັນຂະຫຍາຍບັນດາແຜນຮ່າງ ແລະ ຫນູນຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ. ອົງການກວດກາລັດຖະບານ ໄດ້ມີເອກະສານ ຫລື ແລກປ່ຽນໂດຍກົງກັບບັນດາອົງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ຢືນຢັນລັກສະນະດ້ານກົດໝາຍຂອງໂຄງການ VACI 2011, ຮຽກຮ້ອງໃຫ້ບັນດາອົງການກ່ຽວຂ້ອງຂອງທ້ອງຖິ່ນສ້າງເງື່ອນໄຂສະດວກເພື່ອໃຫ້ແຜນຮ່າງຜັນຂະຫຍາຍຢ່າງຖືກຕ້ອງກັບແຜນການທີ່ໄດ້ວາງອອກ.”
ໃນຈຳນວນ 34 ແຜນຮ່າງທີ່ໄດ້ຮັບການສະຫນັບສະຫນູນຈາກອົງການກວດກາລັດຖະບານ ແລະ ທະນາຄານໂລກນັ້ນ, ແຜນຮ່າງ “ຍົກສູງຄວາມຮູ້ດ້ານກົດໝາຍໃຫ້ແກ່ຊາວກະສິກອນເປັນຊົນເຜົ່າຂະແມ” ໄດ້ຮັບການຜັນຂະຫຍາຍທົດລອງຢູ່ຕາແສງ An Cu, ເມືອງTinh Bien ແຂວງ An Giang ແມ່ນຫນຶ່ງໃນບັນດາແຜນຮ່າງບັນລຸປະສິດທິຜົນ. ຮູບແບບຊຸດອົບຮົມດ້ານກົດໝາຍໃຫ້ແກ່ພະນັກງານ, ປະຊາຊົນ ແລະ ສາສະນິກະຊົນຢູ່ ທ້ອງຖິ່ນ ໄດ້ຮັບການຕອບສະຫນອງຢ່າງຕັ້ງຫນ້າ, ມີຄຳເຫັນຂອງຜູ້ແທນປະຊາຊົນຫລາຍທ່ານຖືວ່າ: ແຜນຮ່າງດັ່ງກ່າວໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ. ຜ່ານບັນດາຊຸດຝຶກອົບຮົມ ແລະ ເຜີຍແຜ່ກົດໝາຍ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ມາສູ່ປະຊາຊົນຢ່າງແທດຈິງ ແລະ ມີປະສິດທິຜົນ, ເພື່ອໃຫ້ເຂົາເຈົ້າຕັດສິນໃຈບໍ່ກະທຳຫຍໍ້ທໍ້ ແລະ ສໍ້ລາດບັງຫລວງອີກ. ພາຍຫລັງ 1 ປີ ທີ່ປະຕິບັດແຜນຮ່າງດັ່ງກ່າວ, ຈຳນວນໃບຮ້ອງຟ້ອງຢູ່ທ້ອງຖິ່ນໄດ້ຫລຸດລົງເກືອບ 50%. ທ່ານນາງ Nguyen Thi Cam Ha ຫົວຫນ້າຄະນະກວດກາ, ສັງກັດສະມາຄົມຊາວກະສິກອນແຂວງ An Giang ໃຫ້ຮູ້ວ່າ:
“ໃນການດຳເນີນຊີວິດຕ່າງໆຂອງສະໂມສອນຊາວກະສິກອນກັບກົດໝາຍ, ນອກຈາກເນື້ອໃນຜັນຂະຫຍາຍບັນດາເອກະສານນິຕິກຳ, ບັນດາສະມາຊິກຍັງເຂົ້າຮ່ວມການປຶກສາຫາລື, ແລກປ່ຽນ, ສອ່ງແສງກ່ຽວກັບການກະທຳລະເມີດກົດໝາຍທີ່ເກີດຂຶ້ນຢູ່ທ້ອງຖິ່ນ ແລະ ຮັບຟັງການເຜີຍແຜ່ກ່ຽວກັບສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ທ້ອງຖິ່ນ. ສະນັ້ນ ການເຄື່ອນໄຫວຂອງສະໂມສອນຊາວກະສິກອນກັບກົດໝາຍ ກໍເປັນການປະກອບສ່ວນສຳຄັນເຂົ້າໃນການປະຕິບັດແຜນຮ່າງຢູ່ທ້ອງຖິ່ນ.”
ກອງປະຊຸມສຳມະນາກ່ຽວກັບການຕ້ານການສໍ້ລາດບັງຫລວງ
ພາບປະກອບ:internet |
ຕໍ່ຫນ້າບັນດາໝາກຜົນຂອງໂຄງການທີ່ບັນລຸໄດ້ໃນເບື້ອງຕົ້ນ, ທ່ານ Nguyen Duc Hanh ຮອງປະທານອົງການກວດກາລັດຖະບານ ໃຫ້ຂໍ້ສັງເກດວ່າ:
“ຜ່ານການຕີລາຄາຂອງອົງການກວດການລັດຖະບານໃນບັ້ນສຳຫລວດນັ້ນ, ອາດເວົ້າໄດ້ວ່າ ບັນດາໂຄງການໄດ້ຮັບການຜັນຂະຫຍາຍໃນຂອບຂະຫນາດ, ຂົງເຂດກວ້າງຂວາງພໍສົມຄວນ ແລະ ສະໝຳ່ສະເຫມີຕໍ່ຫນ້າບັນດາເຫດການເກີດຂຶ້ນໃນສັງຄົມ. ພິເສດແມ່ນ ດ້ວຍຈຸດປະສົງຂອງໂຄງການ ແມ່ນຍົກສູງຄວາມຮັບຮູ້ຂອງສັງຄົມ, ວົງຄະນາຍາດກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ບັນດາໂຄງການດັ່ງກ່າວໄດ້ຕອບສະຫນອງເນື້ອໃນເຫຼົ່ານັ້ນໄວ້ໂດຍພື້ນຖານ. ”
ທີ່ກອງປະຊຸມສຳມະນາຕີລາຄາໝາກຜົນກາງສະໄຫມປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ປີ 2011 ໄດ້ຮັບການປະຕິບັດໃນວັນທີ 16/8 ຢູ່ ຮ່າໂນ້ຍ, ທ່ານນາງ Victoria Kwakwa ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຖືວ່າ:
“ສິ່ງທີ່ພວກເຮົາເຫັນໄດ້ໃນກອງປະຊຸມສຳມະນາສະແດງໃຫ້ເຫັນ ປະຊາຊົນໄດ້ເຂົ້າຮ່ວມຄຳໝັ້ນສັນຍາ ແລະ ປະຕິບັດຢ່າງຕັ້ງຫນ້າ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາການປະກອບສ່ວນຂອງປະຊາຊົນ. ເຂົາເຈົ້າໄດ້ຢືນຢັນວ່າ ຕົນເອງສາມາດເຂົ້າຮ່ວມ ແລະ ໃນຕົວຈິງເຂົາເຈົ້າໄດ້ເຂົ້າຮ່ວມແລ້ວ. ຕາມຂ້າພະເຈົ້າ, ສິ່ງດັ່ງກ່າວແມ່ນສຳຄັນ ຍ້ອນວ່າໃນວຽກງານຕ້ານການສໍ້ລາດບັງຫລວງ, ລັດຖະບານຕ້ອງນຳຫນ້າ, ແຕ່ລັດຖະບານກໍຕ້ອງການໄດ້ຮັບການເຂົ້າຮ່ວມຂອງຊາວທ້ອງຖິ່ນຄືແບບນີ້.”
ອາດຈະເວົ້າໄດ້ວ່າ, ໂຄງການຂໍ້ລິເລີ່ມກ່ຽວກັບການ ປ້ອງກັນແລະ ຕ້ານການສໍ້ລາດບັງຫລວງ ຈາກແນວຄວາມຄິດຕະຫລອດຮອດປະຕິບັດຕົວຈິງ ໄດ້ຊ່ວຍເພີ່ມທະວີຄວາມຮັບຮູ້, ຍົກສູງລັກສະນະໂປ່ງໃສ, ຍູ້ແຮງການເຄື່ອນໄຫວຂອງບັນດາອົງການລັດຢູ່ ຫວຽດນາມ ຢ່າງມີປະສິດທິຜົນ ຕາມທິດບໍລິການ, ພ້ອມກັນນັ້ນ ປັບປຸງວິວັດການນຳກົດໝາຍເຂົ້າສູ່ຊີວິດ. ສິ່ງສຳຄັນ ແມ່ນໂຄງການນີ້ໄດ້ສ້າງເງື່ອນໄຂໃຫ້ແກ່ປະຊາຊົນເຂົ້າຮ່ວມໂດຍກົງໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ປະຕິບັດສິດຜົນປະໂຫຍດ ແລະ ພັນທະຂອງພົນລະເມືອງໃນການສ້າງສາປະເທດຊາດ./.