ສິ່ງ​ທ້າ​ທາຍຫຼາຍ​ຢ່າງທີ່ມີ​ຕໍ່​ແຜນ​ການ​ສັນ​ຕິ​ພາບ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -  ການປະທະກັນທີ່ແກ່ຍາວເປັນເວລາເກືອບ 4 ປີລະຫວ່າງ ລັດເຊຍ ແລະ ຢູແກຼນ ມີຄວາມອາດສາມາດກ້າວໄປເຖິງບາດລ້ຽວໃຫຍ່, ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດແຜນການສັນຕິພາບ 28 ຈຸດ ເພື່ອແນໃສ່ຢຸດຕິການປະທະກັນ. ເຖິງຢ່າງໃດກໍ່ຕາມມີຫຼາຍສັນຍານທີ່ສະແດງໃຫ້ເຫັນວ່າ ບັນດາຝ່າຍຍັງມີຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງ ຍາກທີ່ຈະແກ້ໄຂໄດ້.

ແຜນການສັນຕິພາບ 28 ຈຸດເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໂດຍອຳນາດການປົກຄອງອາເມລິກາປະກາດໃນວັນທີ 20 ພະຈິກ. ນີ້ແມ່ນແຜນການໂດຍບັນດາທູດພິເສດຂອງ ອາເມລິກາ ແລະ ລັດເຊຍ ຮຽບຮຽງ ແລະ ໄດ້ຮັບຖືວ່າ ອີງຕາມແຜນການສັນຕິພາບ 20 ຈຸດກ່ຽວກັບເຂດກາຊາ ເຊິ່ງ ອາເມລິກາ ໄດ້ຊຸກຍູ້ສຳເລັດໃນໄລຍະທີ 1 ເມື່ອເດືອນກັນຍາ ຜ່ານມາ.

ຄວາມມານະພະຍາຍາມສັນຕິພາບໃໝ່

ແຜນການສັນຕິພາບ 28 ຈຸດເຊິ່ງ ອາເມລິກາ ສົ່ງໃຫ້ ລັດເຊຍ ແລະ ຢູແກຼນ ໄດ້ປິ່ນອ້ອມ 4 ເສົາຄ້ຳຫຼັກ ລວມມີ: ການຊຸກຍູ້ສັນຕິພາບຢູ່ ຢູແກຼນ, ຮັບປະກັນຄວາມໝັ້ນຄົງ, ປັບປຸງຄວາມໝັ້ນຄົງຢູ່ ເອີລົບ ແລະ ກຳນົດການພົວພັນໃນອະນາຄົດລະຫວ່າງ ອາເມລິກາ ກັບ ລັດເຊຍ ແລະ ຢູແກຼນ. ກ່ຽວກັບເນື້ອໃນລະອຽດຂອງແຜນການ, ຝ່າຍຢູແກຼນ ຕ້ອງຍອມຮັບການມອບໂອນຜືນແຜ່ນດິນສ່ວນໜຶ່ງຢູ່ເຂດ Donbass ກໍ່ຄືສອງແຂວງ Kherson, Zaporizhzhia ແລະ ແຫຼມ Crimea ໃຫ້ລັດເຊຍ, ໃຫ້ຄຳໝັ້ນສັນຍາຈະບໍ່ຊອກຫາວິທີການເຂົ້າເປັນສະມາຊິກຂອງ ກຸ່ມການທະຫານ ສົນທິສັນຍາອັດລັງຕິກເໜືອ (NATO), ຈຳກັດຂອບຂະໜາດທະຫານ ບໍ່ໃຫ້ເກີນ 600.000 ຄົນ… ສ່ວນຝ່າຍລັດເຊຍ, ຊັບສິນຂອງ ລັດເຊຍ ທີ່ມີມູນຄ່າຢ່າງໜ້ອຍສຸດເງິນເປັນຈຳນວນ 100 ຕື້ USD ທີ່ພວມຖືກຝ່າຍຕາເວັນຕົກອາຍັດ ຈະໄດ້ໂອນເຂົ້າກອງທຶນໜຶ່ງໂດຍ ອາເມລິກາ ບໍລິຫານເພື່ອແນໃສ່ລົງທຶນ ແລະ ກໍ່ສ້າງ ຢູແກຼນ ຄືນໃໝ່.

ອຳນາດການປົກຄອງ ຢູແກຼນ ແລະ ບັນດາປະເທດພັນທະມິດ ເອີລົບ ຂອງປະເທດນີ້ຄັດຄ້ານແຜນການຕົ້ນສະບັບ, ເມື່ອຖືວ່າ ມີຫຼາຍມາດຕາທີ່ມີປະໂຫຍດໃຫ້ແກ່ຝ່າຍລັດເຊຍ. ພາຍໃຕ້ການຂົນຂວາຍທາງການທູດຈາກຝ່າຍເອີລົບ, ບວກກັບກຳລັງກົດດັນພາຍໃນກຸ່ມ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ລົບລ້າງກຳນົດເວລາເຊິ່ງ ຢູແກຼນ ຕ້ອງມີຄຳຕອບແມ່ນໃນວັນທີ 27 ພະຈິກ, ພ້ອມທັງດຳເນີນການເຈລະຈາກັບ ຢູແກຼນ ແລະ ບັນດາປະເທດ ເອີລົບ ຢູ່ ເຊີແນວ (ສະວິດ) ເພື່ອປັບປຸງແຜນການເບື້ອງຕົ້ນ. ທ່ານນາງ Jaroslava Barbieri, ນັກຄົ້ນຄ້ວາຢູ່ເວທີປາໄສ ຢູແກຼນ ຂຶ້ນກັບສະຖາບັນ Chatham House (ອັງກິດ) ໃຫ້ຮູ້ວ່າ:

ແຜນການ 28 ຈຸດນີ້ ໃນຕົວຈິງມີຫຼາຍຈຸດບໍ່ສາມາດເລີ່ມຕົ້ນການເຈລະຈາພາຍໃຕ້ທັດສະນະຂອງ ຢູແກຼນ, ລວມມີການຫຼຸດຜ່ອນກຳລັງຄວາມສາມາດໃນປັດຈຸບັນຂອງກອງທັບ ຢູແກຼນ, ແລະ ສິ່ງທີ່ເປັນໜ້າວິຕົກກັງວົນທີ່ສຸດແມ່ນເລື່ອງທີ່ຕ້ອງຍອມເສຍຜືນແຜ່ນດິນສ່ວນໜຶ່ງໃຫ້ແກ່ ລັດເຊຍ, ລວມມີບັນດາເຂດດິນແດນທີ່ໃນປັດຈຸບັນ ລັດເຊຍ ບໍ່ຄວບຄຸມຢູ່ເຂດ Donbass”.

ພາຍຫຼັງບັນດາການເຈລະຈາໃນວັນທີ 23 ພະຈິກ ຢູ່ເຊີແນວ, ບັນດາເຈົ້າໜ້າທີ່ການທູດຂັ້ນສູງຂອງ ອາເມລິກາ ແລະ ຢູແກຼນ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ ຄວາມຄືບໜ້າສຳຄັນຫຼາຍຢ່າງ, ພ້ອມທັງສື່ມວນຊົນຝ່າຍຕາເວັນຕົກກໍ່ໄດ້ເປີດເຜີຍຂໍ້ມູນທີ່ວ່າ ແຜນການໄດ້ຮັບການປັບປຸງຫຼາຍຈຸດສຳຄັນເມື່ອທຽບໃສ່ກັບສະບັບຕົ້ນ, ຍັງເຫຼືອພຽງແຕ່ 19 ຈຸດ. ເຖິງວ່າບໍ່ໄດ້ຍົກອອກຢ່າງລະອຽດແຕ່ການນຳ ເອີລົບ ຈຳນວນໜຶ່ງກໍ່ຮູ້ສຶກປະເອີບໃຈເມື່ອປະກາດວ່າ ບັນດາຜົນປະໂຫຍດ ແລະ ທັດສະນະຂອງ ຢູແກຼນ ແລະ ເອີລົບ ໄດ້ຮັບຟັງຫຼາຍກວ່າເກົ່າ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ:

ແຜນການໂດຍ ອາເມລິກາ ນຳສະເໜີ ກ່ອນອື່ນໝົດແມ່ນບາດກ້າວໄປຖືກຕາມທິດມຸ່ງໄປເຖິງສັນຕິພາບ. ເຖິງຢ່າງໃດກໍຕາມ, ມີຫຼາຍເນື້ອໃນໃນແຜນການສະບັບນີ້ຕ້ອງໄດ້ຮັບການປຶກສາຫາລື, ເຈລະຈາ ແລະ ປັບປຸງຕື່ມອີກ

ສຽງເວົ້າຈາກຝ່າຍລັດເຊຍ

ຄຳຖາມໃຫຍ່ທີ່ສຸດທີ່ໄດ້ຕັ້ງຂຶ້ນໃນປັດຈຸບັນແມ່ນ ຝ່າຍລັດເຊຍ ຈະມີການຕອບຮັບຄືແນວໃດຕໍ່ບັນດາການປັບປຸງເຊິ່ງ ອາເມລິກາ ພ້ອມກັບ ຢູແກຼນ ແລະ ບັນດາປະເທດ ເອີລົບ ດຳເນີນ. ປະຕິກະລິຍາທຳອິດໃນວັນທີ 24 ພະຈິກ, ທ່ານ Yuri Ushakov ຜູ້ຊ່ວຍວຽກຂອງທ່ານປະນາທິບໍດີ ລັດເຊຍ ກ່ຽວກັບນະໂຍບາຍການຕ່າງປະເທດ  ໄດ້ປະຕິເສດບັນດາຂໍ້ສະເໜີປັບປຸງຈາກຝ່າຍເອີລົບ, ຖືວ່າບັນດາຂໍ້ສະເໜີນີ້ “ບໍ່ມີລັກສະນະສ້າງສັນ” ແລະ ລັດເຊຍ ບໍ່ອາດຍອມຮັບໄດ້. ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ກໍ່ປະຕິເສດການຕີລາຄາກ່ຽວກັບບັນດາການເຈລະຈາທີ່ຜ່ານມາ ລະຫວ່າງ ຢູແກຼນ ກັບບັນດາປະເທດຝ່າຍຕາເວັນຕົກ ຢູ່ເຊີແນວ ແລະ ໃຫ້ຮູ້ວ່າ ລັດເຊຍ ຈະພິຈາລະນາຢ່າງລະອຽດເມື່ອໄດ້ຮັບຂໍ້ສະເໜີຢ່າງເປັນທາງການຈາກ ອາເມລິກາ.

ຕໍ່ໜ້າສະພາບການຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປັດຈຸບັນ, ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານໄດ້ຈັດສົ່ງທ່ານ Steve Witkoff ທູດພິເສດຂອງປະທານາທິບໍດີ ອາມເລິກາ ໄປຍັງ ມົດສະກູ ເພື່ອພົບປະກັບ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບແຜນການສັນຕິພາບສະບັບໃໝ່. ໃນຂະນະນັ້ນ, ສື່ມວນຊົນຝ່າຍຕາເວັນຕົກໄດ້ລົງຂ່າວວ່າ ທ່ານລັດຖະມົນຕີທະຫານບົກ ອາເມລິກາ Dan Driscoll ພວມມີການພົບປະກັບຄະນະຜູ້ແທນ ລັດເຊຍ ຢູ່ນະຄອນຫຼວງ Abu Dhabi, ປະເທດ ສະຫະລັດ ອາຣັບ ເອມີເລດ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສັນຕິພາບ ແລະ ຍູ້ໄວການເຈລະຈາຢຸດຕິການປະທະກັນຢູ່ ຢູແກຼນ. ຕາມວົງການນັກສັງເກດການແລ້ວ, ເຖິງວ່າແຜນການສັນຕິພາບ ມີຄວາມມານະພະຍາຍາມທີ່ໃຫຍ່ຫຼວງຈາກຝ່າຍ ອາເມລິກາ ແລະ ໃນເບື້ອງຕົ້ນ ໄດ້ຮັບການຊົມເຊີຍຈາກທຸກຝ່າຍ  ແຕ່ຄວາມບໍ່ລົງລອຍກັນລະຫວ່າງ ລັດເຊຍ ກັບ ຢູແກຼນ ແລະ ບັນດາປະເທດ ເອີລົບ ເຮັດໃຫ້ການບັນລຸໄດ້ຂໍ້ຕົກລົງບໍ່ແມ່ນເລື່ອງງ່າຍ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ:

ທຳມະດາແລ້ວ ຝ່າຍ ລັດເຊຍ ກໍ່ຈະມີສິດຕໍ່ແຜນການນີ້ຍ້ອນວ່າ ນັບແຕ່ຫົວທີ, ພວກຂ້າພະເຈົ້າໄດ້ຊອກຮູ້ທັດສະນະຂອງຝ່າຍລັດເຊຍ ຜ່ານຫຼາຍຊ່ອງທາງທີ່ແຕກຕ່າງກັນ. ດັ່ງນັ້ນ, ບໍ່ວ່າສິ່ງໃດທີ່ບັນລຸໄດ້ຢູ່ ເຊີແນວ ພວກຂ້າພະເຈົ້າກໍ່ຈະພິຈາລະນາວ່າຈະສາມາດໄດ້ຮັບຄວາມເຫັນດີຈາກຝ່າຍຢູແກຼນ ແລະ ຝ່າຍລັດເຊຍ ຫຼືບໍ່. ນີ້ແມ່ນສ່ວນໜຶ່ງຂອງບັນຫາໃນປັດຈຸບັນ, ຝ່າຍລັດເຊຍ ຕ້ອງເຫັນດີຕໍ່ແຜນການນີ້ ຈິ່ງອາດສາມາດປະຕິບັດໄດ້ສຳເລັດ.

ອີກບັນຫາໃຫຍ່ໜຶ່ງທີ່ເຄີຍສ້າງຄວາມໂຕ້ຖຽງກັນ ໃນບັນດາການເຈລະຈາກ່ຽວກັບການຢຸດຕິການປະທະກັນ ລະຫວ່າງ ລັດເຊຍ - ຢູແກຼນ ໃນເມື່ອກ່ອນ ແມ່ນກົນໄກເຈລະຈາໃດຈະໄດ້ຮັບຄວາມເຫັນດີຈາກທຸກຝ່າຍ. ຝ່າຍຢູແກຼນ ແລະ ເອີລົບ ຢຶດໝັ້ນປົກປ້ອງທັດສະນະທຸກໆການເຈລະຈາຕ້ອງມີການເຂົ້າຮ່ວມຂອງ ຢູແກຼນ ແລະ ເອີລົບ ໃນຂະນະທີ່ ລັດເຊຍ ແລະ ອາເມລິກາ ບຸລິມະສິດບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງສອງຝ່າຍ ແລະ ປະຕິເສດບັນດາການເຈລະຈາສາມຝ່າຍ. ວັນທີ 25 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ເນັ້ນໜັ້ກວ່າ ທ່ານຈະຈັດຕັ້ງການພົບປະສາມຝ່າຍ ກັບພຽງແຕ່ການນຳ ລັດເຊຍ ແລະ ຢູແກຼນ ຖ້າຮູ້ແນ່ນອນວ່າ ຈະສາມາດບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ດັ່ງນັ້ນ, ບັນດາຂັ້ນຕອນເຈລະຈາຕໍ່ໄປລະຫວ່າງບັນດາຝ່າຍກ່ຽວກັບແຜນການສັນຕິພາບໃໝ່ ຄາດວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ