ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມ ສປປ ລາວ
(vovworld)-ໂດຍຮັບຄຳເຊີນຈາກທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປລາວ ຈູມມາລີໄຊຍະສອນ, ວັນທີ 9 ກຸມພາ, ປະທານປະເທດແຫ່ງ ສສ ຫວຽດນາມ ເຈືອງເຕີນຊາງ ພ້ອມດ້ວຍພັນລະຍາໄດ້ໄປຢ້ຽມຢາມສັນທະວະໄມຕີ ສປປລາວ ເປັນເວລາ 3 ວັນ, ເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮ້ອບດ້ານລະຫວ່າງ ຫວຽດນາມ-ລາວໃຫ້ດີຍິ່ງຂື້ນອີກ, ພ້ອມກັນນັ້ນກໍເປັນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນ “ ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ2012 ”
ໂດຍເລືອກເອົາ ສປປລາວ ແມ່ນປະເທດທຳອິດ ເພື່ອຢ້ຽມຢາມໃນປີໃໝ່ 2012, ການນຳພັກ, ລັດຫວຽດນາມໄດ້ຢັ້ງຢືນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍ, ຍາມໃດກໍຖືເປັນສຳຄັນ ແລະ ປາດທະໜາຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສປປລາວ.
ການຢ້ຽມຢາມລາວຂອງ ປະທານປະເທດແຫ່ງ ສສ ຫວຽດນາມ ເຈືອງເຕີນຊາງ ຖືກດຳເນີນໃນສະພາບການທີ່ ການພົວພັນຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກໆຂົງເຂດ. ໃນຊຸມປີມໍ່ໆມານີ້, ພິເສດໃນປີ 2011, ບັນດາການນຳພັກ, ລັດຖະບານ, ສະພາແຫ່ງຊາດຂອງ 2 ປະເທດລ້ວນແຕ່ໄປມາຢ້ຽມຢາມຊຶ່ງກັນແລະກັນ, ເປັນໜ້າສົນໃຈແມ່ນການຢ້ຽມຢາມທາງ ລັດຖະ ກິດຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີໄຊຍະສອນເມື່ອເດືອນສິງຫາປີ 2011, ຂອງທ່ານນາຍົກລັຖະມົນຕີລາວ ທອງສິງທຳມະວົງເມື່ອເດືອນມີນາ ປີ 2011, ຂອງທ່ານນາງປະທານສະພາແຫ່ງຊາດລາວ ປານີຢາທໍຕູ້ເມື່ອເດືອນສິງຫາປີ 2011, ການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານເລທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເມື່ອເດືອນມິຖຸນາປີ 2011 ແລະ ຂອງທ່ານນາຍົກລັຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງເມື່ອເດືອນກັນຍາ ປີ 2011. ຜ່ານການຢ້ຽມຢາມເຫຼົ້ານັ້ນ, ຄວາມໄວ້ເນື້ອເຊື່ອໃຈ ແລະຜູກພັນລະຫວ່າງການນຳຂັ້ນສູງຂອງ 2 ປະເທດໄດ້ຮັບການປັບປຸງ ແລະ ເພີ່ມທະວີ, ພ້ອມກັນນັ້ນກໍເປັນການກຳນົດທິດໃຫ້ແກ່ການພົວພັນຫວຽດນາມ-ລາວນັບມື້ນັບຂະຫຍາຍຕົວ. ທ່ານ ພັນຄຳວິພາວັນ ກຳມະການກົມການເມືອງສູນກາງພັກ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມຖືວ່າ:“ຂ້າພະເຈົ້າຄິດວ່າຢູ່ໃນໂລກນີ້, ບໍ່ມີສາຍພົວພັນໃດ ທີ່ພິເສດຄືສາຍພົວພັນລະຫວ່າງລາວ-ຫວຽດນາມ. ບັນດາສະຫາຍການນຳຂອງ 2 ປະເທດຍາມໃດກໍເອົາໃຈໃສ່ເຖິງເລື່ອງເຮັດແນວໃດເພື່ອສຶກສາອົບຮົມລຸຸ່ນໄວໜຸ່ມ 2 ປະເທດມີຄວາມເຂົ້າໃຈໄດ້ເຖິງມູນເຊື້ອທີ່ດີງາມລະຫວ່າງ 2 ປະເທດພວກເຮົາ. ການສຶກສາອົບຮົມລຸ່ນໄວໜຸ່ມກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ ແມ່ນໜ້າທີ່ຂອງ 2 ສະມາຄົມມິຕະພາບຂອງ 2 ປະເທດພວກເຮົາ. ພິເສດໃນໄລຍະທີ່ຜ່ານມາ, ໂຄງການ“ ປະຫວັດສາດແຫ່ງສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ” ສ້າງສຳເລັດ, ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານໂຄສະນາ, ສຶກສາອົບຮົມປະຊາຊົນລຸ່ນຕ່າງໆຂອງ 2 ປະເທດກ່ຽວກັບສາຍພົວພັນທີ່ສັດຊື່ບໍລິສຸດ, ຜູກພັນກັນຢ່າງສະໜິດແໜ້ນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ ແລະ ລາວ ”
ປີນີ້ການນຳ 2 ປະເທດໄດ້ຕົກລົງເລືອກເອົາເປັນ “ ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ-ລາວ ”ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງການພົວພັນດ້ານການທູດ ( 5/91962- 5/9/2012) ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຫວຽດນາມ-ລາວ (18/7/1977-18/7/2012). ຫວຽດນາມໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດ “ ປີສາມັກຄີມິດຕະພາບ ຫວຽດນາມ-ລາວ”, ຕາມນັ້ນແລ້ວ, ຕົກລົງຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງໃນຂອບເຂດທົ່ວປະເທດ, ແລະການເຄື່ອນໄຫວສຳຄັນຕົ້ນຕໍ່ຈະຖືກດຳເນີນແຕ່ຕົ້ນເດືອນກໍລະກົດຫາທ້າຍເດືອນກັນຍາ ປີ 2012, ດ້ວຍການເຄືອ່ນໄຫວທີ່ອຸດົມສົມບູນ, ການພັວພັນຮ່ວມມືແລກປ່ຽນໃນບັນດາຂົງເຂດເສດຖະ ກິດ, ການຄ້າ, ວັດທະນະທຳ, ສິລະປະ, ກິລາ.....ບັນດາກະຊວງ, ຂະແໜງການຕ່າງໆຂອງຫວຽດ ນາມພວມຮີບເຮ່ັງພວມປະຕິບັດບັນດາໜ້າທີ່ໄດ້ຮັບມອບໝາຍຂອງຕົນເພື່ອໃຫ້ “ ປີແຫ່ງຄວາມສາມັກຄີມິດຕະະພາບ ຫວຽດນາມ-ລາວ” ເປັນຂີດໝາຍຄຳໃນໄລຍະທາງ 50 ປີ ແຫ່ງການພົວພັນທາງການທູດລະຫວ່າງ 2 ປະເທດ. ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ວູ້ຊວນຮົ່ງ ໃຫ້ຮູ້ວ່າ: “ ຂ້າພະເຈົ້າຄິດວ່າ 2 ສະມາຄົມມິດຕະພາບ ຫວຽດນາມ-ລາວພວກເຮົາ ຄວນຕັ້ງໜ້າກະກຽມເພື່ອປຸກລະດົມປະຊາຊົນ 2 ປະເທດຈັດຕັ້ງສະເຫຼີມສະຫຼອງດ້ວຍຄວາມໝາຍອັນແທດຈິງ, ມີປະສິດທິຜົນໃນປີມິດຕະພາບຫວຽດນາມ-ລາວ. ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງ ຢາກໜູນຊ່ວຍ 2 ສະມາຄົມ ເພື່ອເຮັດແນວໃດໃຫ້ຖືກກັບເນື້ອໃນຈິດໃຈຂອງການນຳ 2 ປະເທດໄດ້ຢືນຢັນວ່າ: ລຸ່ນຄົນໃນປະຈຸບັນ ແລະ ອະນາຄົດ, ພະນັກງານ, ປະຊາຊົນແຕ່ລະຄົນຕ້ອງປະຕິບັດໜ້າທີ່ອັນສັກກະຫຼະບູຊາ ແມ່ນຮັດສາ, ປັບປຸງ ແລະພັດທະນາສາຍພົວພັນຫວຽດນາມ-ລາວ”
ໂດຍເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, 2 ປະເທດຍັງພວມສູ້ຊົນຍົກວົງເງິນການຄ້າ 2 ຝ່າຍ ຈາກ 700ລ້ານ USD ໃນປີ 2011 ຂຶ້ນເປັນ 1 ຕື້ USD ໃນປີນີ້ ແລະ ບັນລຸ 2 ຕື້ USD ໃນປີ 2015. ຫວຽດນາມສືບຕໍ່ຍູ້ແຮງບັນດາໂຄງການລົງທຶນຢູ່ລາວ ໂດຍເລັ່ງໃສ່ຂົງເຂດທະນາຄານ, ການເງິນ, ປູກຢ່າງພາລາ....ບົນພື້ນຖານຕິດພັນກັບວຽກງານຮັບປະກັນຊີວິດສັງຄົມ, ຮັບໃຊ້ກິດຈະການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຂອງລາວ. 2 ຝ່າຍຍັງຕັດສິນໃຈ ສູ້ຊົນກໍ່ສ້າງຫຼັກໝາຍທັງໝົດທີ່ຍັງເຫຼືອໃນທົ່ວລະບົບຊາຍແດນໃຫ້ສຳເລັດໃນປີນີ້, ກ້ວໄປເຖິງສຳເລັດວຽກງານປັກຫຼັກໝາຍຊາຍແດນໃນປີ 2014. ຫວຽດນາມ ແລະ ລາວ ກໍພວມສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໄວໃນການກໍ່ສ້າງເສັ້ນທາງ 2E (ເມືອງຂວາ-ໄຕຈາງ)ໃນປີ 2012, ສ້າງເງື່ອນໄຂສະດວກເພື່ອໃຫ້ບໍລິສັດຫຸ້ນສ່ວນທ່າກຳປັ່ນ ວູ້ງອ້າງ ລາວ-ຫວຽດນາມ ສາມາດຂຸດຄົ້ນທ່າກຳປັ່ນ ວູ້ງອ້າງຢ່າງມີປະສິດທິຜົນ. ສືບຕໍ່ຜັນຂະຫຍາຍແຜນແມ່ບົດ“ຍົກສູງຄຸນນະພາບ ແລະ ປະສິດທິຜົນແຫ່ງການຮ່ວມມື ຫວຽດນາມ-ລາວໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2011-2020” ຊຶ່ງໄດ້ຮັບການລົງນາມ, 2 ຝ່າຍສົມທົບກັນດຳເນີນການຄັດເລືອກນັກຮຽນລາວ ແລະ ຫວຽດນາມມາຮ່ຳຮຽນຢູ່ແຕ່ລະປະເທດ.
ບົນພື້ນຖານນັ້ນ, ການຢ້ຽມຢາມລາວຂອງປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຄັ້ງນີ້ ແມ່ນມີຄວາມໝາຍພິເສດ, ອັນໄດ້ເປັນການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວ “ ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ-ລາວ”. ນອກຈາກບັນດາການເຄື່ອນໄຫວຢ່າງເປັນທາງການຄື: ການເຈລະຈາກັບທ່ານເລທິການໃຫຍ່, ປະທານປະເທດ, ພົບປະກັບປະທານສະແຫ່ງຊາດ, ນາຍົກລັດຖະມົນຕີລາວ....ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນທຸກດ້ານ, ຈາກຂົງເຂດການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ຕະຫຼອດຮອດການຄ້າ, ລົງທຶນ, ການສຶກສາ, ວັດທະນະທຳ....ທ່ານປະທານ ເຈືອງເຕີ້ນຊາງ ຈະເຂົ້າຮ່ວມພິທີເປີດທະນາຄານຫຸ້ນສ່ວນອຸດສາຫະກຳການຄ້າ, ຢ້ຽມຢາມບາງຮາກຖານໂດຍກຸມບໍລິສັດ ຮ່ວາງແອງ ຢາລາຍຊ່ວຍກໍ່ສ້າງ, ເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສຳນັກງານສະມາຄົມຊາວຫວຽດນາມຢູ່ລາວ.... ການຢ້ຽມຢາມລາວຂອງປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຄັ້ງນີ້ ເຮັດໃຫ້ສາຍພົວພັນແບບພິເສດສັດຊື່ບໍລິສຸດລະຫວ່າງ 2 ຊາດຫວຽດນາມ-ລາວຍິ່ງອົບອຸ່ນຂຶ້ນຕື່ມ, ຊຶ່ງເປັນການຢັ້ງຢືນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ນັ້ນແມ່ນຖືເປັນສຳຄັນທີ່ສຸດສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ີວມມືຮອບດ້ານກັບ ສປປລາວ.