“ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ແມ່ນກິດຈະກຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຊິ່ງຖືກຈັດຂຶ້ນປະຈຳປີ ໄດ້ຮັບການຜັນຂະຫຍາຍໃນທົ່ວໂລກ ແລະ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຕອບສະໜອງຈາກປະຊາຊົນທຸກຄົນ. ຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີນີ້ມີຄຳຂວັນວ່າ: “ທຸກຄົນຈົ່ງພ້ອມກັນປະຕິບັດ“ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງຄື: ຖີບລົດຖີບ, ມອດໄຟໃນທົ່ວປະເທດ…ເຊີນທ່ານເຂົ້າຮ່ວມພິທີປຸກລະດົມຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ຢູ່ມະຫາວິທະຍາໄລໄຟຟ້າ-ຮ່າໂນ້ຍ.
(ພາບ: laodong.com.vn)
ໃນພິທີປຸກລະດົມ, ເອື້ອຍຫວູທິມີແຮ້ງ, ຜູ້ຊ່ຽວຊານຂອງ Challege to Change ເຊິ່ງແມ່ນອົງການບໍ່ຂຶ້ນກັບລັດຖະບານສາກົນທີ່ເຄີຍຄົ້ນຄ້ວາ ແລະ ໜູນຊ່ວຍດ້ານເຕັກນິກ ທີ່ກ່ຽວຂ້ອງເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ ໄດ້ແລກປ່ຽນກັບນັກສຶກສາກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ ໃນໂລກປະຈຸບັນ ແລະ ຜົນສະທ້ອນຂອງມັນຕໍ່ຊີວິດການເປັນຢູ່, ສະພາບໃຊ້ພະລັງງານແບບຟູມເຟືອຍ, ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ …. ເອື້ອຍແຮ້ງ ເວົ້າວ່າ:
“ການປ່ຽນແປງຂອງດິນຟ້າອາກາດໃນໂລກມີຫຼາຍຮູບຫຼາຍແບບ. ຄຳຖາມຂອງຂ້າພະເຈົ້າແມ່ນນັກສຶກສາຫວຽດນາມ, ນັກສຶກສາມະຫາວິທະຍາໄລໄຟຟ້າ ໄດ້ ແລະ ພວມກະກຽມຄືແນວໃດ ເພື່ອກຳນົດໄດ້ບັນດາຄວາມສ່ຽງ, ຈາກນັ້ນສະເໜີບັນດາມາດຕະການແກ້ໄຂ ແລະ ປະຕິບັດ”
ພິທີປຸກລະດົມຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ ປີ 2013 ບໍ່ພຽງແຕ່ໄດ້ຮັບການຕອບສະໜອງຢ່າງກວ້າງຂວາງຈາກບັນດານັກສຶກສາເທົ່ານັ້ນ ຫາກຍັງໄດ້ຮັບການສະຫນັບສະໜູນຢ່າງສຸດຈິດສຸດໃຈຈາກຄະນະອະທິການບໍດີມະຫາວິທະຍາໄລໄຟຟ້າຮ່າໂນ້ຍ ອີກດ້ວຍ. ທ່ານ ດ່າມຊວນຮຽບ ອະທິການບໍດີ ມະຫາວິທະຍາໄລໄຟຟ້າຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າປາດຖະໜາວ່າ, ພາຍຫຼັງພິທີປຸກລະດົມນີ້, ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອຊ່ວຍພວກນ້ອງນັກສຶກສາຍົກສູງສະຕິຄວາມຮັບຮູ້ກ່ຽວກັບການປະຢັດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”
(ພາບ: baoninhthuan.com.vn)
ເຫດການມອບໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີນີ້ຢູ່ຫວຽດນາມ ຈະດຳເນີນແຕ່ 20 ໂມງ 30 ນາທີ - 21 ໂມງ 30 ນາທີ ຂອງວັນທີ 23/3 ດ້ວຍການມອດໄຟຢູ່ເຮືອນ, ປະຢັດພະລັງງານ, ຖີບລົດຖີບເພື່ອປົກປັກຮັກສາສິ່ງແວດລ້ອມ…ເພື່ອນວັນທົງ, ນັກສຶກສາມທະຫາວິທະຍາໄລເປີດຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມການຖີບລົດຢູ່ຮ່າໂນ້ຍ ເພື່ອປົກປັກຮັກສາສິ່ງແວດລ້ອມ. ຄວາມໝາຍຂອງການເຄື່ອນໄຫວນີ້ແມ່ນເພື່ອປະຢັດໄຟຟ້າ, ຮັບມືການປ່ຽນແປງຂອງດິນຟ້າອາກາດ. ຂ້າພະເຈົ້າຢາກສົ່ງສານມາຍັງທຸກຄົນທີ່ວ່າ ຈົ່ງປົກປັກຮັກສາສິ່ງແວດລ້ອມໃນທຸກວັນ.”
ພິທີປຸກລະດົມຂະບວນການ “ມອດໄຟ 1 ຊົ່ວໂມງເພື່ອຫນ່ວຍໂລກ“ 2013 ຢູ່ມະຫາວິທະຍາໄລໄຟຟ້າຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງຕໍ່ບັນດາເພື່ອນນັກສຶກສາ. ບັນດານັກສຶກສາລ້ວນແຕ່ເຂົ້າໃຈໄດ້ວ່າຕົນເອງຕ້ອງມີຄວາມຮັບຜິດຊອບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຜ່ານບັນດາວຽກງານປະຈຳວັນ. ພວກເພື່ອນຈະແມ່ນກຳລັງທີ່ສຳຄັນ ປະກອບສ່ວນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງອະນາຄົດແຫ່ງການພັດທະນາແບບຍືນຍົງ./.