ການສະແດງຮ້ອງເພງ ເຫ້ວ ຢູ່ແມ່ນ້ຳເຮືອງ - ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະດຶງດູດໃຈແຂກທ່ອງທ່ຽວເມື່ອມາຢ້ຽມຢາມກຸ່ງເກົ່າ ເຫ້ວ

(VOVWORLD) - ມີຫຼາຍຄົນເຄີຍເວົ້າວ່າ: “ຖ້າຍັງບໍ່ທັນຮັບຟັງສຽງເພງບົນແມ່ນ້ຳ ເຮືອງ, ກໍ່ເບິ່ງຄືວ່າ ຍັງບໍ່ທັນໄດ້ໄປຮອດ ເຫ້ວ ຈັກເທື່ອ”.
ການສະແດງຮ້ອງເພງ ເຫ້ວ ຢູ່ແມ່ນ້ຳເຮືອງ - ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະດຶງດູດໃຈແຂກທ່ອງທ່ຽວເມື່ອມາຢ້ຽມຢາມກຸ່ງເກົ່າ ເຫ້ວ - ảnh 1(ການສະແດງຮ້ອງເພງ ເຫ້ວ ໄດ້ເອົາລົງມາສະແດງຢູ່ເຮືອທີ່ແລ່ນຢູ່ກາງແມ່ນ້ຳ ເຮືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວ)

ການສະແດງຮ້ອງເພງ ເຫ້ວ - ແມ່ນເຍື່ອງອາຫານທາງດ້ານຈິດໃຈທີ່ບໍ່ອາດຂາດໄດ້, ແມ່ນຄວາມມ່ວນຊື່ນຂອງຊາວ ເຫ້ວ. ສະນັ້ນ, ມີຫຼາຍຄົນເຄີຍເວົ້າວ່າ: “ຖ້າຍັງບໍ່ທັນຮັບຟັງສຽງເພງບົນແມ່ນ້ຳ ເຮືອງ, ກໍ່ເບິ່ງຄືວ່າ ຍັງບໍ່ທັນໄດ້ໄປຮອດ ເຫ້ວ ຈັກເທື່ອ”. ນອກຈາກການໄປຢ້ຽມຢາມທັດສະນີສະພາບ, ແຂກທ່ອງທ່ຽວກໍ່ສາມາດລົງເຮືອຢູ່ແມ່ນ້ຳ ເຮືອງ ເພື່ອຮັບຟັງບັນດາຈັງຫວະສຽງເພງ ເຫ້ວ. ວິທີສົມທົບລະຫວ່າງສຽງດົນຕີ, ຊາວ ເຫ້ວ, ທິວທັດທຳມະຊາດຂອງ ເຫ້ວ ນີ້ບໍ່ແມ່ນຢູ່ແຫ່ງໃດກໍ່ມີ. ນັກສິລະປິນຍິງ ຫງວຽນທິເລ້ຮ່າ ໄດ້ເຄື່ອນໄຫວໃນຂົງເຂດດົນຕີພື້ນເມືອງເປັນເວລາເກືອບ 30 ປີ, ໃຫ້ຮູ້ວ່າ:

        ສຳລັບບັນດາຜູ້ທີ່ເຄື່ອນໄຫວສິລະປະເປັນເວລາຫຼາຍປີ, ຄວາມຫວັງຂອງພວກຂ້າພະເຈົ້າ, ກໍຄືປະຊາຊົນ ເຫ້ວ ແມ່ນຈະອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຕະຫຼອດໄປ. ພວກຂ້າພະເຈົ້າຢາກສົ່ງສານຂອງຄົນລຸ້ນກ່ອນເຖິງລຸ້ນຸ່ມໃນປະຈຸບັນ, ບໍ່ພຽງແຕ່ລຸ້ນໜຸ່ມຢູ່ກຸ້ງເກົ່າ ເຫ້ວ ເທົ່ານັ້ນ, ຫາກຍັງເຖິງລຸ້ໜຸ່ມໃນທຸກເຂດພາກ ກ່ຽວກັບການອະນຸລັກຮັກສາຈຸດຄວາມງາມນີ້ອີກດ້ວຍ. ນີ້ແມ່ນສິ່ງຍອດຢ້ຽມເພື່ອໃຫ້ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈກ່ຽວກັບສິລະປະພື້ນເມືອງນີ້ ເມື່ອແຂກທ່ອງທ່ຽວມາຢ້ຽມຢາມ ເຫ້ວ”.

        ນັບແຕ່ການທ່ອງທ່ຽວຢູ່ ເຫ້ວ ເລີ່ມພັດທະນາ, ການສະແດງຮ້ອງເພງ ເຫ້ວ ກໍ່ໄດ້ເອົາລົງມາສະແດງຢູ່ເຮືອທີ່ແລ່ນຢູ່ກາງແມ່ນ້ຳ ເຮືອງ ເພື່ອຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ການສະແດງຮ້ອງເພງ ເຫ້ວ ຢູ່ແມ່ນ້ຳເຮືອງ - ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະດຶງດູດໃຈແຂກທ່ອງທ່ຽວເມື່ອມາຢ້ຽມຢາມກຸ່ງເກົ່າ ເຫ້ວ - ảnh 2(ສຽງດົນຕີພື້ນເມືອງ, ສຽງຂັບຮ້ອງເຂດ ເຫ້ວ, ສ້າງຄວາມຮູ້ສຶກຈັບອົກຈັບໃຈສຳລັບແຂກທ່ອງທ່ຽວຫຼາຍຄົນ)

        ປ່ອຍຈິດຂອງຕົນລ່ອງລອຍໄປຕາມແມ່ນ້ຳ ເຮືອງ, ຮັບຊົມຂົວ ເຈື່ອງຕ່ຽນ, ສີສັນຂອງ 2 ຝັ່ງແມ່ນ້ຳໃນຍາມຄ່ຳຄືນ; ຮັບຟັງບັນດາສຽງດົນຕີຈາກບັນດາເຄື່ອງດົນຕີພື້ນເມືອງ, ສຽງຂັບຮ້ອງເຂດ ເຫ້ວ, ຮັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ເຫ້ວ ຢູ່ເທິງເຮືອ, ສ້າງຄວາມຮູ້ສຶກຈັບອົກຈັບໃຈຕໍ່ແຂກທ່ອງທ່ຽວທີ່ບໍ່ອາດຫຼົງລືມໄດ້.

 “ມື້ນີ້ິ້, ຂ້າພະເຈົ້າພ້ອມກັບບັນດາລູກຂອງຕົນຂີ່ເຮືອບົນແມ່ນ້ຳ ເຮືອງ ແລະ ໄດ້ຮັບຟັງບັນດານັກສິລະປິນຍິງຂອງເຂດດິນແດນ ເຫ້ວ ຂັບຮ້ອງບັນດາບົດເພງເຊິ່ງກ່ອນນີ້ພຽງແຕ່ຮັບໃຊ້ເຈົ້າຊີວິດໃນພະລາຊະວັງເທົ່ານັ້ນ, ສ່ວນສາມັນຊົນບໍ່ມີໂອກາດໄດ້ຮັບຟັງ. ປະບັນ, ພວກຂ້າພະເຈົ້າໄດ້ຮັບຟັງບັນດາບົດເພງນັ້ນ, ມັນໄດ້ຊຶມເລິກເຂົ້າໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ”.

 “ຂ້າພະເຈົ້າໄດ້ຫ່າງຈາກບ້ານເກີດເມືອງນອນເປັນເວລາຼາຍປີແລ້ວ, ຄັ້ງນີ້ໃນໂອກາດໄດ້ກັບເມືອຢ້ຽມາມຄອບຄົວ ແລະ ເພື່ອນຂອງຕົນ ສົມທົບກັບການຢ້ຽມຢາມຢູ່ເຂດແມ່ນ້ຳ ເຮືອງ, ົວ ຈ່າງຕ່ຽນ ແລະ ໄດ້ຮັບຟັງສຽງເພງເຂດ ເຫ້ວ ນີ້, ເຮັດໃຫ້ຂ້າພະເຈົ້າມີຄວາມຕື້ນຕັນໃຈ, ຍາມໃດກໍ່ຄິດຮອດບ້ານເກີດເມືອງນອນຂອງຕົນ. ຂ້າພະເຈົ້າເຫັນວ່າ, ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ແມ່ນດີທີ່ສຸດ. ຂ້າພະເຂົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ຮັບຊົມບັນດາລາຍການສະແດງທີ່ເປັນມູນເຊື້ອຂອງບ້ານເກີດເມືອງນອນ ແລະ ຍາມໃດຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນລູກຫຼານຂອງປະເທດ ຫວຽດນາມ”.

 
 (ແຂກທ່ອງທ່ຽວມາຈາກ ລາວ)

        ໃນຊຸມປີຜ່ານມາ, ພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນ - ເຫ້ວ ໄດ້ຍູ້ແຮງການຫັນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງສິລະປະການສະແດງຮ້ອງເພງ ເຫ້ວ ເປັນສັງຄົມ, ຕິດພັນກັບການທ່ອງທ່ຽວ ເພື່ອຕອບສະໜອງຄວາມຕ້ອງການຮັບຊົມຂອງແຂກທ່ອງທ່ຽວ. ປະຈຸບັນ, ໃນບໍລິເວນແຂວງ ເທື່ອທຽນ - ເຫ້ວ, ມີ 12 ວິສາຫະກິດພວມຈັດການເຄື່ອນໄຫວສະແດງດົນຕີ ເຫ້ວ, ດ້ວຍນັກເສບດົນຕີ ແລະ ນັກສະແດງກວ່າ 520 ຄົນ. ອ້າຍ ຫງວຽນດິ່ງຫວຽດ, ພວມເຮັດວຽກຢູ່ໂຮງລະຄອນສະແດງສິລະປະພື້ນເມືອງ - ພະລາຊະວັງ ເຫ້ວ, ໃຫ້ຮູ້ວ່າ:

        ປະຈຸບັນ, ການຂັບຮ້ອງ ເຫ້ວ ເວົ້າສະເພາະ ແລະ ບັນດາມໍລະດົກຂອງ ເຫ້ວ ເວົ້າລວມ ໄດ້ນຳເຂົ້າຫຼັກສູການສອນສາມັນແລ້ວ, ອຳນາດການປົກຄອງທຸກຂັ້ນມີຄວາມເອົາໃຈໃສ່ເປັນພິເສດຊ່ວຍໃຫ້ພວກນ້ອງນັກຮຽນໄດ້ສຳຜັດກັບສິລະປະຄືຮ້ອງເພງ ເຫ້ວ. ບັນດານັກສິລະປິນ, ນັກຮ້ອງພວມເຄື່ອນໄຫວຢູ່ເຂດແມ່ນ້ຳ ເຮືອງ ສ່ວນຫຼາຍແມ່ນກຳລັງໜຸ່ມ, ເຂົາເຈົ້າສາມາດສະແດງບັນດາບົດເພງ ເຫ້ວ ເກົ່າເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ”.

ການສະແດງຮ້ອງເພງ ເຫ້ວ ຢູ່ແມ່ນ້ຳເຮືອງ - ຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະດຶງດູດໃຈແຂກທ່ອງທ່ຽວເມື່ອມາຢ້ຽມຢາມກຸ່ງເກົ່າ ເຫ້ວ - ảnh 3(ພະແນກວັດທະນະທຳ ແລະ ກິລາແຂວງ ເທື່ອທຽນ - ເຫ້ວ ໄດ້ຍູ້ແຮງການຫັນການອະນຸລັກຮັກສາ, ຕິດພັນກັບການທ່ອງທ່ຽວ ເພື່ອຕອບສະໜອງຄວາມຕ້ອງການຮັບຊົມຂອງແຂກທ່ອງທ່ຽວ)

        ຍ້ອນເຫດນັ້ນ, ສຳລັບແຂກທ່ອງທ່ຽວຫຼາຍຄົນແລ້ວ, ເມື່ອມາຢ້ຽມຢາມ ເຫ້ວ, ເຖິງວ່າຈະຟ້າວຟັ່ງຈັ່ງໃດກໍ່ຕາມ ກໍ່ຕ້ອງສະຫງວນເວລາເພື່ອຮັບຟັງສຽງຂັບຮ້ອງຂອງ ເຫ້ວ, ຮັບຊົມຂົວ ເຈື່ອງຕຽນ ທີ່ສວຍງາມໃນຍາມຄ່ຳຄືນ, ເວລານັ້ນຈຶ່ງຮູ້ສຶກໄດ້ເຖິງຄວາມງາມສະຫງົບງຽບທີ່ສວຍງາມດັ່ງໃນຝັນຂອງເຂດດິນແດນແຫ່ງນີ້, ກໍ່ຄືເຫັນໄດ້ວ່າ ຊາວ ເຫ້ວ ມີຄວາມຮັກແພງແຂກຄົນຫຼາຍຄືແນວໃດ.

ຕອບກັບ

ຂ່າວ/ບົດ​ອື່ນ