ຜູ້ເຮັດວຽກງານດ້ານກະຈາຍສຽງເປັນພາສາຫຽດຢູ່ ຝະລັ່ງ

       

ຜູ້ເຮັດວຽກງານດ້ານກະຈາຍສຽງເປັນພາສາຫຽດຢູ່ ຝະລັ່ງ - ảnh 1
 2 ຜົວ​ເມຍລຸງ ​ໂງ​ຖ້ຽນ​ເຮີ້ນ


    “ ຕະຫຼອດ 60 ປີ​ມາ​ນີ້, ຍາມໃດພວກຂ້າພະເຈົ້າກໍມີຄວາມເປັນຫ່ວງ ແລະ ຄິດຮອດຄິດເຖິງ ບ້ານເກີດເມືອງນອນ, ປະເທດຊາດ. ເພາະສະນັ້ນພວກ ຂ້າພະເຈົ້າ​ໄດ້​ຮັກສາ​ສັນຊາດຫວຽດນາມ ເພື່ອຈະກັບເມືອຫວຽດນາມເມືອ່ມີເງື່ອນ ໄຂສະດວກ ”. ນັ້ນ​ແມ່ນ​ຄວາມ​ໃນ​ໃຈ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ຜົວ​ເມຍ​ລຸງ ​ໂງ​ຖ້ຽນ​ເຮີ້ນ ອາຍຸ 79 ປີ, ປະຈຸ​ບັນ​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Toulouse ທາງ​ພາກ​ໃຕ້​ຝະລັ່ງ. ​ໃນ​ໄລຍະ​ທຳ​ອິດ​ຢູ່​ຝະລັ່ງ, ລຸງ​ແມ່ນ​ອ້າ​ຍຄູ ​ແຕ່​ເພິ່ນ​ພັດ​ສົນ​ໃຈ​ກັບ​ອາຊີບ​ກະຈາຍສຽງ ​ແລ​ະ ​ໃນ ກ່ວາ 30 ປີ​ທີ່​ຜ່ານ​ມາ, ຄອບຄົວ​ຂອງ​ລຸງ ​ໂງ​ຖ້ຽນ​ເຮີ້ນ ​ໄດ້​ເຮັດ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ ນັ້ນ​ແມ່ນ​ໄດ້​ພ້ອມ​ກັບ​ບັນດາ​ຜູ້​ຄົນ​ຊາວ​ຝະລັ່ງ​ຮູ້​ພາສາ​ຫວຽດນາມ ສ້າງ ​ແລະ ຂະຫຍາຍ​ລາຍການ​ລາຍການ​ກະຈາຍສຽງ​ເປັນ​ພາສາ​ຫວຽດ​ເພື່ອ​ຮັບ​ໃຊ້​ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຝະລັ່ງ.

       ​ໂດຍ​ໄດ້​ກຳ​ເນີ​ດ ​ແລະ ​​ໃຫຍ່​ຂຶ້ນ​ຢູ່​ແຂວງ ຊອກ​ຈັງ, ​ແລ້ວ​ໄປ​ຮຽນຢູ່​ຝະລັ່ງ​ແຕ່​ຄາວ​ຍັງ​ນ້ອຍ ​ແລະ ​ໄດ້​ຕົກລົງ​ດຳລົງ​ຊີວິດຢູ່​ຝະລັ່ງ ​ແລະ ​ໄດ້ກາຍ​ເປັນ​ຄູ​ສອນ​ເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ລຸງ ​ໂງ​ຖ້ຽນ​ເຮີ້ນ ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນການ​ຕ້ານ​ຝະລັ່ງ ​ແລະ ອາ​ເມ​ລິ​ກາ​ຮຸກ​ຮານ​ຫວຽດນາມ​ຢູ່​ຝະລັ່ງ​ພ້ອມ​ກັບ​ພວກ​ເພື່ອນ​ໃນ​ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ຈົນ​ເຖິງ​ວັນ​ປະ​ເທດ​ຊາດ​ຍາດ​ເອົາ​ເອກະ​ລາດ. ລຸງ ​ໂງ​ຖ້ຽນ​ເຮີ້ນ ​ເລົ່າຄືນ​ສູ່​ຟັງ​ວ່າ : 

          “ ປີ 1975 ພາກ​ໃຕ້​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ. ​ແຕ່​ປີ 1973, ກະຊວງສຶກສາຝະລັ່ງ​ໄດ້​ແຈ້ງ​ໃຫ້​ຊາ​ບວ່າ ຕ້ອງ​ຖືສັນຊາດ​ຝະລັ່ງ, ຖ້າ​ບໍ່​ດັ່ງ​ນັ້ນ,ຈະ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ນັບ​ແຕ່​ເວລາ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ກະກຽມ​ປະລະ​ອາຊີບ​ເປັນ​ອ້າ​ຍຄູ​ເພື່ອ​ຮັກສາ​ສັນຊາດ​ຫວຽດນາມ. ຊ່ວງ​ເວລາ​ນັ້ນ, ​ເລື່ອງຮັກສາ​ສັນຊາດ​ຫວຽດນາມ ​ແມ່ນ​ການ​ຮັກສາ​ນ້ຳ​ໃຈ​ຈົງ​ຮັກ​ພັກດີ​ກັບ​ປະຊາຊົນ​ຢູ່​ພາຍ​ໃນ​ປະ​ເທດ”

   ປີ1981, ອຳນາດ​ການ​ປົກຄອງຝະລັ່ງ ໄດ້ອະນຸຍາດໃຫ້ສ້າງຕັ້ງວິທະຍຸເສລີບາງ​ແຫ່ງ. ປີ 1982, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ເພື່ອນມິດຝະລັ່ງ, ວິທະຍຸ​ກະຈາຍສຽງ​ແຫ່ງ​ໜຶ່ງ​ຂອງ​ເຂດ Toulouse ​ແລະ ​ເຂດ​ໃກ້​ຄຽງ​ທີ່​ສະຫງວນ​ໃຫ້​ແກ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຄິດ​ວ່າວຽກ​ງານ​ທຸກ​ຢ່າງ​ຈະ​ດຳ​ເນີນ​ໄປ​ດ້ວຍ​ດີ, ​ແຕ່​ພາຍ​ຫຼັງ​ເຄື່ອນ​ໄຫວ​ເປັນ​ເວລາພຽງສັ້ນໆ​ເທົ່າ​ນັ້ນ, ລາຍການ​ກະຈາຍສຽງ ​ໄດ້​ປະ​ເຊີນ​ໜ້າ​ຄວາມ​ທົດ​ສອບ​ຫຼາຍ​ຢ່າງ. ລຸງ ​ໂງ​ຖ້ຽນ​ເຮີ້ນ ​ເລົ່າຄືນ​ສູ່​ຟັງ​ວ່າ :

   “ ພາຍຫຼັງ ກ່ວາ 1 ປີ, ບັນດາ​ຜູ້​ເປັນໂຄສົກ, ນັກ​ຂ່າວ​ຕ້ອງ​ໄປ​ທຳ​ມາ​ຫາ​ກິນ​ຢູ່​ບ່ອນ​ອື່ນ, ມີ​ບາງ​ຄົນ​ໄປ​ອາ​ເມ​ລິ​ກາ, ບາງ​ຄົນ​ຍ້າຍ​ໄປ​ຢູ່​ປາຣີ, ບາງ​ຄົນ​ກໍ​ສ້າງ​ຄອບ​ຄອບ... ຄາວ​ນັ້ນ ຍັງ​ເຫຼືອ​ແຕ່​ຂ້າພະ​ເຈົ້າ​ ​ຢູ່ວິທະຍຸ​ກະຈາຍສຽງເທົ່າ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ຮັກສາ​ການເຄື່ອນ​ໄຫວຂອງ ວິທະຍຸ​ກະຈາຍສຽງເພາະວ່າ ມີ​ພຽງ​ແຕ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ນີ້​ອອກ​ອາກາດ​ເປັນ​ພາສາ​ຫວຽດ​ເທົ່າ​ນັ້ນ ”

    ​ແລະ ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ລຸງ ​ໂງ​ຖ້ຽນ​ເຮີ້ນ ​ໄດ້​ກາຍ​ເປັນ​ຜູ້​ບັນນາທິການ​ທັງ​ເປັນ​ໂຄສົກ​ຂອງ ວິທະຍຸ​ກະຈາຍສຽງ​ແຫ່ງ​ນີ້ ​ເພື່ອຮັບ​ໃຊ້​​ເປົ້າ​ໝາຍ​ຜູ້​ຟັງ​ແມ່ນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ທີ່​ນີ້, ພວກ​ກຳມະກອນ​ດຳລົງ​ຊີວິດ​ຢູ່ Toulouse ​ແຕ່​ບໍ່​ໄດ້​ຮັບ​ຊາບ​ຂ່າວ​ຄາວ​ກ່ຽວ​ກັບ​ຫວຽດນາມ ​ແລະ ບັນດາ​ຜູ້​ຫາ​ກໍ​ມາຝະລັ່ງ​ເປັນ​ຕົ້ນ. ລຸງ ​ໂງ​ຖ້ຽນ​ເຮີ້ນ ​ໃຫ້​ຮູ້​ວ່າ 

   “ ​ໃນ​ເບື້ອງ​ຕົ້ນ, ຢາກ​ມີ​ລາຍການ​ຂ່າວ​ເພື​ອ່​ອອກ​ອາກາດ​ນັ້ນ, ຂ້າພະ​ເຈົ້າ​ຕ້ອງ​ຕິດຕາມ​ຟັງວິທະຍຸ​​ເພື່ອ​ເອົາ​ຂ່າວ. ​ໄລຍະ​ທຳ​ອິດ​ແມ່ນ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ໃນ​ໄລຍະ​ຕໍ່​ມາ​, ໄດ້​ມີ​ລະບົບ ອິນ​ເຕີ​ເນັ​ດ ດັ່ງນັ້ນ​ກໍ​ມີ​ຄວາມ​ສະດວກ​ຫຼາຍ​ຢ່າງ ”  .

   

ຕອບກັບ

ຂ່າວ/ບົດ​ອື່ນ