ລະດູໃບໄມ້ຫລົ່ນຢູ່ ຮ່າໂນ້ຍ ແລະ ດອກຕີນເປັດ


(vovworld) – 4 ລະ​ດູ​ຢູ່ ຮ່າ​ໂນ້ຍ ລ້ວນ​ແຕ່​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ດຶງ​ດູດ​ໃຈ,  ແຕ່​ສຳ​ລັບ​ຜູ້​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຮ່າ​ໂນ້ຍ ຫລື ມາ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ແລ້ວ, ລະ​ດູ​ໃບ​ໄມ້​ຫລົ່ນ​ແມ່ນ​ລະ​ດູ​ສວຍ​ງາມ​ທີ່​ສຸດ​ໃນ​ປີ. ແລະ ເມື່ອ​ເວົ້າ​ເຖິງ​ລະ​ດູ​ໃບ​ໄມ້​ຫລົ່ນ​ຢູ​່​ຮ່າ​ໂນ້ຍ ຜູ້​ຄົນ​ທັງ​ຫລາຍ​ລ້ວນ​ແຕ່​ຄິດ​ເຖິງດອກ​ຕີນ​ເປັດ. ບໍ່​ຮູ້​​ຈັກ​ວ່ານັບ​ແຕ່​ເວ​ລາ​ໃດ ລະ​ດູ​ໃບ​ໄມ້​ຫລົ່ນ​ຢູ່ ຮ່າ​ໂນ້ຍ ແລະ ດອກ​ຕີນ​ເປັດ ຕິດ​ພັ​ນ​ນຳ​ກັນ. ດອກ​ຕີນ​ເປັດ​ກາຍ​ເປັນ​ສ່ວນ​ຫນຶ່ງ​​ຂອງ​ຮ່າ​ໂນ້ຍ ແລະ ໃກ້​ຊິດ​ກັບ​ປະ​ຊາ​ຊົນ​ທຸກ​ຄົນ. ຮອດທ້າຍ​ລະ​ດູ​ໃບ​ໄມ້​ຫລົ່ນເມື່ອ​​ມີລົມ​ພັດ​ມາຄ​ອ່ຍໆ​ ກໍ່​ເຮັດ​ໃຫ້​ອາ​ກາດ​ເລີ່ມຫ​ນາ​ວ​ ແລະ ຈຸດ​ເວ​ລານີ້ ດອກ​ຕີນ​ເປັດ​ຍິ່ງສົ່ງກີ່ນ​ຫອມ​ຫລາຍກວ່າ.

ລະດູໃບໄມ້ຫລົ່ນຢູ່ ຮ່າໂນ້ຍ ແລະ ດອກຕີນເປັດ - ảnh 1
ດອກ​ຕີນ​ເປັດຢູ່ ຮ່າ​ໂນ້ຍ

        ບໍ່​ສວຍງາມ​ຄື​ດັ່ງ​ດອກ​ຄາຍ, ດອກ​ຝາງ ຫລື ດອກ​ໄມ້​ຊະ​ນິດ​ຕ່າງໆ​…  ດອກ​ຕີນ​ເປັດ ພຽງ​ມີ​ສີ​ຂາວ ແລະ ກ້ານນ້ອຍໆ ແຕ່​ກີ່ນ​ຫອມ​​ຂອງດອກ​ຕີນ​ເປັດ​ແມ່ນ​ສ້າງ​ຄວາມ​ປະ​ທ​ັບ​ໃຈ​ທີ່​ສຸດ.  ໃນ​ໄລ​ຍະທ້າຍ​ລະ​ດູ​ໃບ​ໄມ້​ຫລົ່ນ, ຕົ້ນ​ລະ​ດູ​ຫນາວ ຢູ່ ​ຕາມຖະ​ຫນົນ​ສາຍ​ຕ່າງ​ໃນ ຮ່າ​ໂນ້ຍ ຄື: ກວາງ​ຈູງ, ຫງວຽນ​ຢູ, ກວານ​ແທງ, ຖູ້ຍ​ເຄ… ກີ່ນຫອມ​ຫວນ​ຂອງ​ດອກ​ຕີນ​ເປັດ​ຍາມ​ໃດ​ກໍ​​ເຮັດ​ໃຫ້​ຊາວ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກໍ​ຄື​ແຂກ​ມາ​ຈາກ​ທຸກ​ສາ​ລະ​ທິດບໍ່​ອາດ​ຫລົງ​ລືມ​ໄດ້. ອ້າຍ ເລ​ຕຸງ​ເຢືອງ, ຢູ່ ຖະ​ຫນົນ ຖູ້ຍ​ເຄ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ເມື່ອ​ເວົ້າ​ເຖິງດອກ​ຕີນ​ເປັດ ແມ່ນ​ຄິດ​ເຖິງ​ອາ​ກາດ​ເຢັນ​ສະ​ບາຍ​ຂອງ​ລະ​ດູ​ໃບ​ໄມ້​ຫລົ່ນ​ຢູ່ ຮ່າ​ໂນ້ຍ. ພິ​ເສດ ເມື່ອ​ຍ່າງ​ຫລິ້ນ​ຢູ່​ແຄມ​ຫນອງໃນ​ຍາມ​ຕອນ​ແລງ, ຕອນ​ຄ່ຳ, ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດ​ແມ່ນ​ສິ່ງ​ທີ່ບໍ່​ອາດ​ຫລົງ​ລືມ​ໄດ້. ເຖິງວ່າ ອາ​ກາດ​ມີ​ການປ່ຽນ​ແປງ​ ຫລື ​ຕຶກອ​າ​ຄານ​ຊັ້ນ​ສູງ​ຫລາຍ​ຫລັງ​ໄດ້​ຮັບ​ການກໍ່​ສ້າງ​ກໍ​ຕາມ ແຕ່​ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດໃນ​ລະ​ດູ​ໃບ​ໄມ​້​ຫລົ່ນ​ຢູ່​ຮ່າ​ໂນ້ຍ ບໍ່​ປ່ຽນ​ແປງ​ແຕ່​ຢ່າງ​ໃດ. ກີ່ນ​ຫອມ​​ຂອງດອກ​ຕີນ​ເປັດ​​ປຽບ​ເໝືອນນ້ຳ​ຫອມ​ປະ​ເພດ​ຫນຶ່ງ.”

        ສຳ​ລັບ​ຊາວ​ຮ​່າ​ໂນ້ຍ ທີ່​ຫ່າງ​ໄກ​ເຂດ​ດິນ​ແດນນີ້​ໃນ​ຫລາຍ​ປີ​ແລ້ວ, ກີ່ນ​ຫອມ​ຂອງ​ດອກ​ຕີນ​ເປັດ ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ໃຈ ແລະ ເວົ້າ​ເຖິງ​ອະ​ນຸ​ສອນ​ຫລາຍ​ຢ່າງໃນ​ລະ​ດູ​ໃບ​ໄມ້​ຫລົ່ນ. ເພື່ອນ ຮ່​ວາງ​ແອງ, ນັກ​ສຶກ​ສາ​ພວມ​ຮ່ຳ​ຮຽນ​ຢູ່ ສ.​ເກົາ​ຫລີ ໄດ້​ແບ່ງ​ປັນ​ວ່າ:

        “ໃນ​ຄາວ​ເປັນ​ນັກ​ສຶກ​ສາ​ຢູ່ ຮ່​າ​ໂນ້ຍ, ເມື່ອ​ລະ​ດູ​ໃບ​ໄມ້​ຫລົ່ນ​ວ​ຽນ​ມາ ແລະ ດອກ​ຕີນ​ເປັດ​ໄດ້ເບັ່ງ​ບານ​ສົ່ງກີ່ນ​ຫອມ​ຫວນ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ພິ​ເສດ. ປະ​ຈຸ​ບັນ ຂ້າ​ພະ​ເຈົ້າ​ພວມ​ຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ ສະ​ນັ້ນ 3 ລະ​ດູ​ໃບ​ໄມ້​ຫລົ່ນ​ແລ້ວ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສູບ​ອາ​ກາດ​ປອດ​ໂປ່ງ ແລະ ບໍ່​ໄດ້​ດົມ​ກີນຫອມ​ຫວນ​ຂອງດອກ​ຕີນ​ເປັດ. ຂ້າ​ພະ​ເຈົ້າ​ຄິດ​ຮອດ​ຮ່າ​ໂນ້ຍ ແລະ ຄິດ​ເຖິງ​ບັນ​ດາ​ອະ​ນຸ​ສອນ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ຫລາຍ.”

        ດອກ​ຕີນ​ເປັດ​ແມ່ນ​ສັນ​ຍາ​ລັກ​ຂອງ​ລະ​ດູ​ໃບ​ໄມ້​ຫລົ່ນ​ຢູ່​ຮ່າ​ໂນ້ຍ ແລະ ກາຍ​ເປັນ​ແຫລ່ງ​ທີ່​ດຶງ​ດູ​ດ​ການ​ປະ​ດິດ​ແຕ່ງ​ຂອງ​ນັກ​ກະ​ວີ, ນັກ​ດົນ​ຕີ, ນັ​ກ​ປະ​ພັນ​ຫລາຍ​ຄົນ. ພິ​ເສດ ແມ່ນ​ບົດ​ເພງ “ດອກ​ຕີນ​ເປັດ​ຂອງ ນັກ​ດົນ​ຕີ ຮົ່ງ​ດັງ ແຕ່ງ​ເມື່ອ​ປີ 1978 ແມ່ນ​ບົດ​ເພງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ມາ​ຮອດ​ປະ​ຈຸ​ບັນ ບົດ​ເພງນີ້​ຍັງ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ລະດູໃບໄມ້ຫລົ່ນຢູ່ ຮ່າໂນ້ຍ ແລະ ດອກຕີນເປັດ - ảnh 2
ດອກ​ຕີນ​ເປັດ​​ໃນຖະ​ຫນົນ​ສາຍ​ຕ່າງໆ​​ຢູ່​ຮ່າ​ໂນ້ຍ

        ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ບົດ​ເພງ “ດອກ​ຕີນ​ເປັດ” ຂອງ​ຕົນ, ນັກ​ດົນ​ຕີ ຮົ່ງ​ດັງ ໃຫ້​ຮູ້​ວ່າ:

        “ບົດ​ເພງ ດອກ​ຕີນ​ເປັດ ແມ່ນ​ເວົ້າ​ເຖິງ ຄວາມ​ຮັກ​ຕໍ່​ນະ​ຄ​ອນ​ຫລວງ ຮ່າ​ໂນ້ຍ, ຄວາມ​ຮັກ​ລະ​ຫວ່າງ​ມະ​ນຸດ ກັບ​ ທຳ​ມະ​ຊາດ. ເຖິງວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກຳ​ເນີດ​ຢູ່ ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ກໍ​ຕາມ, ແຕ່​ເມື່ອ​ມາ​ດຳ​ລົງ​ຊີ​ວິດ​ຢູ່​ເຂ​ດ​ດິ​ນນີ້ແລ້ວ, ຄວາມ​ງາມ​ຂອງ​ລະ​ດູ​ໃບ​ໄມ້​ຫລົ່ນ, ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດ, ຄວາມ​ຮັກ​ແພງ ແລະ ສຸ​ພາບ​ຮຽບ​ຮ້ອຍ​ຂອງ​ຊາວ​ຮ່າ​ໂນ້ຍ​ ແມ່ນ​ສິ່ງ​ທີ່​ດຶງ​ດູດ​​ໃຫ້ຂ້າ​ພະ​ເຈົ້າ​ປະ​ດິດ​ແຕ່ງ​ບົດ​ເພງ​ດັ່ງ​ກ່າວ​ຂຶ້ນ.”      

​​ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດ​ບໍ່ພຽງ​​​ແຕ່​ຈະ​ມີ​ຢູ່​ຮ່າ​ໂນ້ຍ​ເທົ່າ​ນັ້ນ, ແຕ່ ເມື​່ອ​ໄດ້​ດົມ​ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດ​ບໍ່​ວ່າ​ຈະຢູ່​ແຂວງ​ ຫລື​ ນະ​ຄອນ​ໃດ​ແລ້ວ​ກໍ່​ຕາມ ຫລາຍ​ຄົນກໍ່​ລ້ວນ​ແຕ່​ຄິດ​ເຖິງ ຮ່າ​ໂນ້ຍ, ຄິດ​ເຖິງ​ຖະ​ຫນົນ​ສາຍ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ກີ່ນ​ຫອມ​ຫວນ​ຂອງດອກ​ຕີນ​ເປັດ, ຄິດ​ຮອດ​ອາ​ກາດ​ຫນາວ​ໃນ​ຍາມ​ຄ່ຳ​ຄື​ນ ແລະ ບັນ​ດາ​ເຍື່ອງ​ອາ​ຫານ​ສະ​ເພາະ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ