ວັນບຸນອ່ານປື້ມ

(vovworld) ບັນດາ​ຜູ້​ນິຍົມ​ປື້​ມຢູ່​ຮ່າ​ໂນ້ຍສາມາດ​ໄດ້​ອ່ານ​ປື້​ມກວ່າ 15.000 ຫົວຢ່າງ​ສະບາຍ ​ໃນ​ວັນ​ບຸນ​ອ່ານ​ປື້​ມ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ດ້ວຍ​ຄວາມ​ຫວັງຢາກ​ຍົກ​ສູງ​ວັດທະນະທຳ​ອ່ານ​ປື້​ມ, ພ້ອມ​ທັງ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ອ່ານ​ປື້​ມຄັ້ງ​ທີ 5 ຄື​ວັນ​ທີ 23/4. “ວັນ​ບຸນ​ອ່ານ​ປື້​ມ​ບໍ່​ຕ້ອງ​ເສຍ​ຄ່າ“ ​ໂດຍ​ບໍລິສັດ​ປື້​ມ ທ໋າຍຮ່າ ຈັດ​ຕັ້ງ​ຢູ່​ສູນ​ການ​ຄ້າ Indochina Plaza, ຮ່າ​ໂນ້ຍ. ລາຍການ​ໄດ້​ດຶງ​ດູດ​ພວກ​ເພື່ອນ​ໜຸ່ມ​ມາ​ອ່ານ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ວັນບຸນອ່ານປື້ມ - ảnh 1
ວັນບຸນອ່ານປື້ມ

(ພາບ: ອິນເຕີແນດ)

​ໃນ​ບໍລິ​ເວນ​ກວ້າງຂວາງ ​ແລະ ປອດ​ໂປ່​ງຂອງ​ສູນການ​ຄ້າ Indochina Plaza ບົນ​ຖະໜົນ​ ຊວນ​ຖູ​ຍ, ຈຳນວນ​ຜູ້​ເຂົ້າ​ອ່ານ​ກໍ່​ຫຼາຍ​ກວ່າ​ມື້​ທຳ​ມະ​ດາ. ​ໂດຍ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ມໍ່​ກັບ​ມະຫາວິທະຍາ​ໄລ​ໃຫຍ່​ຫຼາຍ​ແຫ່ງ​ຄື: ມະຫາວິທະຍາ​ໄລ​ສ້າງ​ຄູ, ມະຫາວິທະຍາ​ໄລ​ການ​ຄ້າ, ມະຫາວິທະຍາ​ໄລ​ສ້າງ​ຄູພາສາ​ຕ່າງປະ​ເທດ… ດັ່ງ​ນັ້ນ​ຜູ້​ມາ​ອ່ານ​ໃນ​ວັນ​ບຸນ​ສ່ວນ​ຫຼາຍ​ແມ່ນ​ນັກ​ສຶກສາ. ຫງວຽນ​ຮົ່ງ​ເຖິມ, ນັກ​ສຶກສາ​ມະຫາວິທະຍາ​ໄລ ຊັບ​ພະ​ວິຊາ, ​ໃຫ້​ຮູ້​ວ່າ:

“​ໂດຍ​ແມ່ນ​ນັກ​ສຶກສາ​ຜູ້​ໜຶ່ງ, ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ​ກັບ​ໝູ່​ເພື່ອນ, ​ໄດ້​ອ່ານ​ປື້​ມຫຼາຍຈະ​ມີ​ຄວາມ​ຮູ້​ຫຼາຍ. ຂ້າພະ​ເຈົ້າ​ມັກ​ປື້​ມຫົວ​ນີ້​ຫຼາຍ ​ແລະ ຈະ​ເລືອກ​ຊື້​ເພື່ອ​ມອບ​ໃຫ້​ເພື່ອນ. ປື້​ມ ຫົວ​ນີ້​ເວົ້າ​ເຖິງ​ການ​ປະພຶດ​ຕໍ່​ຂອງ​ຜູ້​ບໍລິຫານ, ການ​ພົວພັນລະຫວ່າງ​ຂັ້ນ​ເທິງ​ກັບ​ພະນັກງານ ​ແລະ ຜູ້​ຮ່ວມ​ອາຊີບ​ນຳ​ກັນ. ຂ້າພະ​ເຈົ້າ​ຄິດ​ວ່າ, ມັນ​ມີ​ຄວາມ​ຈຳ​ເປັນ​ສຳລັບ​ພວກ​ຂ້າພະ​ເຈົ້າ​ໃນ​ປະຈຸ​ບັນ“.

ວັນບຸນອ່ານປື້ມ - ảnh 2

ວັນບຸນອ່ານປື້ມແມ່ນໂອກາດເພື່ອພົບປະແລກປ່ຽນ

(ພາບ: ອິນເຕີແນດ)

ດ້ວຍ​ປື້​ມກວ່າ 15.000 ຫົວ​ໃນ​ງານ​ບຸນ​ນີ້, ມີ​ປື້​ມຫຼາຍ​ຫົວ​ຂາຍ​​​ຫຼຸດ​ລາຄາ​ເຖິງ 30%, ປື້​ມສ່ວນ​ຫຼາຍ​ແມ່ນ​ມີ​ລາຄາ​ແຕ່ 5000 ​ເຖິງ 35.000 ດົ່ງ. ​ເລືອ​ງ​ແທງ​ຮ່ວຽນ, ນັກ​ສຶກສາ​ສະ​ຖາ​ບັນ​ໂຄສະນາ​ຂ່າວສານ, ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ນ້ອງ​ເຂົ້າ​ຮ່ວມ​ວັນ​ບຸນ​ອ່ານ​ປື້​ມຄື​ແນວ​ນີ້. ນ້ອງ​ຄິດ​ວ່າ​ນີ້​ແມ່ນ​ວິທີ​ເພື່ອ​ໂຄສະນາ​ປື້​ມດີ​ທີ່​ສຸດ ​ແລະ ສົ່ງ​ເສີມ​ທຸກ​ຄົນ​ຈົ່ງ​​ມີ​ຄວາມ​ນິຍົມ​ອ່ານ​ປື້​ມ​ໃຫ້ຫຼາຍ​ກວ່າ ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ຊອກຫາປື້​ມທີ່​ມ່ວນໆອີກ. ຍ້ອນ​ລາຄາ​ປື້​ມຫຼຸດ​ລົງ​, ຜູ້​ອ່ານ​ຈະ​ຊື້​ປື້​ມ​​​ໄດ້ຫຼາຍກວ່າ. ນ້ອງ​ເລືອກ​​ປື້​ມໄດ້ 1, 2 ຫົວ​ແລ້ວ ​​ແຕ່ຄິດ​ວ່າ​ຈະ​ຊື້​ຕື່ມ. ​ລາຄາ​ປື້​ມຄື​ແນວ​ນີ້​ແມ່ນ​ເໝາະ​ສົມ​ກັບ​ນັກ​ສຶກສາ“.

ວັນບຸນອ່ານປື້ມ - ảnh 3
ພວກນ້ອງນັກຮຽນເມົາມົວອ່ານປື້ມ
(ພາບ: ອິນເຕີແນດ)

ວັນ​ບຸນ​ປື້​ມຍັງ​ດືງດູດ​ນັກ​ສຶກສາ​ຕ່າງປະ​ເທດ​ມາ​ຮ່ວມ​ເປັນ​ຈຳນວນ​ຫຼວງຫລາຍ. ມີ​ຫຼາຍ​ຄົນຮູ້​ສຶກຕົກສະ​ເງີ້, ​ເມື່ອ​ເຫັນ​ລາຄາ​ປື້​ມຫຼຸດ​ລົງ​ຄື​ແນວ​ນັ້ນ. ກິມ​ເຕຮຸ​ນ, ນັກ​ສຶກສາ​ຊາວ ສ​ເກົາຫຼີ ​ໄດ້​ເລືອກ​ຊື້​ປື້​ມນິທານ​ຫວຽດນາມ ບາງ​ຫົວ.

ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ເນື້ອ​ໃນ​ປື້​ມ​ເຫຼົ່າ​ນັ້ນ. ​ແຕ່​ນີ້​ແມ່ນ​ປື້​ມທີ່​ອ່ານ​ງ່າຍ​ສຳລັບ​ຜູ້​ຮຽນ​ພາສາ​ຫວຽດນາມ​ຄື​ຂ້າພະ​ເຈົ້າ. ຜ່ານ​ປື້​ມ​ເຫຼົ່າ​ນີ້, ຂ້າພະ​ເຈົ້າ​ສາມາດ​ຮູ້​ຕື່ມ​ກ່ຽວ​ກັບ​ປະຫວັດສາດ ​ແລະ ວັດທະນະທຳ​ຂອງ​ຫວຽດນາມ

ບໍລິ​ເວນ​ອ່ານ​ປື້​ມຖືກ​ຈັດ​ວາງ​ຢ່າງ​ລະອຽດ​ລະ​ອໍ, ອັນ​ໄດ້​ດຶງ​ດູດ​ຫຼາຍ​ຄົນ​​ແ​ວ່ຢາມ. ​ເອື້ອຍ ຫງວຽນ​ກ່ຽວ​ເວີນ, ຜູ້​ນິຍົມ​ວັດທະນະທຳ​ອ່ານ​ຜູ້​ໜຶ່ງ, ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ​ຄວນ​ຈັດ​ວາງ​ປື້​ມຄື​ແນວ​ນີ້​ ມັນຈະ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຜູ້​ອ່ານ. ປະຈຸ​ບັນ​ມີ​ຫຼາຍ​ຄົນ​ມັກ​ອ່ານ​ປື້​ມ, ​ແຕ່​ເຂົາ​ເຈົ້າ​ບໍ່​ມີ​ເວລາ​ເພື່ອ​ໄປ​ຊື້​ປື້​ມ, ອ່ານ​ປື້​ມທາງ​ອິນ​ເຕີ​ແນ​ດກໍ່​ມັກ, ​ແຕ່​ເມື່ອ​ໄດ້​ກຳມະສິດ​ປື້​ມມັນ​ກໍ່​ດີກ​ວ່າ“

ວັນບຸນອ່ານປື້ມ - ảnh 4

ວັນບຸນອ່ານປື້ມດຳເນີນໄປຢ່າງຟົດຟື້ນ

(ພາບ: ອິນເຕີແນດ)

​ໃນ 4 ມື້​ແຫ່ງ “ວັນ​ບຸນ​ອ່ານ​ປື້​ມ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ“ ນັ້ນ, ພາລະ​ກອນ​ຂອງ​ບໍລິສັດ​ປື້​ມ ທ້າຍ​ຫ່າ ຮູ້ສຶກ​ດີ​ໃຈ​ຫຼາຍ ​ເມື່ອ​ເຫັນ​ວ່າ​ຜູ້​ອ່ານ​ມີ​ຄວາມ​ຖະນຸຖະໜອມ ​ແລະ ນິຍົມ​ປື້​ມຫຼາຍ.

          ​ໃນ​ຂອບ​ເຂດ “ວັນ​ບຸນ​ອ່ານ​ປື້​ມ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ“, ບໍລິສັດ​ປື້​ມ ທ້າຍ​ຫ່າ ​ໄດ້​ປຸກລະດົມ​ລາຍການ “ບໍລິຈາກ​ກຸສົນ, ​ເພື່ອ​ກໍ່ສ້າງ​ຕູ້​ປື້​ມ​ໃນ​ເຂດຊົນນະບົດ“. ພິ​ເສດ​ແມ່ນ​ລາຍການ “​ປື້​ມ​ແລກ​ເອົາ​ປື້​ມ“. ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ບໍລິຈາກ​ກຸສົນ​ນີ້ ລ້ວນ​ແຕ່​ໄດ້​ຮັບ​ປື້​ມ​​ເອ​ເລກ​ໂຕ​ນິກຫົວ​ໜຶ່ງ​ຈາກ​ລະບົບ​ປື້​ມ​ເອ​ເລກ​ໂຕ​ນິກ Alezaa.

ຕອບກັບ

ຂ່າວ/ບົດ​ອື່ນ