ເຂົ້າເໝົ້າ ໜຽວ ແລະ ຫອມ ເຂດພູສູງໄຕບັກ


(vovworld)- ເມື່ອ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ແຕ່​ລະ​ປີວຽນ​ມາ, ນັກ​ທ່ອງ​ທ່ຽວ​ພາ​ກັນ​ ໄປ​ຍັງເຂດ​ໄຕ​ບັກ​(ໝາຍ​ເຖິງ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ​ຫວຽດ​ນາມ) ເພື່ອ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​​ທີ່​ສວຍ​ງາມ​ຂອງນາ​ຂັ້ນ​ໄດ​​ໃນ​ຍາມສຸກ​ເຫຼືອງ, ​ດົມກິ່ນ​ຫອມ​​ຫວນ ແລະ ​ເຂົ້າ​ຮ່ວມ ບຸນ​ເຂົ້າ​ເໝົ້າ( ​ບຸນເຂົ້າ​​ຈີ່ )ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​​ເຜົ່າຄື: ​ໄຕ, ຜູ້ໄທ, ນຸ່ງ, ໄຢ໋, ມົ້ງ….. ​ນີ້​​ກໍແມ່ນ​ຈຸດ​​ເວ​ລາທີ່​ປະ​ຊາ​ຊົນ​ເກັບ​ກ່ຽວເຂົ້າ​ອ່ອນ​ມາ​ເຮັດ​ ເຂົ້າ​ເໝົ້າ. ​ເຂົາ​ເຈົ້າ​ຜູ້​ລະ​ວຽກ, ຜູ້​ຂົ້ວ, ຜູ້ຕຳ, ​ຜູ້ຮ່ອນ ​ ໄດ້ເຮັດ​ໃຫ້​ບັນ​ຍ​າ​ກາດມ​ີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ອົບ​ອຸ່ນ, ນັ້ນ​ກໍ່​ແມ່ນ​ວັດ​ທະ​ນະ​ທຳ​ອາ​ຫານ​​ການ​ກິນ​​ທີ່​ດີ​ງາມຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ​ໄຕ​ບັກ.

ເຂົ້າເໝົ້າ ໜຽວ ແລະ ຫອມ ເຂດພູສູງໄຕບັກ - ảnh 1
ຊາວ​ເຜົ່າ​ຢູ່​ໄຕ​ບັກ​ເຮັດ​ເຂົ້າ​ເໝົ້າ

ຕາມ​ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຜູ້​ໄທ ຢູ່ນ້ຳ​ກໍ໋, ເມືອງ ມູ​ກາງ​ຈາຍ, ແຂວງ​ອຽ​ນ​ບ໋າຍ ແລ້ວ, ໃນ​ເມື່ອ​ກ່ອນ​ ​ເຂົາ​ເຈົ້າ​ເຄີຍ​ ​ເລືອກເອົາເຂົ້າ​​ຫນຽວໄຮ່ ​​ເພື່ອ​ເຮັດ​ເຂົ້າ​ເໝົ້າ ​ ເພາະ​ເຂົ້າ​ຊະ​ນິດ​ນີ້​ເມັດ​ເຕັມ​ຫອມ​ ແລະ ​ໜຽວ. ປະ​ຈຸ​ບັນ, ​​ຍ້ອນ​ມີຄວາມ​ຕ້ອງ​ການ​ນຳ​ໃຊ້​ເຂົ້າ​​ຫນຽວ​ຂອງ​ປະ​ຊາ​ຊົນ​ແມ່ນ​ໜ້ອຍກວ່າ, ເນື້ອ​ທີ່​ປູກ​ເຂົ້າ​ໄຮ່​ບໍ່ມີຫຼາຍ ເພາະ​ສະ​ນັ້ນ ເຂົ້າ​​ເພື່ອ​ເຮັດ ເຂົ້າ​ເໝົ້າ ແມ່ນ​​ແນວພັນ​ເຂົ້າ​ໜຽວ​ຕານ ຫຼື ເລືອງ​ເຟື້ອງ, ແຕ່​ສ່ວນ​ຫລາຍ ​ ແມ່ນ​​ແນວພັນ​ເຂົ້າ​ຕານ​.

​​​ເຖິງວ່າ  ​​ຈະປູກ​ ​ໃນ​ນາ​ທາມ ຫຼື ເທິງໄຮ່ ກໍ​ຕາມ ແຕ່ເວ​ລາ​ເກັບ​ກ່ຽວມາ​ເຮັດ​ເຂົ້າ​ເໝົ້າ ​ເມັດ​ເຂົ້າ​ຕ້ອງ​ຍັງ​ມີນ້ຳ​ນົມ​ຢູ່​ຫົວ, ເປືອກ​ມີ​ສີ​ເຫຼືອງ​​ອ່ອນແລະ​ບໍ່​ທັນ​ສຸກ​ດີ. ​ຕ້ອງ​ເລືອກ​ເອົາເມັດ​ເຂົ້າ​ໄດ້​ຄື​ແນວນັ້ນ ​ ເຂົ້າ​ເໝົ້າຈຶ່ງ​ໜຽວ ແລະ ຫອມ. ເຂົ້າ​​ເກັບ​ກ່ຽວ​ມານັ້ນ​ຕ້ອງ​ປຸງ​ແຕ່ງ​ໃນ​ທັນ​ທີ, ເພາະ​ວ່າຖ້າ​ປະ​ໄວ້ 2-3 ມື້​ແລ້ວ​ຈຶ່ງ​ປຸງ​ແຕ່ງ ​ເຂົ້າ​ເໝົ້າ​ຈະ​ບໍ່​ມີ​ລົດ​ຊາດ ບໍ່​ຫອມ ແລະ ​ບໍ່​​ໜຽວ​ອີກ. ເອື້ອຍ ລໍ​ແທງ​ເຟືອງ ​ຊາວ​ບ້ານ ກໍ໋​ທ໋າຍ, ຕາ​ແສງນ້ຳ​ກໍ໋ ເມືອງ​​ ມູ່​ກາງ​ຈາຍ ໃຫ້​ຮູ້​ວ່າ:

“​ເຂົ້າ​​ເພື່ອເຮັດ​ ເຂົ້າ​ເໝົ້າ ​ຕ້ອງ​ແມ່ນເຂົ້າ​​ບໍ່​ທັນ​ສຸກເຫລືອ, ຍັງ​ມີນ້ຳ​ນົມ, ເມັດ​​ເຕັມ​ຈຶ່ງ​ເກັບ​ກ່ຽວ​ມາ​ເຮັດ​ໄດ້”

ເຂົ້າເໝົ້າ ໜຽວ ແລະ ຫອມ ເຂດພູສູງໄຕບັກ - ảnh 2
​ແມ່​ຍິງ​ຊາວ​ເຜົ່າ​ຢູ່​ໄຕ​ບັກ​ເຮັດ​ເຂົ້າ​ເໝົ້າ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ

ເຂົ້າ​ອ່ອນ​ທີ່​ເກັບ​ກ່ຽວ​ມາ​​ຖືກໃສ່​​​ໃນກະ​​ຕ່າໄມ້​ໄຜ່​ແລ້ວ, ລ້າງ​​ໃຫ້ສະ​ອາດ ແລະ ຕາກ​ໃຫ້​ແຫ້ງ. ເລື່ອງ​​ເກັບ​ກ່ຽວກໍ່​ຕ້ອງ​ຮັບ​ປະ​ກັນ​ຖືກ​ກັບວິ​ທີ. ບັນ​ດາ​ແມ່, ເອື້ອຍ​ເອົາ​ຖວ້ຍ​ນ້ອຍ​ຂູດ​​​ບັນ​ດາຮວງ​ເຂົ້າ​ພໍ​ດີ ​ໃຫ້​ເຂົ້າ​ຕົກ​​​ອອກ​ໃສ່ກະ​ຕ່າ. ຫຼັງ​ຈາກນັ້ນ​ນຳມາ​ຮ່ອນ​ແລ້ວ​ນຳ​ເອົາ​ໄປ​ ຂົ້ວ. ​ເມື່ອ​ຂົ້ວ​, ໄຟ​ຕ້ອງ​ພໍ​ດີ, ບໍ່​ແຮງ ແລະ ບໍ່​ຄ່ອຍ​ເກີນ​ໄປ, ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ​ເພື່ອບໍ່​ໃຫ້​ໄຟ​ໄໝ້. ຂົ້ວ​ຈົນ​​ເວ​ລາ​ມີ​ກິ່ນ​ຫອມ​ຂອງ​ເມັດ​ເຂົ້າ ແລະ ກັດ​ລອງ​ເບິ່ງ ຖ້າ​ເຫັນ​ວ່າ​ເມັດ​ເຂົ້າ​​ໜຽວ​ແລ້ວ ​ຈະຖອກ​ໃສ່​ກະ​ຕ່າ​ປະ​ໃຫ້​ເຢັນ ຫຼັງ​ຈາກນັ້ນ​ຈຶ່ງ​ເອົາ​ໄປ​ຕຳ. ​ພາຍຫຼັງ​ຕຳ, ຮ່ອນຫຼາຍ​ເທື່ອ ​​ຈຶ່ງ​ມີເມັດ​ເຂົ້າ​​ມີ​ສີຂຽວ​ງາມ​ຄື​ໃບ​ຕອງ​ຈື່ງ​​, ໜຽວ, ອ່ອນ ແລະ ມີ​ລົດ​ຊາດ​ຫວານ​ຂອງ​ດິນ, ​ລົມ, ແດດ, ນ້ຳ​ໝອກ ແລະ ທຳ​ມະ​ຊາດ​. ເອື້ອຍ​ ລໍ​ທິ​ຮ່ຽນ ຢູ່​ບ້ານ​ກໍ໋ ໃຫ້​ຮູ້​ວ່າ:

“ເວ​ລາ​ຕຳ​ເມັດເຂົ້າຕ້ອງ​ເຢັນ​ ເພື່ອບໍ່​ໃຫ້​ເມັດ​ເຂົ້າ​​ເໝົ້າຕິດ​ກັນ. ຕຳ​ໄດ້​ໄລ​ຍະ​ໜຶ່ງ​​ຕ້ອງເອົາ​ອອກ​ໄປ​ຮ່ອນ ເພື່ອບໍ່​ໃຫ້​ແກບ​ຕິດ​ໃສ່​ເຂົ້າ​ເໝົ້າ ​ຕ້ອງເຮັດ​​ຄືແນວນັ້ນ​ ຈົນ​​ເວ​ລາ​ເປັນ ເຂົ້າ​ເໝົ້າ​ຈຶ່ງ​ແລ້ວ”

ຕາ​ແສງ​ນ້ຳ​ກໍ໋, ປະ​ຈຸ​ບັນ​ມີ​ເນື້ອ​ທີ່​ປູກ​ເຂົ້າ​ເກືອບ 420 ເຮັກ​ຕາ, ໃນ​ນັ້ນ​ເນື້ອ​ທີ່​ປູກ​ເຂົ້າ​ຫນຽວໄຮ່​ກວມ​ເກືອບ 50%. ໃນ​ຊຸມ​ປີ​ຜ່ານ​ມາ, ເມື່ອ​ຮອດ​ລະ​ດູ​ເກັບ​ກ່ຽວ, ບັນ​ດາ​ປ້າ, ​ແມ່​ ​ຢູ່​ບ້ານ​ຊົນ​ເຜົ່າ​ຜູ້ໄທບໍ່​ພຽງ​ແຕ່​ເຮັດ ເຂົ້າ​ເໝົ້າໃຫ້​ລູກ​ກິນ ຫຼື ເຮັດ​​​ເປັນຂອງ​ຂວັນໃຫ້​ໝູ່​ເພື່ອນ, ​ແຂກທີ່​ມາ​ຢ້ຽມ​ຢາມ​ເຮືອນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ສີ​ມື​ໃນ​ການ​ຫໍ່​ເຂົ້າ​ເໝົ້າທີ່​ຫອ​ມ,​ ໜຽວ ດ້ວຍ​ໃບ​ຕອງ​ທີ່​ປູກ​ໃນ​ສວນ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ. 2-3 ປີ​ມານີ້​ ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ເຮັດເຂົ້າ​ເໝົ້າຫຼາຍກວ່າ. ເພື່ອ​ເປັນ​ການ​ຮັກ​ສາ​ອາ​ຊີບ​ເຮັດ​ ເຂົ້າ​ເໝົ້າຈາກ​ລຸ້ນ​ພໍ່, ລຸ້ນ​ອ້າຍ​, ເອື້ອຍ ລໍ​ແທງ​ເຟືອງ ໃຫ້​ຮູ້​ວ່າ:

“ເພື່ອ​ເຮັດໄດ້​​ບັນ​ດາເມັດ​ເຂົ້າ​ເໝົ້ານັ້ນ ຕ້ອ​ງ​ມີ​ສີມື​ທີ່​ຄ່ອງ​ແຄ້ວ​ຂອງ​ບັນ​ດາ​ປ້າ, ບັນ​ດາ​ແມ່. ເມື່ອ​ບັນ​ດາ​ປ້າ, ບັນ​ດາ​ແມ່​​​ມີ​ອາ​ຍຸ​ສູງ​ ບໍ່​ສາ​ມາດເຮັດ​​ໄດ້​ແລ້ວ​ ຕົນ​ເອງ​ຈະ​ສືບ​ຕໍ່​ເຮັດ ເພື່ອ​ຮັກ​ສາ​ບັນ​ດາ​ເມັດ​ເຂົ້າ​ເໝົ້າໃຫ້​ຂຽວ​ສົດ​ງົດ​ງາມ, ແຊບ​ນົວ ແລະ ມີ​ກິ່ນ​ຫອມ​ຕະຫຼອດ​ໄປ”

ນ້ຳ​ກໍ໋ ພວມ​ຢູ່​ໃນ​ລະ​ດູ​ເກັບ​ກ່ຽວ, ​ຢູ່​ຕາມບັນ​ດາ​ນາ​ຂັ້ນ​ໄດ, ​​ເຫັນ​ວ່າ​ຮວງ​ເຂົ້າ​​ກ່ອງ ເມັດ​​ ​ເຕັມ​​ແລະ​ຫອມ. ເຂົ້າ​ເໝົ້າໜຽວ, ​ຫອມ​ ​ຍິ່ງເຮັດ​ໃຫ້​ຮູບ​ພາບ​​ຂອງ​​ເຂດ​ພູ​ສູງ ໄຕ​ບັກ ​ມີ​ຄວາມສວຍ​ງາມກວ່າ​ອີກ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ