ນາຍຊ່າງກຳລັງຕົ້ມທອງ (ພາບ: phapluat.tuoitrethudo.com.vn) |
ເມື່ອໄປຢ້ຽມຢາມໝູບ້ານອາຊີບຫຼໍ່ທອງ ຕົ໊ງຊ໊າ, ບໍ່ວ່າຢູ່ບ່ອນໃດ, ພວກເຮົາກໍ່ເຫັນເຕົາໄຟ ລຸກແດງເປັນໄຟ ນັບແຕ່ຮຸ່ງເຊົ້າຈົນຮອດຄ່ຳ. ນາຍຊ່າງຫຼໍ່ທອງຕ້ອງເຮັດຫຼາຍຂັ້ນຕອນ, ນັບແຕ່ການເລືອກເອົາດິນມາເຮັດເຕົາໄຟ, ການດັງໄຟ, ເລືອກທອງ, ຕະຫຼອດຮອດການເຮັດແມ່ແບບ, ຕົ້ມທອງໃຫ້ເປື່ອຍ… ທຸກສິ່ງທຸກຢ່າງແມ່ນຕ້ອງມີຄວາມລະມັດລະວັງ ແລະ ຊັດເຈນທີ່ສຸດເພື່ອຮັບປະກັນບໍ່ໃຫ້ຜະລິດຕະພັນເດັ້ງຂຶ້ນ, ບິດບ້ຽວ ແລະ ຫົດເຂົ້າ.
ໃນເບື້ອງຕົ້ນ, ໝູ່ບ້ານ ຕົ໊ງຊ໊າ ຫຼໍ່ພຽງແຕ່ຜະລິດຕະພັນທີ່ງ່າຍດາຍເທົ່ານັ້ນ, ເປັນຕົ້ນແມ່ນອຸປະກອນຮັບໃຊ້ການບູຊາປະເພດຕ່າງໆ. ໂດຍຜ່ານການພັດທະນາເປັນເວລາຫຼາຍປີ, ອາຊີບຫຼໍ່ທອງຢູ່ທີ່ນີ້ໄດ້ມີການພັດທະນາຢ່າງບຸກທະລຸ. ມາຮອດປະຈຸບັນ, ບ້ານ ຕົ໊ງຊ໊າ ສາມາດຜະລິດ ບັນດາຜະລິດຕະພັນທີ່ມີຫຼາຍຮູບຫຼາຍແບບ, ມີຄຸນນະພາບສູງ, ມີລວດລາຍທີ່ສວຍງາມ….ທ່ານ ໂດແທັ່ງຫວີ, ນາຍຊ່າງຢູ່ໝູ່ບ້ານ ຕົ໊ງຊ໊າ ໃຫ້ຮູ້ວ່າ: ຜະລິດຕະພັນທີ່ເຮັດດ້ວຍທອງ ຕົ້ນຕໍແມ່ນມີບັນດາຂັ້ນຕອນຄື: ສ້າງແມ່ແບບ, ຕົ້ມທອງໃຫ້ເປື່ອຍ, ຖອກທອງໃສ່ແມ່ແບບ ແລະ ຂັດຖູໃຫ້ເຫຼື້ອມ….. ນາຍຊ່າງ ໂດແທັ່ງຫວີ ເວົ້າວ່າ:
ສຳຄັນທີ່ສຸດແມ່ນການຖອກທອງໃສ່ແມ່ແບບ, ເຮັດແນວໃດ ເພື່ອໃຫ້ທອງມີຄວາມໜາສະໝ່ຳສະເໝີກັນ.
ຕາມນາຍຊ່າງ ຫວູຢຸຍທ່ວນ ແລ້ວ, ການຫຼໍ່ຮູບປັ້ນ ກໍ່ຮຽກຮ້ອງໃຫ້ມີເຕັກນິກຢ່າງຄ່ອງແຄ້ວ, ຮຽກຮອ້ງໃຫ້ນາຍຊ່າງຕ້ອງມີສີມືດີ ແລະ ເຄັດລັບສະເພາະ, ທ່ານ ທ່ວນ ກ່າວວ່າ:
ສຳລັບນາຍຊ່າງແລ້ວ, ຕ້ອງມີຄວາມມັກຮັກອາຊີບ, ມີຄວາມຫຼົງໄຫຼ, ເມົາມົວຕໍ່ອາຊີບ, ຕ້ອງເຮັດດ້ວຍຄວາມສຸດໃຈ ຮູບປັ້ນນັ້ນຈຶ່ງມີຊີວິດຊີວາ, ມີຈິດວິນຍານ. ນາຍຊ່າງຕ້ອງມີຄວາມປານີດ, ຂະຫຍັນ, ອົດທົນ ແລະ ຍາມໃດກໍ່ຊອກຮຽນຮູ້ສິ່ງໃໝ່ໆ.
ນາຍຊ່າຍ ເຢືອງວັນເລິນ ຢູ່ບ້ານ ຕົ໊ງຊ໊າ ໃຫ້ຮູ້ວ່າ ອາຊີບຫຼໍ່ທອງແມ່ນອາຊີບທີ່ລຳບາກ. ນາຍຊ່າງບໍ່ພຽງແຕ່ຕ້ອງການໃຫ້ມີສຸຂະພາບແຂງແຮງດີເທົ່ານັ້ນ ແຕ່ຍັງຕ້ອງມີຄວາມອົດທົນຕື່ມອີກ. ແຕ່ລະເທື່ອທີ່ຕົ້ມທອງ ແລະ ຖອກທອງໃສ່ແມ່ແບບນັ້ນ ແມ່ນການທົດສອບບໍ່ແມ່ນໜ້ອຍ. ນາຍຊ່າຍ ເຢືອງວັນເລິນ ເວົ້າວ່າ:
ໃນລະດູຮ້ອນ, ມື້ໃດທີ່ຫຼໍ່ທອງນັ້ນ ກໍ່ຮ້ອນທີ່ສຸດ ເພາະວ່າ ອຸນນະພູມໃນເຕົາຫຼໍ່ທອງແມ່ນສູງກ່ວາ 1000 ອົງສາເຊ ແຕ່ພວກຂ້າພະເຈົ້າກໍ່ຍັງພະຍາຍາມເຮັດບັນດາຜະລິດຕະພັນອອກມາໃຫ້ມີຄວາມສວຍງາມທີ່ສຸດ.
|
(ພາບ: dongyyen.com.vn) |
ພາຍຫຼັງທີ່ຖອກທອງໃສ່ແມ່ແບບແລ້ວ, ນາຍຊ່າງຕ້ອງລໍຖ້າໃຫ້ທອງແຂງ ແລະ ເຢັນສາກ່ອນ ແລ້ວຈຶ່ງເອົາອອກຈາກແມ່ແບບໄດ້. ຕາມນາຍຊ່າຍ ເຢືອງວັນເລິນ ແລ້ວ, ນີ້ພຽງແຕ່ແມ່ນຜະລິດຕະພັນບໍ່ທັນໄດ້ຕົບແຕ່ງເທື່ອ ແລະ ຕ້ອງຜ່ານຂັ້ນຕອນທີ່ສຳຄັນໜຶ່ງອີກ:
ເມື່ອຜະລິດບັນດາອຸປະກອນຮັບໃຊ້ໃຫ້ແກ່ການບູຊານັ້ນ, ນາຍຊ່າງຕ້ອງເຮັດໄປຕາມແຕ່ລະຂັ້ນຕອນຢ່າງລະອຽດທີ່ສຸດ. ເພື່ອຂັດຖູ ແລະ ຄວັດໃຫ້ເປັນບັນດາລວດລາຍທີ່ສວຍງາມ ແລະເຮັດໃຫ້ຮູບໂຕສັດໂນນຂຶ້ນ, ເມື່ອແຂກເຫັນແລ້ວກໍ່ຈະມີຄວາມນິຍົມຊົມຊອບທີ່ສຸດ.
ນາຍຊ່າງ ຫງວຽນກົງເຮີນ ໃຫ້ຮູ້ວ່າ: ບັນດາຂັ້ນຕອນໃນການຫຼໍ່ທອງຂອງໝູ່ບ້ານອາຊີບຫຼໍ່ທອງ ຕົ໊ງຊ໊າ, ເມືອງ ອີ໊ອຽນ ສ່ວນຫຼາຍແມ່ນເຮັດແບບຫັດຖະກຳຕາມແບບທີ່ເປັນມູນເຊື້ອ. ຍ້ອນເຫດນັ້ນ, ແຕ່ລະຜະລິດຕະພັນທີ່ໄດ້ຜະລິດອອກມາ ກໍ່ລ້ວນແຕ່ມີຄວາມສວຍງາມ, ລຽບກ້ຽງ ນັບທັງຮູບຮ່າງ ແລະ ລວດລາຍຂອງຜະລິດຕະພັນ. ນາຍຊ່າງ ເຮີນ ເວົ້າວ່າ:
ຢາກໃຫ້ຜະລິດຕະພັນອອກມາສວຍງາມນັ້ນ, ຮຽກຮ້ອງໃຫ້ນາຍຊ່າງ ຕ້ອງທຸ້ມເທທັງກາຍ ແລະ ໃຈ, ສະຫຼະເວລາ, ມີຄວາມດຸໝັ່ນ. ຕ້ອງມີຄວາມມັກຮັກໃນອາຊີບ ຈຶ່ງຈະສາມາດເຮັດໄດ້.
ປະຈຸບັນ, ຜະລິດຕະພັນທີ່ເຮັດດ້ວຍທອງຂອງໝູ່ບ້ານຕົ໊ງຊ໊າ, ເມືອງອີ໊ອຽນ, ແຂວງນາມດິ້ງ ໄດ້ຮັບການຈຳໜ່າຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຫຼາຍ ກ່ວາ 70 ປະເທດ ແລະ ເຂດແຄ້ວນໃນໂລກ. ໃນປະຈຸບັນ, ສິ່ງດັ່ງກ່າວໄດ້ສ້າງໃຫ້ມີຄວາມແຕກຕ່າງກັນຢ່າງໃຫ່ຍຫຼວງ ໃນຂະນະທີ່ຢູ່ຫຼາຍແຫ່ງ, ອາຊີບຫຼໍ່ທອງແບບຫັດຖະກຳ ຄ່ອຍໆສູນຫາຍໄປເທື່ອລະໜ້ອຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

