ທ່ານ ຮວ່າງງອັກ - ຄວາມຊົງຈຳກ່ຽວກັບ ເຕິນຈ່າວ ໃນຊຸມວັນກ່ອນການລຸກຮື້ຂຶ້ນ ແມ່ນຍັງເໝືອນເດີມ


ເຮືອນຮ້ານຂອງທ່ານ ຮວ່າງງອັກ ຕັ້ງຢູ່ໃກ້ຕົ້ນໂພປະຫວັດສາດ ເຕິນຈ່າວ. ເດືອນພຶດສະພາ 1945, ເມື່ອປະທານໂຮ່ຈີມິນ ກັບມາ ເຕິນຈ່າວ ເພິ່ນໄດ້ອາໄສຢູ່ເຮືອນຂອງລຸງ ຫງວຽນຕ໊ຽນຊຶ ທີ່ຢູ່ຂ້າງກັນນັ້ນ. ປະທານໂຮ່ຈີມິນ ໄດ້ພັກອາໄສຢູ່ຫັ້ນ 2 – 3 ວັນ ແລ້ວປະຊາຊົນໃນບ້ານ ໃນນັ້ນມີພໍ່ລູກທ່ານ ງອັກ ໄດ້ພາເພິ່ນໄປຊອກຫາບ່ອນປຸກຕູບ, ນັ້ນແມ່ນຕູບນ່າເນືອ. ໃນຄາວນັ້ນ, ປະທານໂຮ່ຈີມິນ ໄດ້ຕັ້ງຊື່ເອີ້ນໃໝ່ໃຫ້ບ້ານ ກ໋າ ຂຶ້ນກັບຕາແສງ ກິມລອງ ວ່າ ເຕິນເລິບ, ດ້ວຍຄວາມປາດຖະໜາວ່າ ປະຊາຊົນຢູ່ທີ່ນີ້ຈະມີການດຳລົງຊີວິດໃໝ່; ຕາແສງກິມລອງ ໄດ້ປ່ຽນຊື່ເປັນ ເຕິນຈ່າວ. ທ່ານ ຮວ່າງງອັກ ຫວນຄືນວ່າ:

“ໃນຄາວນັ້ນພະນັກງານ 5 7 ຄົນຢູ່ໃນເຮືອນຫຼັງໜຶ່ງຂອງປະຊາຊົນ, ພະນັກງານຢູ່ທີ່ນີ້ກໍເກັບຜັກຫັກໜໍ່, ຫາບນ້ຳ, ໄປເອົາຟືນມາແຕ່ງກິນ, ກິນເຂົ້າກິນນໍ້າຮ່ວມກັບປະຊາຊົນ. ປະທານໂຮ່ຈີມິນ ກໍເຊັ່ນດຽວກັນ, ເພິ່ນໄດ້ພັກຢູ່ເຮືອນຂອງລຸງ ຕ໊ຽນຊຶ ແລະ ກິນເຂົ້າຮ່ວມກັບຄອບຄົວລຸງ ຕ໊ຽນຊຶ ເລີຍ. ປະທານໂຮ່ຈີມິນ ກໍ່ໄດ້ໄປນາ, ປ້ານຄັນຄູເພື່ອເກັບຮັກສານ້ຳໃຫ້ແກ່ປະຊາຊົນໄວ້ໃສ່ນາ, ຢື້ຢາມຖາມຂ່າວ ແລະ ບອກເຕືອນນັ້ນແຕ່ເດັກນ້ອຍຈົນເຖິງຜູ້ເຖົ້າຜູ້ແກ່ ນັບແຕ່ສິ່ງເລັກໆນ້ອຍໆ.... ບໍ່ມີຜູ້ໃດທີ່ ມີການປະພຶດ ແລະ ການເວົ້າຈາທີ່ຈົບງາມ ແລະ ໜ້າເຄົາລົບນັບຖືຄືກັບເພິ່ນ. ປະຊາຊົນທຸກຄົນຢູ່ທີ່ນີ້ ລ້ວນແຕ່ເຊື່ອໝັ້ນ, ເຮັດຕາມປະທານໂຮ່ຈີມິນ ແລະ ເຂົ້າຮ່ວມການປະຕິວັດໃນທັນທີ”.

ສາລາເຕິນຈ່າວ

ໃນຄາວນັ້ນ, ທ່ານ ຮວ່າງງອັກ ກໍ່ໄດ້ຮັບຄວາມເປັນກຽດ ເມື່ອປະທານໂຮ່ຈີມິນ ໄດ້ບົ່ງຕົວໃຫ້ເປັນໜຶ່ງໃນບັນດາສະມາຊິກກອງເຍົາວະຊົນກູ້ຊາດຄົນທຳອິດ ຢູ່ ກິມລອງ. ວັນທີ 16 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ຖືກດຳເນີນຢູ່ສາລາເຕິນຈ່າວ, ຄາວນັ້ນ, ໃນທົ່ວຕາແສງກິມລອງ (ຕາແສງເຕິນຈ່າວໃນປັດຈຸບັນ) ແມ່ນລ້ວນແຕ່ຟົດເດືອດໄປດ້ວຍບັນຍາກາດ ແລະ ຈິດໃຈປະຕິວັດ, ເຊື່ອໝັ້ນຕໍ່ໄຊຊະນະສຸດທ້າຍຂອງການຕໍ່ສູ້ປົດປ່ອຍຊາດ. ທ່ານ ຮວ່າງງອັກ ໃຫ້ຮູ້ຕື່ມອີກວ່າ:

“ປະຊາຊົນໃນບ້ານພວກຂ້າພະເຈົ້າ ເມື່ອອອກໄປສະໜັບສະໜູນກອງປະຊຸມໃຫຍ່ນັ້ນ ກໍລ້ວນແຕ່ບອກກັນເອົາໄກ່, ເຂົ້າ ແລະ ງົວໄປປະກອບ ແລະ ຈັດຕັ້ງຄະນະໜຶ່ງມີທັງຍິງ, ທັງຊາຍ, ຜູ້ອາວຸໂສ ແລະ ເດັກນ້ອຍ ໄປອວຍພອນ. ປະທານໂຮ່ຈີມິນ ໄດ້ມາສະແດງຄວາມຂອບອົກຂອບໃຈພວກຂ້າພະເຈົ້າ ທີ່ໄດ້ສະໜັບສະໜູນກອງປະຊຸມໃຫຍ່, ສະໜັບສະໜູນຕໍ່ການປະຕິວັດ. ເມື່ອເຫັນເດັກທີ່ມີຮູບຮ່າງຈ່ອຍຜອມ, ນຸ່ງເຄື່ອງຂາດສ້ອຍ, ປະທານໂຮ່ຈີມິນ ໄດ້ເວົ້າຕໍ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມວ່າ: ພວກເຮົາຕ້ອງເຮັດແນວໃດເພື່ອໃຫ້ເດັກນ້ອຍມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ໄດ້ໄປໂຮງຮຽນ..... ຂ້າພະເຈົ້າຍັງຈື່ໄດ້ຈົນຮອດທຸກວັນນີ້.”

ຢູ່ໃຕ້ຮົ່ມຕົ້ນໂພປະຫວັດສາດ, ທ່ານ ຮວ່າງງອັກ ນັ່ງລະເມີ ເບິ່ງຄືວ່າລຸງພວມຫວນຄືນຊຸມວັນເດືອນທໍາອິດຂອງການລຸກຮື້ຂຶ້ນ. ທ່ານ ງອັກ ເລົ່າສູ່ຟັງວ່າ:

“ຂ້າພະເຈົ້າຍັງຈື່ໄດ້ວ່າ ຕອນບ່າຍມື້ນັ້ນ, ພວກຂ້າພະເຈົ້າພວມລຽນແຖວຢູ່ໃຕ້ຮົ່ມຕົ້ນໂພນີ້, ທ່ານ ດ່າມກວາງຈູງ ຈັບທຸງຊາດຢືນຢູ່ທາງໜ້າ, ພາຍຫຼັງຮ້ອງເພງຊາດສຸດແລ້ວ, ທ່ານພົນເອກ ຫວໍງວຽນຢາບ ໄດ້ອ່ານຄຳສັ່ງທະຫານສະບັບເລກທີ 1, ພາຍຫຼັງອ່ານສຸດ ກໍສາບານຕົວ. ຫຼັງຈາກນັ້ນຈຶ່ງຍິງປືນ 3 ບາດເພື່ອສົ່ງສັນຍານ, ຄະນະທະຫານໄດ້ເດີນທາງໄປແຂວງ ຖ໊າຍງວຽນ ຕໍ່ໜ້າການເປັນສັກຂີພິຍານຂອງປະຊາຊົນ ແລະ ຜູ້ແທນມາເຂົ້າຮ່ວມກອງປະຊຸມ ຢູ່ໃຕ້ຮົ່ມຕົ້ນໂພນີ້”.

ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ, 75 ປີຜ່ານມາ ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ທີ່ນີ້ ຍາມໃດກໍຈົງຮັກພັກດີຕໍ່ພັກ, ເຂົ້າຮ່ວມການປະຕິວັດກໍ່ສ້າງຊີວິດໃໝ່. ບ້ານ ເຕິນເລິບ ທີ່ທຸກຍາກໃນເມື່ອກ່ອນ, ໄດ້ກາຍເປັນບ້ານວັດທະນະທຳ ທີ່ມີເຮືອນຮ້ານທີ່ກວ້າງໃຫຍ່ງາມຕາຫຼາຍກວ່າ 200 ຫຼັງ. ທ່ານ ງອັກ ເວົ້າດ້ວຍຄວາມຊື່ນໃຈວ່າ: ຈົງຮັກພັກດີຕໍ່ພັກ, ເຮັດຕາມປະທານໂຮ່ຈີມິນ, ຊີວິດການເປັນຢູ່ຂອງປະຊາຊົນເຕິນເລິບ ນັບມື້ນັບ ມີຄວາມອີ່ມໜຳສຳລານສົມບູນພູນສຸກ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອໄດ້ເປັນລູກຫຼານຂອງດິນແດນແຫ່ງການປະຕິວັດ, ມີເອກອ້າງທະນົງໃຈຕໍ່ບັນດາການປະກອບສ່ວນເລັກໆນ້ອຍໆເຂົ້າໃນມະຫາໄຊຂອງການຕໍ່ສູ້ກູ້ຊາດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດໃນວັນນີ້./.