ຜະລິດຕະພັນຊາປອດສານພິດ ຂອງສະຫະກອນ ຊາ ບ້ານລ່ຽນ ເມືອງ ບັກຮ່າ ໄດ້ຈັດອັນດັບຜະລິດຕະພັນ OCOP 5 ດາວ. ນີ້ກໍ່ແມ່ນຜະລິດຕະພັນ 5 ດາວທຳອິດຂອງແຂວງ ລ່າວກາຍ. ໂດຍໄດ້ຮັບການສ້າງຕັ້ງເມື່ອປີ 2004 ດ້ວຍກວ່າ 100 ສະມາຊິກໃນເບື້ອງຕົ້ນ. ມາຮອດປະຈຸບັນ ສະຫະກອນຊາ ບ້ານລ່ຽນ ມີ 300 ສະມາຊິກຮ່ວມສຳພັນປູກຕົ້ນຊາຕາມມາດຖານ OCOP ແລະ ເຄື່ອງໝາຍຊາປອດສານພິດ ບ້ານລ່ຽນໂດຍໄດ້ຮັບການນິຍົມຈາກຜູ້ບໍລິໂພກພາຍໃນ ແລະຕ່າງປະເທດເປັນຈຳນວນຫລວງຫລາຍ.ທ່ານ ຟ້າມກວາງເທີ້ນ ຫົວຫນ້າສະຫະກອນຊາ ບ້ານລ່ຽນແບ່ງປັນວ່າ:
“ເມື່ອໄດ້ຮັບໃບຢັ້ງຢືນ OCOP ພວກຂ້າພະເຈົ້າມີທ່າໄດ້ປຽບຫລາຍຢ່າງ ແລະອາດຈະນຳຜະລິດຕະພັນມາຂາຍຢູ່ຕາມຮ້ານຊັບພະສິນຄ້າ, ບັນດາແຂວງ, ນະຄອນແຫ່ງຕ່າງໆໄດ້. ອີກບັນຫາຫນຶ່ງ ເມື່ອເຂົ້າຮ່ວມບັນດາງານຕະຫລາດນັດ ນັບມື້ນັບມີລູກຄ້າຫລາຍຄົນຮູ້ຈັກເຖິງ.”
ຜະລິດຕະພັນຊາປອດສານພິດ ຂອງສະຫະກອນ ຊາ ບ້ານລ່ຽນ ເມືອງ ບັກຮ່າ ໄດ້ຈັດອັນດັບຜະລິດຕະພັນ OCOP 5 ດາວ (ພາບ: thuonghieusanpham.vn) |
ກໍ່ຄ້າຍຄືກັບເຄື່ອງໝາຍຊາ OCOP ຕາແສງບ້ານລ່ຽນ ເຄື່ອງໝາຍ ເປັດຊະນິດພິເສດຢູ່ ຕາແສງ ເຫງ໋ຍໂດ ເມືອງ ບ໋າວອຽນ ມີຫລາຍຄົນຮູ້ຈັກເຖິງເມື່ອມາຢ້ຽມຢາມແຂວງລ່າວກາຍ. ທ່ານ ໂດ໋ວັນລຶວ, ເລຂາພັກ ຕາແສງ ເຫງ໋ຍໂດ ໃຫ້ຮູ້ວ່າ: ການລ້ຽງເປັດ ຢູ່ ຕາແສງ ແມ່ນໄດ້ຂາຍດີ ແລະ ບໍ່ພໍກັບຄວາມຕ້ອງການຂອງຕະຫລາດ ສະນັ້ນ ທ້ອງຖິ່ນ ພວມປັບປຸງບັນດາວຽກງານສຸດທ້າຍໃຫ້ສຳເລັດເພື່ອຈົດທະບຽນເຄື່ອງໝາຍ OCOP ໃຫ້ແກ່ຜະລິດຕະພັນທີ່ເປັນເອກະລັກນີ້. ພິເສດ ທາງຕາແສງ ພວມຕັ້ງຫນ້າສົມທົບລະຫວ່າງຜະລິດຕະພັນກະສິກຳທີ່ມີທ່າແຮງນີ້ ກັບການເຄື່ອນໄຫວທ່ອງທ່ຽວ. ທ່ານ ໂດ໋ວັນລຶວ ໃຫ້ຮູ້ວ່າ: “ໂດຍອີງໃສ່ພື້ນຖານພັດທະນາການທ່ອງທ່ຽວດ້ານວັດທະນະທຳຂອງຊາວເຜົ່າໄຕ ຢູ່ ເຫງ໋ຍໂດ, ພວກຂ້ພະເຈົ້າມີຄວາມເອົາໃຈໃສ່ເປັນພິເສດເຖິງສະພາບແວດລ້ອມ, ທາງຮ່ອມທາງຊອຍ. ພວກຂ້າພະເຈົ້າໃຫ້ຄະແນນສິ່ງແວດລ້ອມຕໍ່ກັບແຕ່ລະຄອບຄົວ. ພວກຂ້າພະເຈົ້າກໍ່ກຳນົດການສ້າງເຄື່ອງໝາຍເປັດ.. ແມ່ນປາຍແຫລມພັດທະນາຂອງຕາແສງ”
ໂດຍປະຕິບັດໂຄງການຫນຶ່ງຕາແສງຫນຶ່ງຜະລິດຕະພັນ OCOP, ແຂວງ ລ່າວກາຍ ວາງຄາດໝາຍພັດທະນາບັນດາຮູບແບບຈັດຕັ້ງການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດທີ່ເປັນມູນເຊື້ອ, ບໍລິການມີທ່າໄດ້ປຽບບັນລຸມາດຕະຖານ, ມີຄວາມສາມາດແກ່ງແຍ້ງຢູ່ຕະຫລາດພາຍໃນ ແລະ ຕ່າງປະເທດ.
ຈາກນັ້ນ ປະກອບສ່ວນສ້າງອົງປະກອບການຜະລິດກະສິກຳຄືນໃຫມ່, ພັດທະນາເສດຖະກິດເຂດຊົນນະບົດແບບຍືນຍົງ.ນີ້ກໍ່ແມ່ນມາດຕະການເພື່ອປະຕິບັດໝວດມາດຖານເສດຖະກິດໃຫ້ມີປະສິດທິຜົນ, ຈັດຕັ້ງການຜະລິດໃນການກໍ່ສ້າງຊົນນະບົດໃຫມ່ ແລະອະນຸລັກຮັກສາບັນດາຄຸນຄ່າມູນເຊື້ອອັນດີງາມຢູ່ເຂດຊົນນະບົດລ່າວກາຍ.ໄລ່ມາຮອດປະຈຸບັນ, ທົ່ວແຂວງ ລ່າວກາຍ ໄດ້ມີ 78 ຜະລິດຕະພັນໄດ້ຮັບຮອງບັນລຸມາດຖານ OCOP.
ຮູບແບບການລ້ຽງເປັດຢູ່ເມືອງ ບ໋າວອຽນ, ແຂວງ ລາວກາຍ (ພາບ: laocaitv.vn) |
ບັນດາຜະລິດຕະພັນໄດ້ຮັບໃບຢັ້ງຢືນນັ້ນ ໃນເບື້ອງຕົ້ນໄດ້ສ້າງ ລະບົບຮ່ວມສຳພັນໃນການຜະລິດ, ຈຳຫນ່າຍ, ໂຄສະນາກໍ່ຄືສ້າງເຄື່ອງໝາຍ, ກາຍເປັນຫນຶ່ງໃນບັນດາກຳລັງຫນູນທີ່ດີໃຫ້ແກ່ເສດຖະກິດຂອງທ້ອງຖິ່ນ. ທ່ານ ຈູຮ່ວາງຫງວ້ຽນ ຫົວຫນ້າ ຫ້ອງການພັດທະນາຊົນນະບົດແຂວງ ລ່າວກາຍ ຢືນຢັນວ່າ:
“ຜະລິດຕະພັນ OCOP ເມື່ອພັດທະນາ ຈະແມ່ນຄວາມສາມາດບົ່ມຊ້ອນເປັນພື້ນຖານ, ແມ່ນກຳລັງຫນູນໝັ້ນແກ່ນໃນການປະຕິບັດການຮ່ວມສຳພັນຂອງປະຊາຊົນໃນການຈຳຫນ່າຍຜະລິດຕະພັນ. ນັ້ນແມ່ນກຳລັງຫນູນທີ່ຈຳເປັນເພື່ອພັດທະນາເສດຖະກິດຢ່າງມີປະສິດທິຜົນ…”
ໂຄງການ ຫນຶ່ງຕາແສງ ຫນຶ່ງຜະລິດຕະພັນ OCOP ຢູ່ ແຂວງ ລ່າວກາຍ ໄດ້ເສີມຂະຫຍາຍປະສິດທິຜົນເສດຖະກິດເປັນຢ່າງດີ ແລະ ສວມບົດບາດສຳຄັນໃນການສ້າງ ເຂດຜະລິດກະສິກຳປອດສານພິດ, ຕິດພັນກັບ ລະບົບຕ່ອງໂສ້ມູນຄ່າການຜະລິດ. ບໍ່ພຽງແຕ່ເທົ່ານັ້ນ ບັນດາຜະລິດຕະພັນບັນລຸເຄື່ອງໝາຍ OCOP ຍັງໄດ້ຕັ້ງຄວາມຫວັງວ່າ ຈະປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວອັນດູດດື່ມ ຊ່ວຍຍົກສູງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢູ່ພາຍໃນແຂວງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

