ພາບປະກອບ: laodongthudo.vn |
ໃນໄລຍະກວ່າ 30 ປີນັບແຕ່ເວລາເລີ່ມປຸກລະດົມ, ຂະບວນການຊາວກະສິກອນແຂ່ງຂັນກັນທຳການຜະລິດ,ດຳເນີນທຸລະກິດໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນພາລະກິດແຫ່ງການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຢູ່ຊົນນະບົດ, ແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ແກ່ຊາວກະສິກອນ. ຂະບວນການກໍ່ແມ່ນກຳລັງໜູນຊຸກຍູ້ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຂອງຊາວກະສິກອນ ໃນການສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະ ບ້ານເກີດເມືອງນອນປະເທດຊາດ. ຊາວກະສິກອນຜະທຳການຜະລິດ, ດຳເນີນທຸລະກິດເກັ່ງ ໄດ້ຕັ້ງໜ້າຫັນປ່ຽນຜົນລະປູກ ແລະ ສັດລ້ຽງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ກ້າລົງທຶນ, ໝູນໃຊ້ເຕັກໂນໂລຢີ, ພິເສດແມ່ນເຕັກໂນໂລຢີ 4.0 ເຂົ້າໃນການຜະລິດ, ສ້າງມູນຄ່າສິນຄ້າ, ມີຜົນກຳໄລສູງ, ປະກອບສ່ວນເຂົ້າໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ. ພ້ອມກັບຊາວກະສິກອນໃນທົ່ວປະເທດ, ແຕ່ລະ ຊາວກະສິກອນເກັ່ງ ໄດ້ປະກອບຈຳນວນເງິນກ່ວາ 10.000 ຕື້ດົ່ງ, ວັນອອກແຮງງານ 3 ລ້ານວັນ, ອຸທິດດິນນັບຮ້ອຍເຮັກຕາ ເພື່ອສ້າງຊົນນະບົດໃໝ່. ທ່ານນາງ ຫງວຽນທິກິມຮວາ, ຫົວໜ້າຄະນະເລຂາສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ:
ແຕ່ລະປີ, ມີ 3,6 ລ້ານຄອບຄົວຊາວກະສິກອນບັນລຸນາມມະຍົດຄອບຄົວທຳການຜະລິດ ແລະ ດຳເນີນທຸລະກິດເກັ່ງໃນຂັ້ນຕ່າງໆ ດ້ວຍຫຼາຍຮູບແບບຜະລິດທີ່ມີຂອບຂະໜາດໃຫຍ່, ສ້າງລາຍຮັບນັບຕື້ດົ່ງ, ຈຳນວນຊາວກະສິກອນທີ່ເປັນເສດຖີກໍ່ເພີ່ມຂຶ້ນ. ບັນດາຊາວກະສິກອນນີ້ໄດ້ກາຍເປັນຊາວກະສິກອນລຸ້ນໃໝ່, ຊາວກະສິກອນເສດຖະກິດດີຈີຕອນ, ຊາວກະສິກອນເຕັກໂນໂລຢີ, ເປັນຜູ້ນຳພາຊາວກະສິກອນອື່ນໆບືນຕົວຂຶ້ນສ້າງຄວາມເຮັ່ງມີ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ, ຍູ້ແຮງການກໍ່ສ້າງຊົນນະບົດໃໝ່, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຊົນນະບົດ, ຮັບປະກັນອະທິປະໄຕທະເລໝູ່ເກາະແຫ່ງຊາດ. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມຂອງຊາວກະສິກອນດ້ວຍຈິດໃຈຕັດສິນໃຈບໍ່ຍອມຕໍ່ຄວາມທຸກຍາກອຶດຫິວ, ກ້າຄິດກ້າທຳ, ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໃຝ່ຝັນ, ຄວາມມຸ່ງມາດປາດຖະໜາຢາກສ້າງຄວາມຮັ່ງມີຢ່າງຊອບທຳ.
ໃນຍຸກສະໄໝເສດຖະກິດພູມປັນຍາຄືໃນປັດຈຸບັນ, ຂະແໜງກະສິກຳພວມສຳຜັດກັບຈິນຕະນາການໃໝ່, ໝູນໃຊ້ບັນດາຜົນງານໃໝ່ໃນຍຸກສະໄໝການປະຕິວັດອຸດສາຫະກຳ ຄັ້ງທີ 4, ຊາວກະສິກອນໃນປັດຈຸບັນ ບໍ່ພຽງແຕ່ອີງໃສ່ປະສົບການເຮັດກະສິກຳແບບດັ້ງເດີມເທົ່ານັ້ນ ຫາກຍັງສາມາດນຳໃຊ້ບັນດາວັດຖຸອຸປະກອນທີ່ທັນສະໄໝ, ບັນດາໂປແກຼມວິທະຍາສາດເຕັກໂນໂລຢີເຕັກນິກ, ການຫັນເປັນດີຈີຕອນ. ທ່ານ ຫລີວັນບອນ, ເຈົ້າຂອງຮາກຖານປຸງແຕ່ງປາຕອງ ໄບບອນ, ຢູ່ເມືອງບິ່ງທຸ້ຍ, ນະຄອນເກິ່ນເທີ ໃຫ້ຮູ້ວ່າ:
ທຳອິດ, ຂ້າພະເຈົ້າພຽງແຕ່ໄດ້ລ້ຽງປາເທົ່ານັ້ນ, ແຕ່ຍ້ອນລາຄາເໜັງຕຶງ, ລະດູການບໍ່ເໝາະສົມ ຫຼັງຈາກນັ້ນຈຶ່ງຕ້ອງພັດທະນາແນວພັນຕື່ມອີກ, ສ້າງຮາກຖານປຸງແຕ່ງເອງ ເພື່ອສະໜອງດ້ວຍຕົນເອງ. ເມື່ອສົ້ນອອກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂ້າພະເຈົ້າກໍປະສົມປະສານກັບການທ່ອງທ່ຽວ.
ທ່ານຫງວຽນຢຸງຮຶງ, ຮອງຫົວໜ້າຄະນະເສດຖະກິດສູນກາງ (ພາບ: vnexpress.net) |
ທ່ານຫງວຽນຢຸງຮຶງ, ຮອງຫົວໜ້າຄະນະເສດຖະກິດສູນກາງ ຖືວ່າ:
ມີຫຼາຍຮູບແບບຊາວກະສິກອນທັງເປັນຜູ້ອອກແຮງງານໃນຂົງເຂດກະສິກຳ, ທັງເປັນນັກຄົ້ນຄ້ວາກ່ຽວກັບດ້ານວິທະຍາສາດ ກະສິກຳ ແລະ ພ້ອມທັງກໍ່ຮູ້ຈັກການໝູນໃຊ້ໂປແກຼມການຄ້າເອເລັກໂຕນິກ, ໂປແກຼມເຕັກໂນໂລຢີໃໝ່ ເພື່ອຂາຍຜະລິດຕະພັນຂອງຕົນ. ດັ່ງນັ້ນ, ຕ້ອງເຮັດແນວໃດເພືອຍົກສູງລະດັບຄວາມຮູ້ ແລະ ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ເພື່ອໃຫ້ຊາວກະສິກອນເປັນເຈົ້າການໃນຂັ້ນຕອນຜະລິດຂອງຕົນຢ່າງແທ້ຈິງ.
ບໍ່ພຽງແຕ່ທຳການຜະລິດ, ດຳເນີນທຸລະກິດເກັ່ງ ນຳມາເຊິ່ງລາຍຮັບທີ່ໝັ້ນຄົງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ຄອບຄົວເທົ່ານັ້ນ, ມີຫຼາຍຄອບຄົວຊາວກະສິກອນທີ່ເປັນແບບຢ່າງດີເດັ່ນ ຍັງຕັ້ງໜ້າປະກອບສ່ວນໃຫ້ແກ່ສັງຄົມນຳອີກ. ຕາມສະມາຄົມຊາວກະສິກອນ ຫວຽດນາມ ແລ້ວ, ແຕ່ລະປີ, ບັນດາຄອບຄົວຊາວກະສິກອນທຳການຜະລິດ, ດຳເນີນທຸລະກິດເກັ່ງໄດ້ສ້າງວຽກເຮັດງານທຳຢູ່ກັບທີ່ໃຫ້ແກ່ຜູ້ອອກແຮງງານກ່ວາ 5 ລ້ານຄົນ, ຊ່ວຍຄອບຄົວຊາວກະສິກອນກ່ວາ 200.000 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.
ມະຕິຂອງກອງປະຊຸມຄັ້ງທີ V, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ວ່າດ້ວຍກະສິກຳ, ຊາວກະສິກອນ, ຊົນນະບົດ ຮອດປີ 2030, ວິໄສທັດຮອດປີ 2045, ຢັ້ງຢືນວ່າ: ກະສິກຳແມ່ນທ່າໄດ້ປຽບແຫ່ງຊາດ, ເປັນເສົາຄ້ຳຂອງພື້ນຖານເສດຖະກິດ. ໃນນັ້ນກໍ່ຢັ້ງຢືນວ່າ ຊາວກະສິກອນແມ່ນເຈົ້າຂອງ, ໃຈກາງຂອງວິວັດການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່. ຢາກປະຕິບັດໄດ້ບົດບາດເປັນເຈົ້າການ ແລະ ສົມກັບທີ່ຕັ້ງເປັນໃຈກາງ, ຊາວກະສິກອນໃນປັດຈຸບັນ ພວມຍົກສູງກຳລັງຄວາມສາມາດຜ່ານການຫັນເປັນພູມປັນຍາ, ສຳຜັດກັບຈິນຕະນາການໃໝ່, ຄວາມຮູ້ໃໝ່, ເຕັກໂນໂລຢີໃໝ່, ທັກສະໃໝ່ ຢ່າງບໍ່ຢຸດຢັ້ງ, ຈາກນັ້ນ ກໍຢັ້ງຢືນ ແລະ ສະແດງໃຫ້ເຫັນຄຸນນະທາດຂອງຊາວກະສິກອນທີ່ເປັນມືອາຊີບ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

