ແຂວງ ກາເມົາ ສ້າງເງື່ອນໄຂສະດວກພັດທະນາການທ່ອງທ່ຽວ

ເຂດທ່ອງທ່ຽວຕາມທຳມະຊາດ ເມື່ອຍງອດ ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2015. ນີ້ແມ່ນຫນຶ່ງໃນບັນດາເຂດທ່ອງທ່ຽວທີ່ໄດ້ສ້າງຂຶ້ນໄວກວ່າໝູ່ຢູ່ ຕາແສງ ແຄງບີງ ເມືອງ ເຈີນວັນເທີຍ. ອ້າຍ ຟ້າມຢູຍແຄງ ເຈົ້າຂອງເຂດທ່ອງທ່ຽວ ເມື່ອຍງອດ ໃຫ້ຮູ້ວ່າ: ເບື້ອງຕົ້ນ ເຂດທ່ອງທ່ຽວຂອງຄອບຄົວອ້າຍ ມີພຽງສອງສາມເຮັກຕາ ແຕ່ມາຮອດປະຈຸບັນ ໄດ້ຂະຫຍາຍເປັນ 60 ເຮັກຕາແລ້ວ ໂດຍໄດ້ປູກຕົ້ນໄມ້ກິນໝາກ ແລະ ເປີດກວ້າງ “ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງ ” ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.ຈາກນັ້ນ ຄອບຄົວອ້າຍ ເລືອກເອົາການບໍລິການ “ໄປຈັບເຜິ້ງ” ແມ່ນຜະລິດຕະພັນທ່ອງທ່ຽວຕົ້ນຕໍ.

ສະຖານທີ່ທ່ອງທ່ຽວຕາມທຳມະຊາດ ເມື່ອຍງອດ ໂດຍນັກທ່ອງທ່ຽວຮູ້ຈັກເຖິງແມ່ນ ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງ.ແຂກມາທີ່ນີ້ ແມ່ນຢາກເຂົ້າຮ່ວມການໄປຫາເຜິ້ງ. ອາຊີບກ່າຍໄມ້ໃຫ້ເຜິ້ງເຮັດຮັງສົມທົບກັບການທ່ອງທ່ຽວຊ່ວຍໃຫ້ນັກທ່ອງທ່ຽວມີປະສົບການ ແລະ ມີຄວາມມ່ວນຊື່ນກັບການທ່ອງທ່ຽວທີ່ສຸດ. ໄລຍະຈະມາເຖິງ ພ້ອມກັບ ອຳນາດການປົກຄອງທ້ອງຖິ່ນ ພວກຂ້າພະເຈົ້າຈະເລືອກເອົາມື້ຫນຶ່ງເພື່ອຈັດງານບຸນນ້ຳເຜິ້ງ ເພື່ອໃຫ້ທຸກຄົນຮູ້ຈັກເຖິງອາຊີບທີ່ເປັນມູນເຊື້ອນີ້ ຫລາຍກວ່າອີກ

ເລື່ອງ ປະຊາຊົນຢູ່ ປ່າ ອູມີງ ໄດ້ ແລະ ພວມຍາດແຍ່ງທ່າໄດ້ປຽບທີ່ມີຢູ່ແລ້ວຂອງທ້ອງຖິ່ນ ເພື່ອພັດທະນາການທ່ອງທ່ຽວຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ ແມ່ນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຊົມ. ປ້າ ຫງວຽນທິຕວຽດຮົ່ງ ນັກທ່ອງທ່ຽວ ຢູ່ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

ມາທ່ຽວຢູ່ນີ້ ຂ້າພະເຈົ້າເຫັນວ່າໄດ້ໃກ້ຊິດກັບທຳມະຊາດ ເພາະເປັນຄັ້ງທຳອິດທີ່ເຫັນປະຈັກຕາການຫາປາທີ່ເປັນເອກະລັກຂອງຊາວທ້ອງຖິ່ນ. ຢູ່ຕົວເມືອງ ພວກຂ້າພະເຈົ້າບໍ່ເຄີຍເຫັນຈັກເທື່ອ.

ແຂກທ່ອງທ່ຽວໄດ້ສຳຜັດກັບການຫາປ່າ

ຖ້າຫາກປະຊາຊົນ ເຂດປ່າ ອູມີງ ຍາດແຍ່ງທ່າໄດ້ປຽບຈາກທຳມະຊາດ ເພື່ອເຮັດການບໍລິການຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ, ສ່ວນປະຊາຊົນເມືອງ ງອກຫຽນ ພັດຂຸດຄົ້ນເສັ້ນທາງ ໂຮ່ຈີມິນ ໄດ້ຢ່າງມີປະສິດທິຜົນ ເພື່ອພັດທະນາການທ່ອງທ່ຽວຕາມທຳມະຊາດ. ທ່ານ ຫງວຽນວັນຮົນ ຫົວຫນ້າເຂດທ່ອງທ່ຽວ ຮ່ວາງຮົນ ເມືອງ ງອກຫຽນ ໃຫ້ຮູ້ວ່າ:

ທິວທັດທຳມະຊາດທີ່ສວຍງາມ ແບບປະຖົມປະຖານ ແມ່ນທ່າໄດ້ປຽບຂອງເຂດນີ້. ປະຈຸບັນຢູ່ ແຂວງ ກາເມົາ ມີຫລາຍຄົນໄດ້ມີແນວຄວາມຄິດຢາກພັດທະນາການທ່ອງທ່ຽວ. ແລະ ນອກນັ້ນ ກໍຍັງມີທ່າໄດ້ປຽບອີກອັນຫນຶ່ງ ນັ້ນແມ່ນເສົາຫລັກໝາຍ ແຫລມກາເມົາ ຕັ້ງຢູ່ຕາແສງ ເດີດໝູຍ ຊື່ງເກືອບຄືວ່າແມ່ນທະເລອ້ອມຮອບ ສະນັ້ນ ພັດທະນາບໍລິການທ່ອງທ່ຽວໄດ້ດີທີ່ສຸດ

ທ່ານ ຕຽວມີງຕຽນ ຮອງຫົວຫນ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ກາເມົາ ໃຫ້ຮູ້ວ່າ: ພ້ອມກັບ ປະຊາຊົນ ໄລຍະຜ່ານມາແຂວງ ກາເມົາ ໄດ້ສຸມໃສ່ລົງທຶນ ຍົກລະດັບບັນດາຜະລິດຕະພັນພິເສດ, ບໍລິການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງ ເພື່ອດຶງດູດແຂກທ່ອງທ່ຽວ. ມາຮອດປະຈຸບັນ ບັນດາໝາກຜົນນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເມື່ອສອງອາຊີບ “ກ່າຍໄມ້ໃຫ້ເຜິ້ງເຮັດຮັງ” ແລະ “ເຮັດປູທະເລດອງ” ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທຳລະດັບຊາດ.

ປູ່ ກາເມົາ ກໍແມ່ນຜະລິດຕະພັນໜຶ່ງທີ່ມີຊື່ສຽງ

ບັນດາຜະລິດຕະພັນຄື ນ້ຳເຜີ້ງ ອູມີງຫ້າ, ປູ ນຳກັນ, ກຸ້ງແຫ້ງ ແຣກກົກ…. ແມ່ນເປັນທີ່ຮູ້ຈັກຂອງບັນດານັກທ່ອງທ່ຽວ. ໃນປີນີ້ ແຂວງ ກາເມົາ ຈະສ້າງຕັ້ງ “ໝູ່ບ້ານວັດທະນະທຳທ່ອງທ່ຽວ” ຢູ່ ຕາແສງ ເດີດໝູຍ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວຮູ້ຈັກກ່ຽວກັບບັນດາອາຊີບທີ່ເປັນມູນເຊື້ອ, ຜະລິດຕະພັນພິເສດຂອງທ້ອງຖິ່ນນີ້. ທ່ານ ຕຽວມີງຕຽນ ຮອງຫົວຫນ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ກາເມົາ ແບ່ງປັນວ່າ:

ທ່ອງທ່ຽວວົງຄະນາຍາດ ແມ່ນບໍລິການທ່ອງທ່ຽວຕົ້ນຕໍຂອງແຂວງ ນັ້ນແມ່ນຈຸດນັດພົບສຳຄັນ. ພິເສດ ໂດຍປະຕິບັດໂຄງການພັດທະນາການທ່ອງທ່ຽວປີ 2021 ແຂວງ ກາເມົາ ຈະກຳນົດທິດພັດທະນາຜະລິດຕະພັນທ່ອງທ່ຽວກະສິກຳ ຕິດພັນກັບບັນດາຜະລິດຕະພັນ OCOPຂອງແຂວງເພື່ອຜະລິດອອກຫລາຍຜະລິດຕະພັນພິເສດຂອງແຂວງຕື່ມອີກ.”

ປະຈຸບັນທົ່ວແຂວງກາເມົາມີເຂດທ່ອງທ່ຽວສະຖານທີ່ທ່ອງທ່ຽວຕາມທຳມະຊາດໂດຍວົງຄະນາຍາດຈັດຂຶ້ນ 14 ແຫ່ງ. ເລື່ອງຊາວທ້ອງຖິ່ນເຮັດບໍລິການທ່ອງທ່ຽວຕາມທຳມະຊາດ ໄດ້ຊ່ວຍສ້າງຄວາມດຶງດູດສະເພາະຂອງຂະແຫນງທ່ອງທ່ຽວແຂວງປະກອບສ່ວນນຳ “ການທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມ” ຂອງທ້ອງຖິ່ນ.