ບ້ານ ຫວຍຮົກ ຕາແສງ ນ້ຳແກ່ ເມືອງ ເມື່ອງແຍ໊ ແຂວງ ດ້ຽນບຽນ (ພາບ:VOV5) |
ບັນດາຄອບຄົວຍ້າຍມາຕັ້ງຖິ່ນຖານພູມລຳເນົາຢູ່ແຫ່ງໃຫມ່ ລ້ວນແຕ່ໄດ້ຮັບເຮືອນຫລັງໃຫມ່ໂດຍລັດກໍ່ສ້າງໃຫ້ ແລະ ໄດ້ຮັບການຫນູນຊ່ວຍການຜະລິດ ຕາມບັນດາໂຄງການເປົ້າໝາຍແຫ່ງຊາດ ເພື່ອຮັບປະກັນການດຳລົງຊີວິດ. ທ່ານ ຫງວຽນກວາງຮຶງ, ເລຂາພັກເມືອງ ເມື່ອງແຍ໊ ໃຫ້ຮູ້ວ່າ:
“ເມືອງ ເມື່ອງແຍ໊ ຕັ້ງຫນ້າປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໂຄງການກໍ່ສ້າງຊົນນະບົດໃຫມ່, ໂຄງການພັດທະນາເສດຖະກິດ, ສັງຄົມ ຢູ່ບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ເຂດຫ່າງໄກສອກຫຼີກ. ບັນດາໂຄງການນີ້ມີຄຸນປະໂຫຍດອັນໃຫຍ່ຫລວງ ກ່ຽວກັບການປັບປຸງຊີວິດການເປັນຢູ່, ສ້າງວຽກເຮັດງານທຳ, ຫາເງິນລ້ຽງຊີບໃຫ້ແກ່ພໍ່ແມ່ປະຊາຊົນ. ຊີວິດຂອງປະຊາຊົນຢູ່ທີ່ນີ້ໄດ້ມີການປ່ຽນແປງເທື່ອລະກ້າວ, ພິເສດ ອັດຕາຄອບຄົວອຶດຫິວທຸກຍາກແມ່ນຫລຸດລົງ. ເມື່ອງແຍ໊ ແມ່ນຫນຶ່ງໃນຈຳນວນ 62 ເມືອງທຸກຍາກກວ່າໝູ່ຂອງທົ່ວປະເທດ. ກ່ອນນີ້ ຈຳນວນຄອບຄົວທຸກຍາກແມ່ນສູງກວ່າ 80% ປະຈຸບັນ ຫຼຸດລົງມາຍັງເຫລືອ ກວ່າ 60%, ໃນນັ້ນ ມີບາງຕາແສງ ອັດຕາຄອບຄົວທຸກຍາກໄດ້ຫລຸດລົງເຫລືອພຽງ 38%”.
ນັກຮຽນໄປໂຮງຮຽນ (ພາບ:VOV5) |
ຊາວບ້ານ ຫວຍຮົກ ດຳລົງຊີວິດແມ່ນອີງໃສ່ຂະແຫນງກະສິກຳປ່າໄມ້, ເຮັດໄຮ່ເຮັດນາ, ລ້ຽງສັດ, ປູກ ພືດຜັກ, ປູກຕົ້ນຢາງພາລາ, ຕົ້ນໄມ້ກິນຫມາກ. ອຳນາດການປົກຄອງທ້ອງຖິ່ນ ໄດ້ໂຄສະນາຂົນຂວາຍ ແລະ ແນະນຳໃຫ້ປະຊາຊົນທຳການປູກຝັງເປັນກະເສດສຸມ, ເພີ່ມລະດູການ ແລະ ດັດປັບດິນໄຮ່, ສຳລັບຊາວບ້ານເອງ ກໍ່ໄດ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ດຸໝັ່ນຂະຫຍັນພຽນ ອອກແຮງງານທຳການຜະລິດ. ຍ້ອນເຫດນັ້ນ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ ບ້ານຫວຍຮົກ ຈຶ່ງນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ. ອ້າຍ ວື່ອາຕູ໊ ຢູ່ ບ້ານຫວຍຮົກ ເລົ່າສູ່ຟັງວ່າ:
ຕຳຫຼວດ, ພະນັກງານລົງຢ້ຽມຢາມພໍ່ແມ່ພີ່ນ້ອງ ບ້ານຫວຍຮົກ (ພາບ:VOV5) |
ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫລືອຈາກລັດ ພ້ອມກັບຄວາມມານະພະຍາຍາມດຸໝັ່ນອອກແຮງານທຳການຜະລິດ ຂອງພໍ່ແມ່ປະຊາຊົນຊາວເຜົ່າມົ້ງ, ບ້ານຫວຍຮົກ ຈຶ່ງມີໂສມຫນ້າໃຫມ່, ມີການປ່ຽນແປງຫລາຍທີ່ສຸດ. ຊາວບ້ານ ຫວຍຮົກ ມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ. ປະຈຸບັນ ຊີວິດໃຫມ່ຂອງປະຊາຊົນຢູ່ ບ້ານຫວຍຮົກ ແມ່ນມີຄວາມອີ່ມໜຳສຳລານສົມບູນພູນສຸກກວ່າກ່ອນນີ້ຕັ້ງຫລາຍເທົ່າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


