ມານະພະຍາຍາມຍົກເລີກບັດເຫລືອງຂອງ EC (ພາບ: TTXVN) |
ທີ່ກອງປະຊຸມຕີລາຄາ 2 ປີແຫ່ງການຜັນຂະຫຍາຍໂຄງການ “ວິສາຫະກິດເຮັດທຸລະກິດສິນທະເລ ໄດ້ມີຄຳໝັ້ນສັນຍາຕ້ານການຂຸດຄົ້ນ IUU ດຳເນີນໄປແຕ່ວັນທີ 25 ກັນຍາ ຢູ່ ນະຄອນ ໂຮ່ຈິມີນ ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຢືນຢັນວ່າ ໝາກຜົນຕັ້ງຫນ້າທີ່ສຸດ ນັ້ນແມ່ນ ຊາວປະມົງ ບໍ່ລະເມີດເຂດຂຸດຄົ້ນທີ່ຂຶ້ນກັບໄຫລ່ທະວີບ ຂຶ້ນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ນັບມື້ນັບເປັນເຈົ້າການບັນທຶກໄລຍະທາງການຫາສິນທະເລ, ປະກອບອຸປະກອນຕິດຕາມການຫາສິນທະເລ ແລະ … ກຳປັ່ນຫາປາ.
ຢູ່ ແຂວງ ກຽນຢາງ ຊື່ງແມ່ນຫນຶ່ງໃນບັນດາທ້ອງຖິ່ນແຄມທະເລຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າໝູ່ຈາກ ບັດເຫລືອງ ຂອງ ເອີລົບ ນັບແຕ່ເມື່ອກົດໝາຍວ່າດ້ວຍສິນໃນນ້ຳປີ 2019, ດຳລັດເລກທີ 26 ແລະ ດຳລັດ ເລກທີ 42 ພ້ອມກັບັນດາເອກະສານແນະນຳປະຕິບັດເລີ່ມມີຜົນສັກສິດນັບແຕ່ຕົ້ນປີ, ແຂວງ ໄດ້ເພີ່ມທະວີການຕິດຕັ້ງອຸປະກອນຕິດຕາມການຫາສິນທະເລ, ເຊື່ອມຈອດກັບປ້ອມຕິດຕາມຢູ່ແຄມຝັ່ງ ເພື່ອຄຸ້ມຄອງບັນດາພາຫະນະອອກຝັ່ງ. ມາຮອດທ້າຍເດືອນກັນຍາ ທົ່ວແຂວງ ມີກຳປັ່ນກວ່າ 2900 ລຳໄດ້ຕິດຕັ້ງອຸປະກອນຕິດຕາມ, 92,5% ກຳປັ່ນຫາປາ ມີລວງຍາວ 24 ແມັດຂຶ້ນໄປໄດ້ຕິດຕັ້ງອຸປະກອນຕິດຕາມແລ້ວ. ພິເສດ ຄວາມຮັບຮູ້ຂອງຊາວປະມົງຕໍ່ຄວາມສຳຄັນ ຂອງບັນຫານີ້ກໍ່ໄດ້ເພີ່ມຂຶ້ນຢ່າງເຫັນໄດ້ຊັດ. ອ້າຍ ຫງວຽນແທງຄຽດ ລູກເຮືອຂອງກຳປັ່ນຫາປານອກຝັ່ງ ຢູ່ ກຽນຢາງໃຫ້ຮູ້ວ່າ:
“ຊາວປະມົງເມື່ອໄປຫາປາຢູ່ນອກຝັ່ງຕ້ອງຕິດຕັ້ງອຸປະກອນຕິດຕາມ ຮັບປະກັນຄວາມປອດໄພໃນການທຳມາຫາກິນ ຫລີກລ້ຽງການລະເມີດເຂດທະເລຕ່າງປະເທດ. ນອກນັ້ນ ບັນທຶກໄລຍະທາງຫາປາອີກເພື່ອລາຍງານຕໍ່ພະນັກງານຄຸ້ມຄອງ”
ສຳລັບວຽກງານການຄຸ້ມຄອງ, ແຕ່ລະເດືອນ ຄະນະຄຸ້ມຄອງທ່າກຳປັ່ນຫາປາ ຢູ່ ບໍລິເວນແຂວງ ກຽນຢາງ ລ້ວນແຕ່ສ້າງ ແລະ ລວບລວມບັນຊີລາຍຊື່ກຳປັ່ນທີ່ໄດ້ມອບບັນທຶກໄລຍະທາງຫາປາ, ການບັນທຶກເກັບຊື້ ແລະ ລາຍງານການຂຸດຄົ້ນສິນທະເລໃຫ້ພະແນກສິນທະເລຕາມການກຳນົດ. ຄຽງຂ້າງນັ້ນ ກຳປັ່ນທັງໝົດກ່ອນທີ່ເຂົ້າທຽບທ່າຕ້ອງລາຍງານໃຫ້ຄະນະຄຸ້ມຄອງທ່າກຳປັ່ນຫາປາ ຮັບຊາບກ່ອນຊົ່ວໂມງຫນຶ່ງ ເພື່ອກຳແຫນ້ນຂໍ້ມູນຂ່າວ ກວດກາປະລິມານການຜະລິດ, ປະເພດສິນທະເລ. ທ່ານ ໂດ໋ຊວນວີງ ຜູ້ອຳນວຍການທ່າກຳປັ່ນຫາປາ ແຂວງ ກຽນຢາງ ຢືນຢັນວ່າ:
“ເມື່ອໄດ້ຮັບຂ່າວ ພະນັກງານຄຸ້ມຄອງຈະປຽບທຽບກັບບັນຊີລາຍຊື່ກຳປັ່ນຫາປາຜິດກົດໝາຍ. ຖ້າຫາກກຳປັ່ນນັ້ນນອນໃນບັນຊີລາຍຊື່ດັ່ງກ່າວ ທ່າກຳປັ່ນຫາປາບໍ່ອະນຸຍາດໃຫ້ຂົນສິນທະເລ ພ້ອມທັງແຈ້ງໃຫ້ຫນ່ວຍກວດກາຮັບຊາບເພື່ອແກ້ໄຂຕາມການກຳນົດ”
ສຳລັບບັນດາວິສາຫະກິດເຮັດທຸລະກິດສິນທະເລ ໄດ້ເປັນເຈົ້າການປະຕິບັດຫລາຍມາດຕະການຢ່າງຂ້ຽວຂາດ ເພື່ອພະຍາຍາມຍົກເລີກ ບັດເຫລືອງ. ຕາມບົດລາຍງານ, ຮອດທ້າຍເດືອນກັນຍາ ມີກວ່າ 60 ວິສາຫະກິດເຮັດທຸລະກິດສິນທະເລ ໄດ້ມີຄຳໝັ້ນສັນຍາຕ້ານການຂຸດຄົ້ນ IUU ດ້ວຍເລື່ອງເຄົາລົບຫລັກການພຽງແຕ່ເກັບຊື້ສິນທະເລຈາກກຳປັ່ນຫາປາມີຫນັງສືອະນຸຍາດ, ບັນທຶກການຫາປາ ແລະ ໃບຢັ້ງຢືນຂອງທ່າກຳປັ່ນຫາປາ.
ເປັນທີ່ຈະແຈ້ງແລ້ວວ່າ ຄວາມມານະພະຍາຍາມຍົກເລີກ ບັດເຫລືອງຂອງຂະແຫນງສິນທະເລພວມປະຕິບັດຢ່າງຕັ້ງຫນ້າ, ບັນລຸຄວາມຄືບຫນ້າຫລາຍຢ່າງ. ເຖິງແນວນັ້ນກໍຕາມ ໃນພາຍພາກຫນ້າຍັງມີຫລາຍວຽກຕ້ອງເຮັດ. ທ່ານ ຟຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເນັ້ນຫນັກວ່າ:
“ພວກເຮົາຍັງປະສົບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ອາດຢັ້ງຢືນໄດ້ວ່າ ລະບົບກົດໝາຍ, ນະໂຍບາຍຂອງຫວຽດນາມ ໄດ້ສ້າງສຳເລັດສົບບູນແບບເທື່ອລະກ້າວ. ການຄຸ້ມຄອງກຳປັ່ນຫາປາກໍ່ມີຄວາມເປັນລະບຽບຮຽບຮ້ອຍ, ເປັນລະບົບ. ການແຈ້ງຕົ້ນກຳເນີດກໍ່ມີຄວາມຄືບຫນ້າດີ. ສະນັ້ນ ຖ້າຫາກທັງລະບົບການເມືອງ ພ້ອມກັບບັນດາແຂວງ, ນະຄອນ ເຂົ້າຮ່ວມວຽກງານນີ້ ພວກເຮົາຈະຍົກເລີກບັດເຫລືອງຂອງເອີລົບໂດຍໄວ.”
ດ້ວຍຄວາມຕັດສິນໃຈ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ວິສາຫະກິດ ແລະ ຊາວປະມົງ ພວກເຮົາມີພື້ນຖານເພື່ອເຊື່ອໝັ້ນວ່າ ບັດເຫລືອງ ຂອງເອີລົບ ສຳລັບສິນທະເລຫວຽດນາມ ຈະຖືກຍົກເລີກໂດຍໄວ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
