ວັນທີ 08 ເມສາ, ຕໍ່ໜ້າເລື່ອງວັນທີ 07 ເມສາ 2026 (ຕາມເວລາທ້ອງຖິ່ນ), ອາເມລິກາ ແລະ ອີຣານ ບັນລຸໄດ້ຂໍ້ຕົກລົງຢຸດຍິງຊົ່ວຄາວ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່່າ: “ຫວຽດນາມ ຊົມເຊີຍຂໍ້ຕົກລົງຢຸດຍິງທີ່ຫາກໍ່ບັນລຸໄດ້ໃນວັນທີ 07 ເມສາ 2026 ລະຫວ່າງ ອາເມລິກາ ແລະ ອີຣານ, ບາດກ້າວສຳຄັນເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ກ້າວໄປສູ່ການຟື້ນຟູສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພຢູ່ພາກພື້ນ ຕາເວັນອອກກາງ ຄືນໃໝ່”.
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ລະງັບໃຈ, ມີການກະທຳໂດຍມີຄວາມຮັບຜິດຊອບ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ; ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ສາມັນຊົນ, ບັນດາພື້ນຖານໂຄງລ່າງພົນລະເຮືອນ ກໍຄືຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ພາກພື້ນ; ຕັ້ງໜ້າໂອ້ລົມສົນທະນາເພື່ອຊອກຫາມາດຕະການແກ້ໄຂຢ່າງສັນຕິວິທີແບບຍືນຍົງໃຫ້ບັນດາຄວາມບໍ່ລົງລອຍກັນ ບົນຫຼັກການພື້ນຖານຂອງກົດໝາຍສາກົນ.
