​ຕ​ອນ​ບ່າຍ​ວັນ​ທີ 08 ເມ​ສາ, ຢູ່ ຮ່າ​ໂນ້ຍ, ສະ​ຖານ​ທູດ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ​ສ​ສ. ຫວຽດ​ນາມ ໄດ້​ຈັດພິ​ທີ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ພ​.ສ 2569 ຢ່າງ​ສົມ​ກຽດ.

ເຂົ້າ​ຮ່ວມ​ເຫດ​ການ​ມີ​ທ່ານ ເລ​ຮ​ວ່າຍ​ຈຸງ, ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ ຫວຽດ​ນາມ; ທ່ານ​ນາງ ວ​ໍ​ທິ​ແອັງ​ຊວັນ, ເລ​ຂາທິ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ການ​ນຳ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການສູນ​ກາງ, ບັນ​ດາ​ແຂວງ, ນະ​ຄອນ ແລະ ອົງ​ການ, ໝູ່​ຄະ​ນະ, ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ 2 ປະ​ເທດ.

ກ່າວ​ຄຳ​ເຫັ​ນ​ທີ່​ພິ​ທີ, ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັ​ນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຕ້ອ​ນ​ຮັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ ​ສ​ສ.ຫວຽດ​ນາມ ເຂົ້າ​ຮ່ວມ, ຜ່ານນັ້ນກໍ່​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ເພື່ອນ​ມິດ​ສະ​ຫາຍ, ອ້າຍ​ນ້ອງ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ ແລະ ສາຍ​ພົວ​ພັນ​ແບບ​ພິ​ເສດ​ມີ​ໜຶ່ງບໍ່​ມີ​ສອງ​ໃນ​ໂລກ​ລະ​ຫວ່າງ 2 ປະ​ເທດ. ບຸນ​ປີ​ໃໝ່​ແມ່ນ​ໜຶ່ງໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ທີ່​ສຸດ​ຂອງ ລາວ, ມີ​ຄວາມ​ໝາຍ​ທີ່​ຄ້າຍ​ຄື​ກັນ​ກັບ ບຸນ​ເຕັດ​ຂອງ ຫວຽດ​ນາມ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ເຕົ້າ​ໂຮມ​ກັນ, ອວຍ​ພ​ອນ​ສິ່ງ​ໂຊກ​ລາບ ແລະ ຄວາມ​ຜາ​ສຸກ. ນີ້ກໍ່​ແມ່ນ​ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ເຊິ່ງ​ໄດ້​ຈັດ​ຂຶ້​ນໃນ​ທຸກໆ​ປີ.