ວັນທີ 08 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ໄດ້ອອກແຈ້ງການໃຫ້ຮູ້ວ່າ ໂດຍຕອບຮັບຄຳເຊີນຈາກກະຊວງການຕ່າງປະເທດ ສປປ.ເກົາຫຼີ, ທ່ານ ຫວາງອີ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ເດີນທາງໄປຢ້ຽມຢາມ ສປປ. ຈີນ ນັບແຕ່ວັນທີ 9 – 10 ເມສາ. ນີ້ແມ່ນການຢ້ຽມຢາມທາງການ ສປປ. ເກົາຫຼີ ເປັນຄັ້ງທຳອິດຂອງທ່ານ ຫວາງອີ ນັບແຕ່ປີ 2019.
ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ໃນຕອນບ່າຍວັນດຽວກັນ, ທ່ານ ໝາວໜິງ ໂຄສົກກະຊວງກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານ ຫວາງອີ ຄັ້ງນີ້ ແມ່ນມາດຕະການແກ້ໄຂສຳຄັນເພື່ອໃຫ້ສອງຝ່າຍປະຕິບັດຄຳເຫັນດີເຫັນພ້ອມທີ່ບັນລຸໄດ້ລະຫວ່າງບັນດາການນຳຂັ້ນສູງສອງພັກ, ສອງລັດ, ກໍຄື ຊຸກຍູ້ການພັດທະນາຂອງສາຍພົວພັນສອງຝ່າຍ.
ການຢ້ຽມຢາມຂອງທ່ານ ຫວາງອີ ໄດ້ດຳເນີນ ພາຍຫຼັງທີ່ ຈີນ ແລະ ສປປ.ເກົາຫຼີ ຫວ່າງມໍ່ໆມານີ້ ໄດ້ເຊື່ອມຕໍ່ຄືນບັນດາການບໍລິການທາງລົດໄຟ ແລະ ທາງອາກາດເຊື່ອມຕໍ່ໂດຍກົງ ເຊິ່ງເປັນຄັ້ງທຳອິດນັບແຕ່ພາຍຫຼັງໂລກລະບາດ ໂຄວິດ - 19.
ນັກຂ່າວ VOV ປະຈຳ ຈີນ
