ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA.
