ຕອນເຊົ້າວັນທີ 9 ເມສາ 2026 ທ່ານ ເຈິ່ນ​ເກິມ​ຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນນິດ ຫວຽດນາມ, ນຳພາຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມ ສ​ປ​ປ.ລາວ ຢ່າງເປັນທາງການ ແລະ ຣາຊະອານາຈັກກຳປູເຈຍ ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານ ສົມເດັດ ຊາ​ຍ​ຊຸມ, ຮອງປະທານພັກປະຊາຊົນກຳປູເຈຍ. ຫົວໜ້າຄະນະປະຈຳ​ການ​ຄະນະປະຈຳການສູນກາງພັກປະຊາຊົນກຳປູເຈຍ,​ ການຢ້ຽມຢາມ​ໄດ້ດໍາເນີນໄປແຕ່ ວັນທີ 9-10 ເມສາ.

ຕອນ​ເຊົ້າ​ວັນ​ທີ 09 ​ເມ​ສາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ທີ່​ນະ​ຄ​ອ​ນ​ຫຼວງ ວຽງ​ຈັນ, ປະ​ເທດ ລາວ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​​ທິ​ການສູນ​ກາງ​ພັກ ແລະ ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ, ຜູ້​ປະ​ຈຳ​ການ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ແລກ​ປ່ຽນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ເພື່ອ​ແນ​ໃສ່ສືບ​ຕໍ່​ຮັດ​ແໜ້ນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ທີ່​ກ່ຽ​ວ​ຂ້ອງ ຂອງ 2 ປະ​ເທດ.

ບັນ​ດາ​ເອ​ກະ​ສານ​ລວມ​ມີ: ແຜນ​ຮ່າງ​ການ​ຮ່ວມ​ມື​ວຽກ​ງານສຳ​ເນົາເອ​ກະ​ສານ ແລະ ຫໍ​ສະ​ໝ​ຸດ​ໄລ​ຍະ 2026 2030 ລະ​ຫວ່າງ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກັບ​ຫ້ອງວ່າ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ; ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ລະ​ຫວ່າງ​ແຂວງ ດ້ຽນ​ບຽນ ແລະ ແຂວງ ຫຼວງ​ນ້ຳ​ທາ ໄລ​ຍະ 2026 2029.

ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ຮອບ​ດ້ານ, ບັນ​ລຸ​ໝາກ​ຜົນ​ແທດ​ຈິງ​ຫຼາຍ​ຢ່າງໃນ​ທຸກ​ຂົງ​ເຂດ. 2 ຝ່​າຍກໍ່​ໄດ້ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ຢ່າງວ່ອງ​ໄວ, ​ເຊິ່ງເປັນໜຶ່ງ​ນິ​ຍາມ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ການ​ຮ່ວມ​ມື​ຢ່າງ​ເລິ​ກ​ເຊິ່ງ, ກວ້າງ​ຂວ​າງ, ຄົບ​ຊຸດ​ຈາກວິ​ໄສ​ທັດ​ຕະ​ຫຼອດ​ຮອດ​ນະ​ໂຍ​ບາຍ​ລະ​ອ​ຽດ.