ວັນທີ 09 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ ໂດຍຕອບຮັບຄຳເຊີນຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງ ສ.ປ ຈີນ ແລະ ພັນລະຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ຈີນ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 14 ຮອດວັນທີ 17 ເມສາ 2026.
