ເນື່ອງໃນໂອກາດທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈຈາກສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ; ທ່ານ ເລມິນຮຶງ, ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ; ທ່ານ ເຈິ່ນແທັງເໝີ້ນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການນຳຫຼາຍປະເທດ, ພັກການເມືອງໄດ້ສົ່ງໂທລະເລກ, ຈົດໝາຍ ແລະ ສານມາຊົມເຊີຍ.
ທ່ານ Miguel Diaz Canel, ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ ໄດ້ອວຍພອນທ່ານ ໂຕເລິມ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ແລະ ຢຶນຢັນເຈດຈຳນົງຢ່າງໝັ້ນແກ່ນໃນເລື່ອງ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືແບບພິເສດລະຫວ່າງ 2 ປະເທດ.
ສ່ວນທ່ານ Kim Jong Un, ເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ, ປະທານແຫ່ງລັດ ສປປ.ເກົາຫຼີ ສະແດງຄວາມເຊື່ອໝັ້ນວ່າ ບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງຂອງ 2 ປະເທດໃນເດືອນ ຕຸລາ 2025 ຢູ່ ພຽງຢາງ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຊົນ 2 ປະເທດ.
ໂດຍຕາງໜ້າໃຫ້ລັດຖະບານ ອາເມລິກາ, ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສົ່ງສານຊົມເຊີຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ເລມິນຮຶງ. ໃນສານດັ່ງກ່າວ, ທ່ານລັດຖະມົນຕີ Marco Rubio ໃຫ້ຮູ້ວ່າ ອາເມລິກາ ຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ ທີ່ໄດ້ສ້າງຕັ້ງເປັນເວລາກວ່າ 3 ທົດສະວັດດ້ວຍນ້ຳໃຈມິດຕະພາບທີ່ນັບມື້ນັບໜັກແໜ້ນ, ເຄົາລົບເຊິ່ງກັນແລະກັນ ແລະ ກັບບັນດາຜົນປະໂຫຍດລວມ.
ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ກາຊັກສະຖານ, ບັນດາການນຳ ມົງໂກນ, ທ່ານປະທານາທິບໍດີ ນີກາຣາກົວ… ກໍ່ໄດ້ສົ່ງຈົດໝາຍຊົມເຊຍເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ; ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເຊັ່ນດຽວກັນ.
