ລະບົບລູກສອນໄຟ HIMAR ທີ່ ອາເມລິກາ ໄດ້ຊ່ວຍເຫຼືອໃຫ້ແກ່ກອງທັບ ຢູແກຼນ (ພາບ:Wall Street Journal) |
ວັນທີ 3 ມີນາ, ອຳນາດການປົກຄອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ຈະຢຸດຕິການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ. ຕາມເຈົ້າໜ້າທີ່ທຳນຽບຂາວແລ້ວ, ທ່ານປະທານາທິບໍດີ Donald Trump ຢາກສຸມໃສ່ສ້າງສັນຕິພາບ ແລະ ອາເມລິກາ ຕ້ອງການບັນດາຄູ່ຮ່ວມມືພ້ອມກັນໃຫ້ຄຳໝັ້ນສັນຍາດ້ວຍຈຸດປະສົງດັ່ງກ່າວ. ຕາມເຈົ້າໜ້າທີ່ທ່ານນີ້ແລ້ວ, ອາເມລິກາ ຈະຢຸດຕິ ແລະ ສຳຫຼວດກວດຄືນການຊ່ວຍເຫຼືອດ້ານການທະຫານໃຫ້ແກ່ ຢູແກຼນ ເພື່ອຮັບປະກັນສິ່ງດັ່ງກ່າວຈະຊ່ວຍມຸ່ງໄປເຖິງມາດຕະການຢຸດຕິການປະທະກັນທີ່ແກ່ຍາວເຂົ້າເປັນປີທີ 4 ແລ້ວ.
ກໍໃນວັນດຽວກັນ, ທ່ານປະທານາທິບໍດີ Donald Trump ກໍໃຫ້ຮູ້ວ່າ ຂໍ້ຕົກລົງບໍ່ແຮ່ທາດລະຫວ່າງ ອາເມລິກາ ແລະ ຢູແກຼນ ຍັງອາດສາມາດລົງນາມໄດ້ ແຕ່ທ່ານປະທານາທິບໍດີ Volodymyr Zelensky ຕ້ອງຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງ ອາເມລິກາ ຫຼາຍກວ່າອີກ. ທ່ານກໍຕຳໜິຕິຕຽນການສະແດງທັດສະນະຂອງທ່ານປະທານາທິບໍດີ Zelensky ທີ່ວ່າ ການປະທະກັນລະຫວ່າງ ຢູແກຼນ ແລະ ລັດເຊຍ ຍັງອີກດົນຈຶ່ງຈະຢຸດຕິ. ທ່ານ Trump ຖືວ່າ ນີ້ແມ່ນຖະແຫຼງການອັນຮ້າຍແຮງຂອງທ່ານ Zelensky ແລະ ສິ່ງດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າ ທ່ານປະທານາທິບໍດີ ຢູແກຼນ ຍັງບໍ່ທັນຢາກບັນລຸໄດ້ສັນຕິພາບ ເມື່ອມີການຊ່ວຍເຫຼືອຂອງ ອາເມລິກາ.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

