ສາງສິນຄ້າຢູ່ Los Angeles, ອາເມລິກາ (ພາບ: THX/TTXVN) |
ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງຈັດວາງອັດຕາພາສີສຳລັບ 2 ເປົ້າໝາຍການຄ້າແຖວໜ້າຂອງ ອາເມລິກາ ຍ້ອນຖືວ່າສອງປະເທດນີ້ ຍັງບໍ່ທັນໃຫ້ຄຳໝັ້ນສັນຍາສະກັດກັ້ນຢາເສບຕິດນຳເຂົ້າ ອາເມລິກາ ເທື່ອ.
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 04 ເມສາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ເນັ້ນໜັກວ່າ:
“ອັດຕາພາສີຂອງ ອາເມລິກາ ໄດ້ຈັດວາງເລີ່ມແຕ່ຕອນເຊົ້າມື້ນີ້ ແລະ ມາດຕະການໂຕ້ຕອບຂອງ ການາດາ ກໍເຊັ່ນດຽວກັນ. ການາດາ ຈະປະຕິບັດອັດຕາພາສີ 25% ສຳລັບສິນຄ້າ ອາເມລິກາ ທີ່ມີມູນຄ່າ 155 ຕື້ USD. ບັນດາມາດຕະການຈັດວາງອັດຕາພາສີສຳລັບສິນຄ້າ ອາເມລິກາ ທີ່ມີມູນຄ່າ 30 ຕື້ USD ຈະມີຜົນສັກສິດໃນທັນທີ, ສ່ວນຍັງເຫຼືອ ແມ່ນຈະໄດ້ປະຕິບັດໃນຮອບເວລາ 21 ວັນ”.
ພາຍຫຼັງຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Trudeau, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈະເພີ່ມອັດຕາພາສີໂຕ້ຕອບຄືນ ການາດາ ພາຍຫຼັງທີ່ບັນດາມາດຕະການໂຕ້ຕອບຂອງ ການາດາ ຈັດວາງສຳລັບສິນຄ້າຂອງ ອາເມລິກາ ໃນທັນທີ. ທ່ານ Trump ຄາດຄະເນວ່າ ຈະປະກາດບັນດາອັດຕາພາສີດັ່ງກ່າວສຳລັບຄູ່ຮ່ວມມືການຄ້າຂອງ ອາເມລິກາ ລວມທັງ ການາດາ ແລະ ເມັກຊີໂກ ໃນວັນທີ 02 ເມສາ.
ນັກຂ່າວ VOV ປະຈຳ ອາເມລິກາ.

