ຄຳສັ່ງລົງໂທດຫຼ້າສຸດຂອງ ອາເມລິກາ ຈະເຮັດໃຫ້ຂະແໜງນ້ຳມັນຂອງ ລັດເຊຍ ຖືກຜົນເສຍຫາຍຢ່າງໜັກໜ່ວງ (ພາບ: Reuters)

ນີ້ກໍແມ່ນຄວາມມານະພະຍາຍາມຫຼ້າສຸດຂອງ ວໍຊິງຕັນ ແນໃສ່ສ້າງກຳລັງກົດດັນສຳລັບ ມົດສະກູ ໃນສະພາບການທີ່ອາຍຸການຂອງທ່ານປະທານາທິບໍດີ Joe Biden ໃກ້ຈະສິ້ນສຸດ. ໃນແຈ້ງການຂອງກະຊວງການເງິນ ອາເມລິກາ ໄດ້ຊີ້ແຈ້ງບັນດາຄຳສັ່ງລົງໂທດໃໝ່ ແນໃສ່ເກືອບ 100 ອົງການ, ໃນນັ້ນ ລວມມີຫຼາຍທະນາຄານ ແລະ ບໍລິສັດຂອງ ລັດເຊຍ ທີ່ພວມເຄື່ອນໄຫວໃນຂົງເຂດພະລັງງານ, ເຊິ່ງເຄີຍຖືກ ອາເມລິກາ ລົງໂທດໃນເມື່ອກ່ອນ.

ແຈ້ງການດັ່ງກ່າວ ໄດ້ເນັ້ນໜັ້ກວ່າ ການກະທຳດັ່ງກ່າວແນໃສ່ເພີ່ມທະວີກຳລັງດັນລົງໂທດສຳລັບບັນດາອົງການທີ່ສຳຄັນຂອງ ລັດເຊຍ. ໄປຄຽງຄູ່ກັນນັ້ນ, ວໍຊິງຕັນ ກໍໄດ້ຍົກອອກບັນດາມາດຕະການ ເພື່ອສະກັດກັ້ນຄວາມສາມາດຫຼີກລ້ຽງບັນດາຄຳສັ່ງລົງໂທດຂອງ ລັດເຊຍ ໂດຍຜ່ານທະນາຄານຢູ່ຕ່າງປະເທດ.