ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ເອົາ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV ເຈິ່ນ​ແທັງ​ເໝິ້ນ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ສ​ສ. ຫວຽດ​ນາມ ອາ​ຍຸ​ການ 2026 – 2031, ທ່ານ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ເລ​ມິງ​ຮຶງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດ ສັງ​ຄົ​ມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.

ຕາມ​ແຜນ​ການພາກ​ທີ 2 ຂອງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ປະ​ຖົມ​ມະ​ລຶກ ຈະ​ດຳ​ເນີນ​ແຕ່​ວັນ​ທີ 20 ເມ​ສາ ຫາ​ວັນ​ທີ 23 ເມ​ສາ.