ແຕ່​ວັນ​ທີ15 ເມ​ສາ ຫາ​ວັນ​ທີ 18 ເມ​ສາ 2026, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເຈິ່ນ​ແທັງ​ເໝິ້ນ ແລະ ພັນ​ລະ​ຍາ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ພັນ ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 152 (IPU - 152) ແລະ ດຳ​ເນີນ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຈຳ​ນວນ​ໜຶ່ງ​ຢູ່​ຕວັກ​ກີ. ກ່ຽວ​ກັບ​ຄວ​າມ​ໝາຍ​ຂອງ​ເລື່ອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ IPU – 152 ຢູ່​ຕວັກ​ກີ, ທ່ານນາງ ດັ້ງ​ທິ​ທູ​ຮ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຕວັກ​ກີ ໃຫ້​ຮູ້​ວ່າ ເລື່ອງ​ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ IPU – 152 ໂດຍ​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ທູດ​ລັດ​ຖະ​ສະ​ພາ​ຢູ່​ລະ​ດັບ​ສູງ, ການ​ເຊື່ອມ​ຕໍ່​ກາ​ນ​ທູດຫຼາຍ​ຝ່າຍ ແລະ ສອງ​ຝ່າຍ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນຫຼາຍ​ດ້ານ. ນີ້​ແມ່ນ​ການ​ຜັນ​ຂະ​ຫຍາຍ​ ໃຫ້​ເປັນ​ຈິງ ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດນາມ: ເອ​ກະ​ລາດ, ເປັນ​ເຈົ້ນ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ, ຫັນ​ການ​ພົວ​ພັນ​ທາງ​ການ​ທູດ​ເປັນຫຼາຍ​ຝ່າຍ, ​ອຸ​ດົມ​ສົມ​ບູນ, ພັດ​ທະ​ນາ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ໃນ​ສັງ​ກາດ​ໃໝ່​ສົມ​ກັບ​ເປັນ​ລະ​ດັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ​ຊາດ.