ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບທາງໄກຈາກຫໍປະຊຸມຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ກັບ 36.323 ສະຖານທີ່ເຊື່ອມຈອດຢູ່ຂັ້ນສູນກາງ, ບັນດາແຂວງ, ອົງການໃນທົ່ວປະເທດດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 2,2 ລ້ານຄົນເຂົ້າຮ່ວມຢູ່ບັນດາສະຖານທີ່ເຊື່ອມຈອດ. ຕາມໂຄງການ, ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບັນດາຫົວຂໍ້ “ຂໍ້ກຳນົດກ່ຽວກັບການປະຕິບັດກົດລະບຽບພັກ”, “ມະຕິກ່ຽວກັບການເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ ແລະ ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ລະບຽບວິໄນຂອງພັກ”, “ຂໍ້ກຳນົດກ່ຽວກັບວຽກງານການເມືອງ, ແນວຄິດໃນພັກ”; “ມະຕິວ່າດ້ວຍການສືບຕໍ່ເພີ່ມທະວີການຊີ້ນຳນຳພາຂອງພັກ ຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ໃນໄລຍະໃໝ່”; “ໝາກຜົນຂອງກອງປະຊຸມສູນກາງສອງກ່ຽວກັບການພັດທະນາເສດຖະກິດສັງຄົມ, ການເງິນ, ການລົງທຶນພາກສາທາລະນະ, ການກູ້ຢຶມ ແລະ ຊຳລະໜິ້ສາທາລະນະໄລຍະ 2026 – 2030.
ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍົກໃຫ້ເຫັນທັດສະນະ, ຄຳຮຽກຮ້ອງວາງອອກພາຍຫຼັງກອງປະຊຸມຄັ້ງນີ້ແມ່ນກຳແໜ້ນ, ເຊື່ອມຊືມ, ຕ້ອງຈັດຕັ້ງການຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ, ມີຈຸດສຸມ, ສ້າງຫັນປ່ຽນຢ່າງຈະແຈ້ງໃນທົ່ວລະບົບການເມືອງ ແລະ ແຜ່ກະຈາຍກາຍເປັນກຳລັງໜູນພັດທະນາໃນສັງຄົມ. ທ່ານໃຫ້ຮູ້ວ່າ:
ການເຕີບໂຕຢ່າງແທ້ຈິງຕ້ອງໄດ້ສ້າງຂຶ້ນຈາກສອງສົ້ນ, ຈ່ກເທິງລົງຮອດລຸ່ມ ແລະ ຈາກລຸ່ມຂຶ້ນເທິງ, ໃນແຕ່ລະຕ່ອງໂສ້ຂອງພື້ນຖານເສດຖະກິດ, ແຕ່ລະຄອບຄົວ, ແຕ່ລະຄອບຄົວດຳເນີນທຸລະກິດ, ແຕ່ລະຮາກຖານການຜະລິດ, ແຕ່ລະວິສາຫະກິດ. ເມື່ອກຳລັງພາຍໃນປະຊາຊົນໄດ້ປຸກລຸກຢ່າງລຸລ່ວງ, ໄດ້ຮັບການເຊື່ອມຕໍ່ກັບແຫຼ່ງກຳລັງແຫ່ງລັດ, ດ້ວຍພື້ນຖານໂຄງລ່າງ, ດ້ວຍຕະຫຼາດ, ດ້ວຍເຕັກໂນໂລຢີ, ດ້ວຍການບຳລຸງສ້າງ, ດ້ວຍສິນເຊື່ອ, ດ້ວຍການວາງແຜນຜັງພັດທະນາ, ພື້ນຖານເສດຖະກິດຈະມີພື້ນຖານກຳລັງພາຍໃນທີ່ ໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງ. ເພາະສະນັ້ນ, ຕ້ອງສ້າງສະພາບແວດລ້ອມແຫ່ງການພັດທະນາເພື່ອໃຫ້ປະຊາຊົນນັບລ້ານຄົນເຫັນໄດ້ກາລະໂອກາດຢ່າງແທ້ຈິງ, ເພື່ອໃຫ້ແຕ່ລະຄອບຄົວ, ແຕ່ລະຄອບຄົວດຳເນີນທຸລະກິດ ມີເງື່ອນໄຂສະດວກເພື່ອລົງທຶນ, ເປີດກວ້າງການຜະລິດ, ດຳເນີນທຸລະກິດອັນຊອບທຳ ແລະ ຕິດພັນຍາວນານກັບພື້ນຖານເສດຖະກິດ. ແຕ່ລະກົນໄກ, ນະໂຍບາຍ, ແຕ່ລະໂຄງການ, ກະແສເງິນລົງທຶນລ້ວນແຕ່ຕ້ອງມຸ່ງໄປເຖິງການເລີ່ມຕົ້ນກຳລັງຄວາມສາມາດ ແລະ ຄວາມມຸ່ງຫວັງພັດທະນາໃນປະຊາຊົນ, ຫັນກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນກາຍເປັນການເຕີບໂຕຢ່າງແທ້ຈິງ ແລະ ຫັນຄວາມໄວ້ເນື້ອເຊື່ອໃຈກາຍເປັນກຳລັງໜູນພັດທະນາຍາວນານໃຫ້ແກ່ປະເທດຊາດ.
