ໜັງສືພິມຢຶດໝິ້ນຈືປາວລາຍວັນ, ອົງການກະບອກສຽງຂອງພັກກອມມູນິດ ຈີນ ໄດ້ເອົາລົງບົດໃຫ້ຂໍ້ສັງເກດກ່ຽວກັບການຢ້ຽມຢາມ ທາງລັດຖະກິດຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແຕ່ວັນທີ 14 – 17 ເມສາ, ໃນນັ້ນເນັ້ນໜັກວ່າການຢ້ຽມຢາມເພື່ອສະແດງລັກສະນະຍຸດທະສາດ ແລະ ລະດັບຄວາມສຳຄັນສູງຂອງການພົວພັນ ຈີນ - ຫວຽດນາມ. ໜັງສືພິມດັ່ງກ່າວ ວັນເນັ້ນໜັກວ່າ ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ປະກາດການຢ້ຽມຢາມຈີນ ພາຍຫຼັງ 2 ວັນໄດ້ຮັບການເລືອກຕັ້ງເປັນປະທານປະເທດ ຫວຽດນາມ. ກ່ອນໜ້ານັ້ນ, ເດືອນສິງຫາ 2024, ພາຍຫຼັງຮັບດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ເລືອກເອົາຈີນ ແມ່ນປະເທດທຳອິດໃນການເດີນທາງໄປຢ້ຽມຢາມຕ່າງປະເທດຂອງຕົນ. ສອງການຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພາຍຫຼັງຮັບດຳລົງຕຳແໜ່ງລ້ວນແຕ່ແມ່ນຈີນ ເຊິ່ງສະແດງໃຫ້ເຫັນລັກສະນະຍຸດທະສາດ ແລະ ລະດັບຄວາມສຳຄັນຢ່າງສູງຂອງການພົວພັນ ຈີນ - ຫວຽດນາມ.
