ພາຍຫຼັງ​4 ມື້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ, ເປີດກວ້າງຫຼາຍ​ໂອ​ກາດ​ເຊື່ອມ​ຕໍ່, ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

ດ້ວຍ​ຫົວ​ຂໍ້ “ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຕີບ​ໂຕ​ສີ​ຂຽວ - ຍົກ​ລະ​ດັບ​ກາ​ນ​ທ່ອງ​ທ່ຽວ ຫວຽດ​ນາມ”, ງານ​ຕະຫຼາດ​ນັດ​ປີ​ນີ້​ດຶງ​ດູດກ​ານ​ເຂົ້າ​ຮ່ວມ​ຂອງ 31 ແຂວງ, ນະ​ຄອນ​ພ້ອມ​ກັບ 20 ປະ​ເທດ ແລະ ເຂດ​ແຄ້ວນພ້ອມ​ກັບ​ວິ​ສາ​ຫະ​ກິດກວ່າ 600ແຫ່ງ. ທ່ານ​ຫງວຽນ​ຮົ່ງ​ຫ໋າຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ VITM 2026 ໄດ້​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ຫວຽດ​ນາມ ມີ​ຄວາມ​ເຂັ້ມງ​ວດ​ໃນ​ການ​ປະ​ຕິ​ບັດ​ສອງ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຂອງ​ພັກ ແລະ ລັດ​ຖະ​ບານ​ແມ່ນ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຕີບ​ໂຕ​ສີ​ຂຽວ​ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ຄຸນ​ຄ່າ​ໃໝ່​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ, ນຳ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຕີບ​ໂຕ​ສີ​ຂຽວ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ.