ທ່ານນາງ Karoline Leavitt ເລຂາຝ່າຍສື່ມວນຊົນທຳນຽບຂາວ (ພາບ: Reuters) |
ວັນທີ 5 ມີນາ, ອຳນາດການປົກຄອງອາເມລິກາ ແລະ ຂະບວນການອິດສະລາມ ຮາມາສ ພ້ອມກັນຢັ້ງຢືນວ່າ ສອງຝ່າຍໄດ້ດຳເນີນການເຈລະຈາລັບແບບເຊິ່ງໜ້ານຳກັນ. ທ່ານນາງ Karoline Leavitt ເລຂາຝ່າຍສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ທ່ານ Adam Boehler ທູດພິເສດອາເມລິກາ ກ່ຽວກັບບັນຫາຕົວປະກັນ ແມ່ນຜູ້ເຂົ້າຮ່ວມບັນດາການເຈລະຈາ ແຕ່ບໍ່ໃຫ້ຮູ້ວ່າເນື້ອໃນແລກປ່ຽນລະອຽດແມ່ນຫຍັງ. ເຈົ້າໜ້າທີ່ອາເມລິກາ ເນັ້ນໜັກວ່າ ປະເທດນີ້ອາດຈະແລກປ່ຽນ ແລະ ເຈລະຈາກັບບໍ່ວ່າປະເທດໃດໃນໂລກເພື່ອແນໃສ່ຮັບປະກັນຜົນປະໂຫຍດຂອງປະຊາຊົນອາເມລິກາ. ທ່ານນາງ Karoline Leavitt ຢັ້ງຢືນວ່າການເຈລະຈາກັບ ຮາມາສມີການໃຫ້ຄຳປຶກສາຈາກຝ່າຍອິດສະລາແອັນ. ຮາມາສກໍ່ໄດ້ອອກສຽງຢັ້ງຢືນກ່ຽວກັບການພົບປະເຊິ່ງໜ້າລະຫວ່າງກຸ່ມນີ້ ແລະ ເຈົ້າໜ້າທີ່ອຳນາດການປົກຄອງອາເມລິກາສອງຄົນເຊິ່ງແມ່ນທ່ານ Steve Witkoff ທູດພິເສດກ່ຽວກັບ ພາກຕາເວັນອອກກາງ ແລະ ທ່ານ Adam Boehler ທູດພິເສດກ່ຽວກັບບັນຫາຕົວປະກັນ. ເຖິງຢ່າງໃດກໍຕາມ, ບັນດາຂໍ້ມູນລະອຽດອື່ນໆໃນການເຈລະຈາຍັງບໍ່ທັນໄດ້ຮັບການເປີດເຜີຍ.

