ໂອມານ ສືບຕໍ່ເປັນກາງໃຫ້ແກ່ການເຈລະຈາດັ່ງກ່າວ. ນີ້ແມ່ນຄວາມມານະພະຍາຍາມຫຼ້າສຸດໃນການເຈລະຈາທີ່ເລີ່ມແຕ່ເດືອນເມສາປີນີ້, ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ຄວາມເຄັ່ງຕຶງດ້ານນິວເຄຼຍທີ່ແກ່ຍາວລະຫວ່າງສອງປະເທດ.
ຮອບເຈລະຈານິວເຄຼຍ ອາເມລີກາ - ອີຣານ ຄັ້ງທີ 5 ສືບຕໍ່ມີການເຂົ້າຮ່ວມຂອງຫົວໜ້າຄະນະສອງທ່ານນັ້ນແມ່ນ: ທ່ານ Steve Wikoff, ທູດພິເສດຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ. ກ່ອນດຳເນີນການເຈລະຈາ 1 ວັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ແຈ້ງເຕືອນສອງຝ່າຍ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ, ຖ້າ ອາເມລິກາ ເດັດດ່ຽວຢາກ ໃຫ້ ອີຣານ ຕ້ອງຢຸດຕິການເຄື່ອນໄຫວເສີມທາດ urani.
ບາທີ - ນັກຂ່າວ VOV ປະຈຳ ອີຢິບ
