ຄາດຄະເນວ່າ GDP ຫວຽດນາມ ຈະເພີ່ມຂຶ້ນ 7,2% ໃນປີ 2026 ແລະ 7% ໃນປີ 2027, ໃນສະພາບຄວາມສ່ຽງພາຍນອກ ແລະ ຄວາມຂາດສະຖຽນລະພາບທົ່ວໂລກເພີ່ມຂຶ້ນ. ຂໍ້ມູນດັ່ງກ່າວໂດຍຜູ້ຕາງໜ້າທະນາຄານພັດທະນາອາຊີ (ADB) ຍົກອອກມາ ທີ່ການປະຊຸມຖະແຫຼງຂ່າວປະກາດບົດລາຍງານແງ່ຫວັງການພັດທະນາ ອາຊີ ໄຕມາດທີ 1 ປີ 2026.
ຕາມ ADB ແລ້ວ, ການເຄື່ອນໄຫວສົ່ງອອກຢ່າງແຮງ ກ່ອນທີ່ ອາເມລິກາ ຈະດັດປັບອັດຕາພາສີສົມທົບ, ເລື່ອງນະໂຍບາຍໜູນຊ່ວຍ ແລະ ການລົງທຶນໄດ້ຮັບການຮັກສາເປັນປົກກະຕິ ໄດ້ຊ່ວຍໃຫ້ເສດຖະກິດ ຫວຽດນມາມ ເຕີບໂຕຢ່າງໝັ້ນແກ່ນໃນປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການດ້ານການຄ້າຂອງ ອາເມລິກາ ທີ່ພວມມີການປ່ຽນແປງ, ການປະທະກັນຢູ່ ຕາເວັນອອກກາງ ແລະ ບັນດາຄວາມຂາດສະຖຽນລະພາບທົ່ວໂລກຢູ່ຂອບເຂດທີ່ເລິກ, ກວ້າງຂວາງນັ້ນ ອາດຈະຈຳກັດການສົ່ງອອກ ແລະ ກະແສເງິນລົງທຶນ, ເຮັດໃຫ້ເພີ່ມຄວາມກົດດັນຕໍ່ແງ່ຫວັງການເຕີບໂຕໃນປີນີ້.
ແລະກໍ່ຢູ່ທີ່ນີ້, ທ່ານ ຫງວຽນບາຮຸ່ງ, ຫົວໜ້ານັກຊ່າວຊານເສດຖະກິດ ADB ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ກຳລັງໜູນເຕີບໂຕປີ 2026 ມາຈາກການຊຸກຍູ້ການເຄື່ອນໄຫວລົງທຶນສາທາລະນະ ແລະ ປະຕິບັດນະໂຍບາຍເງິນຕາຜ່ອນຜັນ. ຄາດວ່າ, ເງິນເຟີ້ຈະເພີ່ມຂຶ້ນ 4,0% ໃນປີ 2026 ຫຼັງຈາກນັ້ນຫຼຸດລົງ 3,8% ໃນປີ 2027.
