ໂດຍເສີມຂະຫຍາຍບົດບາດແມ່ນສະມາຊິກທີ່ຕັ້ງໜ້າຂອງເວທີປາໄສລັດຖະສະພາຫຼາຍຝ່າຍ,ເຂົ້າຮ່ວມ IPU 152, ຫວຽດນາມ ສືບຕໍ່ເປັນເຈົ້າການປະກອບສ່ວນ, ປຶກສາຫາລື, ແບ່ງປັນບົດຮຽນປະສົບການ, ວາງອອກບັນດາຂໍ້ລິເລີ່ມເພື່ອແກ້ໄຂບັນດາສິ່ງທ້າທາຍລວມໃນສະພາບການໂລກປັດຈຸບັນ. ພ້ອທັງ ປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ຕວັກກີ ແລະ ອີຕາລີ.

ໃນສະພາບການ ຫວຽດນາມ ຫາກໍ່ປະຕິບັດສຳເລັດບັນດາເຫດການການເມືອງສຳຄັນ, ການເດີນທາງໄປປະຕິບັດງານຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແມ່ນບາກ້າວເພື່ອຫັນແຜນນະໂຍບາຍຍົກສູງຖານະບົດບາດຂອງປະເທດຊາດໃຫ້​​ເປັນອັນລະອຽດ, ຢັ້ງຢືນບົດບາດຂອງສະພາແຫ່ງຊາດໃນພື້ນຖານການທູດ ຫວຽດນາມ ສັງລວມຍຸກທັນສະໄໝ.

ຕັ້ງໜ້າການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ

ດ້ວຍ​ຫົວ​ຂໍ້ “ຫຼໍ່​ລ້ຽງ​ຄວາມ​ຫວັງ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ປົກ​ປ້ອງຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ລຸ້ນ​ຄົນ​ອະ​ນາ​ຄົດ”, IPU 152 ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ ແລະ ກຳ​ນົດ​ອະ​ນາ​ຄົດ​ແບບ​ຍືນ​ຍົງ.

ຕາມ​ນັ້ນ​ແລ້ວ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຈະ​ມີ​ບົດ​ກ່າວ​ຄຳ​ເຫັນ​ທີ່​ສຳ​ຄັນ, ແບ່ງ​ປັນ​ວິ​ໄສ​ທັດ​ຂອງ ຫວຽດ​ນາມ ຕໍ່​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ພາກ​ພື້ນ, ພ້ອມ​ທັງ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ກະ​ທຳ​ລະ​ອຽດ ເພື່ອ​ແນ​ໃສ່​ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ທົ່ວ​ໂລກ. ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກໍ​ຈະ​ພ້ອມ​ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ ປຶກ​ສາ​ຫລື​ກ່ຽວ​ກັບ​ຂັ້ນ​ຕອນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ ແລະ ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ​ເພື່ອ​ຫັນ​ບັນ​ດາ​ເປົ້າ​ໝາຍ​ລວມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ນັບແຕ່ເວລາກາຍເປັນສະມາຊິກຂອງ IPU ແຕ່ປີ 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບດຳລົງຕຳແໜ່ງການນຳໃນກົນໄກຂອງ IPU ເປັນຫຼາຍຄັ້ງ. ບັນດາການປະກອບສ່ວນຂອງ ສະພາແຫ່ງຊາດ ຫວຽດນາມ ໂດຍຄະນະເລຂາທິການ ແລະ ບັນດາສະມາຊິກ IPU ຖືເປັນສຳຄັນ. ທ່ານ Martin Chungong ເລຂາທິການໃຫຍ່ IPU ເຄີຍໃຫ້ຂໍ້ສັງເກດວ່າ:

ກ່ຽວກັບການພົວພັນ ລະຫວ່າງ IPU ກັບ ຫວຽດນາມ, ອາດຢັ້ງຢືນໄດ້ວ່າ ການຮ່ວມມືໄດ້ພັດທະນາຢ່າງຕໍ່ເນື່ອງ. ແຕ່ໃນຫຼາຍປີຜ່ານມາ, ຂ້າພະເຈົ້າໄດ້ຮູ້ຈັກຫຼາຍໂຄງການຂອງສະພາແຫ່ງຊາດ ຫວຽດນາມ. ຍົກຕົວຢ່າງ, ໃນຂົງເຂດຂໍ້ມູນຂ່າວສານ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຖືວ່າແມ່ນນຳໜ້າໃນການນຳລະບົບສຳເນົາເອກະສານກົດໝາຍລົງໃນເວັບໄຊ. ຂໍ້ລິເລີ່ມນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຂອງສະພາແຫ່ງຊາດ ຫວຽດນາມ ແມ່ນບົດຮຽນທີ່ດີໃຫ້ແກ່ສະພາແຫ່ງຊາດບັນດາປະເທດ.

ຜ່ານກົນໄກຮ່ວມມື IPU, ຫວຽດນາມ ມີໂອກາດທາບທາມທັດສະນະຂອງບັນດາປະເທດກ່ຽວກັບບັນດາບັນຫາສາກົນ, ສະແດງໃຫ້ເຫັນທັດສະນະແຫ່ງຊາດກ່ຽວກັບບັນດາຄວາມສົນໃຈລວມ, ປະກອບສ່ວນຍົກສູງຖານະບົດບາດຂອງສະພາແຫ່ງຊາດ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ບົນເວທີສາກົນ. ທ່ານ ໂດນຕວນຟອງ ອະດີດຮອງປະທານກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນວ່າ:

ສະພາແຫ່ຊາດ ຫວຽດນາມ ໄດ້ເຂົ້າຮ່ວມທຸກກິດຈະກຳທາງການຂອງ ສະຫະພັນ ລັດຖະສະພາສາກົນຢ່າງຄົບຖ້ວນ, ຕັ້ງໜ້າ ແລະ ມີວາມຮັບຜິດຊອບ, ພິເສດແມ່ນບັນດາກອງປະຊຸມສະມັດຊາໃຫຍ່. ຢູ່ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້, ຫວຽດນາມ ກໍ່ໄດ້ເຂົ້າຮ່ວມປະກອບຄຳເຫັນຍົກອອກຫຼາຍຂໍ້ລິເລີ່ມໃນຄວາມມານະພະຍາຍາມລວມຂອງ ສະຫະພັນລັດຖະສະພາສາກົນ ກໍ່ຄືລັດຖະສະພາ​​ບັນດາປະເທດ, ພິເສດແມ່ນໃນການຊຸກຍູ້ສັນຕິພາບກາຮ່ວມມື ແລະ ພັດທະນາ, ໃນນັ້ນມີການຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຢູ່ເວທີປາໄສ IPU 152 ຄັ້ງນີ້, ຫວຽດນາມ ກໍ່ສົ່ງສານກ່ຽວກັບປະເທດຊາດພວມກ້າວເຂົ້າສູ່ສັງກາດໃໝ່, ດ້ວຍຜົນສຳເລັດຫຼາຍຢ່າງໃນການພັດທະເສດຖະກິດສັງຄົມທີ່ພົ້ນເດັ່ນ, ໃນນັ້ນ ຍາມໃດ​​ປະຊາຊົນກໍ່ໄດ້ຮັບການຖືເປັນໃຈກາງ, ເປັນເປົ້າໝາຍ, ກຳລັງໜູນຂອງທຸກນະໂຍບາຍພັດທະນາ.

ຊຸກຍູ້ການຮ່ວມມືກັບ ຕວັກກີ ແລະ ອີຕາລີ

ເຂົ້າຮ່ວມ IPU 152, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ກໍ່ໄດ້ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜຶ່ງຢູ່ ຕວັກກີ. ນີ້ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ໃນການພົວພັນສັງລວມ ຫວຽດນາມ - ຕວັກກີ, ການພົວພັນສະພາແຫ່ງຊາດສອງປະເທດມີການພັດທະນາຢ່າງຕັ້ງໜ້າ, ສອງຝ່າຍໄດ້ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະ, ປຶກສາຫາລືຢູ່ບັນດາເວທີປາໄສລັດຖະສະພາເຊິ່ງສອງປະເທດເປັນສະມາຊິກຢ່າງເປັນປະຈຳ.

ໃນຂະນະນັ້ນ, ສຳລັບ ສ.ອີຕາລີ, ບົນພື້ນຖານການພົວພັນທາງການທູດໄດ້ສ້າງຕັ້ງແຕ່ປີ 1973 ແລະ ການພົວພັນຄູ່ຮ່ວມມືຍຸດທະສາດແຕ່ປີ 2013, ການພົວພັນສອງປະເທດພວມມີການພັດທະນາຢ່າງມີປະສິດທິຜົນໃນທຸກຂົງເຂດ. ວົງເງິນການຄ້າສອງສົ້ນເພີ່ມຂຶ້ນໃນແຕ່ລະປີຢ່າງສະໝ່ຳສະເໜີ, ປີ 2025 ບັນລຸປະມານ 7,3 ຕື້ USD, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ກັບປີກ່ອນນັ້ນ. ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບ ເອີລົບ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ອີຕາລີ ໃນ ອາຊຽນ. ກ່ຽວກັບການທ່ອງທ່ຽວ, ໃນຍຸດທະສາດພັດທະນາການທ່ອງທ່ຽວຂອງ ຫວຽດນາມ, ຕາລີ ໄດ້ຮັບການກຳນົດແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ພ້ອມທັງ ອີຕາລີ ກໍ່ແມ່ນປະເທດທີ່ມີບົດຮຽນປະສົບການໃນການພັດທະນາການທ່ອງທ່ຽວຕິດພັນກັບມໍລະດົກວັດທະນະທຳ.

ໃນສະພາບການ ຫວຽດນາມ ຫາກໍ່ບູລະນະກົງຈັກໃຫ້ສົມບູນພາຍຫຼັງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ການເຂົ້າຮ່ວມ IPU 152, ການໄປຢ້ຽມຢາມສອງຝ່າຍ ຕວັກກີ ແລະ ອີຕາລີ ຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນບົດບາດ, ຖານະທີ່ຕັ້ງ ແລະ ພາບພົດສະພາແຫ່ງຊາດ ຫວຽດນາມ ບົນເວທີສາກົນ, ເພີ່ມທະວີການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ກັບສອງປະເທດທີ່ມີທີ່ຕັ້ງຍຸດທະສາດຢູ່ ເອີລົບ ແລະ ພາກພື້ນຕາເວັນອອກກາງ, ເປີດຫຼາຍກາລະໂອກາດກ່ຽວກັບການຄ້າ, ການລົງທຶນ ແລະ ພົບປະແລກປ່ຽນວັດທະນະທຳ, ຊຸກຍູ້ການທູດລັດຖະສະພາ, ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ບັນດາບັນຫາທົ່ວໂລກ.