ກ່ອນການເຈລະຈາ, ວັນທີ 09 ເມສາ, ການນຳສອງປະເທດຍັງຄົງຍົກອອກບັນດາຄຳຖະແຫຼງທີ່ແຂງກະດ້າງໂດຍຊີ້ໃຫ້ເຫັນຄວາມຂັດແຍ້ງກັນໃນເປົ້າໝາຍເຈລະຈາລະຫວ່າງສອງຝ່າຍ.
ໃນສານທີ່ເປັນລາຍລັກອັກສອນຫຼ້າສຸດ ທີ່ສື່ມວນຊົນ ອີຣານ ໄດ້ປະກາດ, ການນຳສູງສຸດຄົນໃໝ່ຂອງ ອີຣານ, ທ່ານ Mojtaba Khamenei, ຢັ້ງຢືນວ່າ ສາທາລະນະລັດ ອິດສະລາມ ບໍ່ຢາກສູ້ຮົບກັບ ອາເມລິກາ ແລະ ອິດສະຣາແອັນ ແຕ່ຈະປົກປ້ອງບັນດາສິດຖືກຕ້ອງຕາມກົດໝາຍຂອງຕົນດ້ວຍຖານະເປັນປະເທດໜຶ່ງ.
ສ່ວນໃນຫຼາຍບົດຂຽນທີ່ເອົາລົງໃນສື່ສັງຄົມອອນໄລ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ກ່າວຫາ ອີຣານ ລະເມີດບັນດາມາດຕາຂອງຂໍ້ຕົກລົງຢຸດຍິງຊົ່ວຄາວເປັນເວລາ 2 ອາທິດ, ໂດຍສະເພາະແມ່ນຍັງບໍ່ທັນເປີດປະຕູຊ່ອງແຄບທະເລຍຸດທະສາດ Hormuz ໃຫ້ກ່ຳປັ່ນໄປມາຄືນໃໝ່ເທື່ອ. ກໍຕາມການນຳ ອາເມລິກາ, ອີຣານ ບໍ່ໄດ້ເກັບຄ່າທໍານຽມເມື່ອກ່ຳປັ່ນໄປຜ່ານຊ່ອງແຄບທະເລດັ່ງກ່າວ ແລະ ຖືວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງການເກັບຄ່າທຳນຽມຜ່ານຊ່ອງແຄບທະເລ Hormuz ບໍ່ແມ່ນຂໍ້ຕົກລົງທີ່ສອງປະເທດລະບຸໄວ້ກ່ອນນັ້ນ.
