ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກກອງທັບສູນກາງ ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບ - ຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນຂອງທະຫານເຂດ 3, ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ດຳເນີນໃນຕອນເຊົ້າວັນທີ 10 ເມສາ ຢູ່ນະຄອນ ຫາຍຟ່ອງ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
“ຕ້ອງສົມທົບກັບບັນດາກຳລັງ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສ້າງພື້ນຖານປ້ອງຊາດທົ່ວປວງຊົນ, ທ່າສະໜາມປ້ອງກັນຊາດທົ່ວປວງຊົນ, ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ ແລະ “ທ່າສະໜາມຈິດໃຈປະຊາຊົນ” ທີ່ໝັ້ນແກ່ນ; ປະກອບສ່ວນສ້າງ ກວາງນິງ - ຫາຍຟ່ອງ ກາຍເປັນສົ້ນເຕີບໂຕເສດຖະກິດຕົ້ນຕໍຂອງເຂດທົ່ງພຽງແມ່ນ້ຳແດງ ຫວຽດນາມ, ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ ແມ່ນສົ້ນເຕີບໂຕຫຼັກຂອງພາກເໜືອ ແລະ ທົ່ວປະເທດ. ສ້າງຖັນແຖວພະນັກງານ, ສະມາຊິກພັກທີ່ມີຄຸນນະທາດການເມືອງອັນໝັ້ນແກ່ນ, ມີລະດັບຄວາມຮູ້, ມີຄວາມສາມາດ ແລະ ຄວາມຮັບຜິດຊອບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່”.
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ແລະ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຫໍບູຊາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກຳລັງປ້ອງກັນອາວຸດທະຫານເຂດ 3.
ວັນຫຽວ
